ໃນ 8 ເດືອນຕົ້ນປີ 2021, ການລົງທຶນຂອງຫວຽດນາມຢູ່ຕ່າງປະເທດເພີ່ມຂຶ້ນ 74%

06:00 | 06/09/2021

ຍສໝ - ໄລ່ມາຮອດວັນທີ 20 ສິງຫາ, ຫວຽດນາມມີ 1.428 ໂຄງການລົງທຶນຢູ່ຕ່າງປະເທດ, ດ້ວຍຍອດເງິນລົງທຶນບັນລຸ 21,8 ຕື້ USD.

WB: ເສດ​ຖະ​ກິດ ຫວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ປະ​ມານ 4,8% ໃນ​ປີ 2021 WB: ເສດ​ຖະ​ກິດ ຫວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ປະ​ມານ 4,8% ໃນ​ປີ 2021
ໜັງສືພິມຕ່າງປະເທດ: ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ ໜັງສືພິມຕ່າງປະເທດ: ຫວຽດນາມ ນອນໃນທອັບ 20 ປະເທດສ່ົງອອກແຖວໜ້າໂລກດ້ວຍລະດັບການເຕີບໂຕສົ່ງອອກສະເລ່ຍບັນລຸ 12% ໃນ 8 ປີຜ່ານມາ
ພາບປະກອບ
ພາບປະກອບ

ຕາມກະຊວງແຜນການແລະການລົງທຶນແລ້ວ, ໃນ 8 ເດືອນຕົ້ນປີ 2021, ຍອດເງິນລົງທຶນຢູ່ຕ່າງປະເທດຂອງຫວຽດນາມບັນລຸ 575 ລ້ານ USD, ເພີ່ມຂຶ້ນ 74,2% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020. ປະຈຸບັນ, ມີ 20 ປະເທດ ແລະເຂດແຄ້ວນໄດ້ຮັບການລົງທຶນຈາກວິສາຫະກິດຫວຽດນາມ. ອັນດັບໜຶ່ງ ແມ່ນອາເມລິກາ ດ້ວຍຍອດເງິນລົງທຶນຈົດທະບຽນບັນລຸ 302,8 ລ້ານ USD, ກວມເອົາ 52,7% ຂອງຍອດເງິນລົງທຶນທັງໝົດ. ໄລ່ມາຮອດວັນທີ 20 ສິງຫາ, ຫວຽດນາມມີ 1.428 ໂຄງການລົງທຶນຢູ່ຕ່າງປະເທດ, ດ້ວຍຍອດເງິນລົງທຶນບັນລຸ 21,8 ຕື້ USD. ຂົງເຂດທີ່ມີການລົງທຶນຫຼາຍທີ່ສຸດແມ່ນຂຸດຄົ້ນບໍ່ແຮ່, ກະສິກໍາ, ປ່າໄມ້ ແລະການປະມົງ.

ໄຊພອນ

ເຫດການ
302 Found

Found

The document has moved here.