ຊຸກຍູ້ການຮ່ວມມື ແລະ ການລົງທຶນລະຫວ່າງນະຄອນ ດາຫນັງ ແລະ ປະເທດໄທ

20:07 | 17/12/2021

ຍສໝ - ຫວ່າງແລ້ວນີ້, ຢູ່​ສະຖານ​ກົງສຸນ​ໃຫຍ່​ລາຊະ​ອານາຈັກ​ໄທ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ປະຈຳ​ນະຄອນ ດາ​ຫນັງ ພ້ອມກັບບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ ​ຈັດ​ຕັ້ງ​ກອງ​ປະຊຸມສຳມະນາ​ສາກົນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ເຊື່ອມ​ຕໍ່​ການ​ຄ້າ - ການ​ລົງທຶນ - ທ່ອງ​ທ່ຽວ ລະຫວ່າງ​ນະຄອນ ດາ​ຫນັງ - ​ໄທ.

ປະຊາຄົມຊາວຫວຽດນາມຢູ່ ພູເກັດ (ປະເທດໄທ) ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ປະຊາຄົມຊາວຫວຽດນາມຢູ່ ພູເກັດ (ປະເທດໄທ) ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ
AMM 53: ບັນດາຜູ້ຊ່ຽວຊານປະເທດໄທ ໄດ້ຕີລາຄາສູງບົດບາດນຳພາຂອງຫວຽດນາມ AMM 53: ບັນດາຜູ້ຊ່ຽວຊານປະເທດໄທ ໄດ້ຕີລາຄາສູງບົດບາດນຳພາຂອງຫວຽດນາມ

ທ່ານ ເຈີ່ນ​ເຟຶອກ​ເຊີນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນດ່າໜັງ ໃຫ້ຮູ້ວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ນະຄອນ ດ່າໜັງ ແລະ ໄທ ໄດ້ມີການພັດທະນາເປັນຢ່າງດີ, ພິເສດແມ່ນໃນຂົງເຂດການຄ້າ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ແລກປ່ຽນວັດທະນະທຳ. ດ້ວຍ​ທີ່​ຕັ້ງ​ພູມ​ສາດ​ທີ່​ສະດວກ, ພື້ນຖານ​ໂຄງ​ລ່າງ​ທັນ​ສະ​ໄໝ ​ແລະ ທ່າ​ກຳ​ປັ່ນ ຕ່ຽນຊາ ​ແມ່ນ​ຈຸດສຸດທ້າຍ​ຂອງ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ດ່າ​ນັງ ​ແລະ ຄູ່​ຮ່ວມ​ມື ​ໄທ ມີ​ກາລະ​ໂອກາດ​ພັດທະນາຫຼາຍຢ່າງ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ບັນດາ​ພາກສ່ວນທີ່​ກ່ຽວຂ້ອງ.

ຊຸກຍູ້ການຮ່ວມມື ແລະ ການລົງທຶນລະຫວ່າງນະຄອນ ດາຫນັງ ແລະ ປະເທດໄທ
ຊຸກຍູ້ການຮ່ວມມື ແລະ ການລົງທຶນລະຫວ່າງນະຄອນ ດາຫນັງ ແລະ ປະເທດໄທ. (ພາບ: aseanvietnam)

ອີງຕາມຄະນະສົ່ງເສີມ ແລະ ໜູນຊ່ວຍການລົງທຶນຂອງນະຄອນ ດາ​ຫນັງ, ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ປະຈຸ​ບັນ ນະຄອນ ດ່າ​ນັງ ມີ​ເກືອບ 20 ວິ​ສາ​ຫະກິດ​ທີ່​ມີ​ການ​ພົວພັນທຸລະກິດ​ດ້ານ​ການ​ຄ້າ​ໂດຍ​ກົງ​ກັບ​ໄທ, ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ນະຄອນ ດ່າ​ນັງ ​ແລະ ​ໄທ ​ໄດ້​ຮັກສາ​ສະຖຽນ​ລະ​ພາບ ​ດ້ວຍ​ມູນ​ຄ່າ​ສົ່ງ​ອອກ​ສະ​ເລ່ຍ​ເກືອບ 45 ລ້ານ USD/ປີ ​ໃນ​ໄລຍະ 2018 – 2020. ສະເພາະ​ໃນພາກພື້ນ​ອາ​ຊຽນ, ​​ປະເທດໄທ​ ແມ່ນ​ຄູ່​​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ນະຄອນດາ​ຫນັງ. ວົງເງິນການສົ່ງອອກໄປ​ປະເທດໄທ ໃນປີ 2018 ບັນລຸ 4,5 ລ້ານ USD; ປີ 2019 ແມ່ນ 4,7 ລ້ານ USD, ປີ 2020 ແມ່ນ 4,5 ລ້ານ USD. ການນໍາເຂົ້າຈາກປະເທດໄທ ໃນປີ 2018: 40 ລ້ານ USD; ໃນປີ 2019: 42 ລ້ານ USD ແລະ ໃນປີ 2020 ມັນແມ່ນ 38.5 ລ້ານ USD.

​ໃນ​ດ້ານ​ການທ່ອງທ່ຽວ, ປະເທດ​ໄທ ​ແມ່ນ​ຕະຫຼາດ​ຕົ້ນຕໍ​ໃນ​ແຜນການ​ຟື້ນ​ຟູ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ. ​ໃນ​ນັ້ນ, ບັນດາພາກສ່ວນ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ກຳນົດ​ ລວມມີ​ການທ່ອງທ່ຽວ MICE, ການທ່ອງທ່ຽວ​ຣີສອດ ​ແລະ ກິລາ​ກ໊ອຟ.

ທ່ານ Apirat Sugondhabhirom, ກົງ​ສຸນ​ໃຫຍ່​ໄທ​ ປະ​ຈຳ​ນະ​ຄອນ​ໂຮ່​ຈິ​ມິນ, ຢືນ​ຢັນ​ວ່າ ສຳ​ຫຼັບ​ນະ​ຄອນ​ດ່າໜັງ ​ແລະ ບັນດາ​ແຂວງ​ພາກ​ກາງ​ຂອງ​ຫວຽດນາມແລ້ວ, ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ​ ໄດ້​ຮັບ​ຖື​ວ່າ ​ແມ່ນ​ເສັ້ນທາງ​ຍຸດ​ທະ​ສາດ​ເຊື່ອມ​ຕໍ່​ນະຄອນດາໜັງ ກັບ ປະເທດໄທ ໂດຍຜ່ານ ສປປ.ລາວ. ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ເສັ້ນທາງ​ນີ້​ ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ​ການທ່ອງທ່ຽວ​ຂອງ​ທັງ​ສາມ​ປະ​ເທດ, ການ​ເຊື່ອມ​ຕໍ່​ແລວ​ເສດຖະກິດ​ດັ່ງກ່າວ ​ຍັງ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ເສດຖະກິດ​ໃນ​ພາກ​ພື້ນ ໄລຍະ​ຫຼັງ​ໂຄ​ວິດ-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.