ນັກທຸລະກິດຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງຈຳປາສັກ

17:12 | 09/09/2021

ກອງປະຊຸມພົບປະລະຫວ່າງຄະນະນຳແຂວງຈໍາປາສັກ ກັບບັນດານັກທຸລະກິດຫວຽດນາມ ທີ່ດໍາເນີນທຸລະກິດຢູ່ແຂວງຈຳປາສັກ ໄດ້ມີຂຶ້ນຫວ່າງແລ້ວນີ້ທີ່ຫ້ອງວ່າການແຂວງຈໍາປາສັກ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ບຸ່ຍເຖຢູງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ພາກໃຕ້ລາວ, ມີ ທ່ານຮອງເຈົ້າແຂວງ, ບັນດາພະແນກການກ່ຽວຂ້ອງ, ສະມາຄົມຫວຽດນາມ, ພ້ອມດ້ວຍບັນດານັກທຸລະກິດຫວຽດນາມ ເຂົ້າຮ່ວມ.

ລັດຖະມົນຕີຕ່າງປະເທດຈີນ ຫວັງອີ້ ກະກຽມຢ້ຽມຢາມຫວຽດນາມ ລັດຖະມົນຕີຕ່າງປະເທດຈີນ ຫວັງອີ້ ກະກຽມຢ້ຽມຢາມຫວຽດນາມ
ຫວຽດ​ນາມ ແລະ ໂອ​ຕາ​ລິດ ຊຸກ​ຍູ້​ການ​ຄົ້ນ​ຄວ້າ ແລະ ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຮັບ​ໃຊ້​ການມີ​ຊີ​ວິດ ຫວຽດ​ນາມ ແລະ ໂອ​ຕາ​ລິດ ຊຸກ​ຍູ້​ການ​ຄົ້ນ​ຄວ້າ ແລະ ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຮັບ​ໃຊ້​ການມີ​ຊີ​ວິດ
ນັກທຸລະກິດຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງຈຳປາສັກ
ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ (ເບື້ອງຊ້າຍ) ກ່າວຄໍາເຫັນທີ່ກອງປະຊຸມພົບປະ. ພາບ: ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຈໍາປາສັກ.

ຈຸດປະສົງກອງປະຊຸມພົບປະຄັ້ງນີ້, ເພື່ອພົບປະແລກປ່ຽນລະຫວ່າງພາກລັດກັບພາກທຸລະກິດ ໂດຍສະເພາະແມ່ນຄະນະນຳແຂວງຈໍາປາສັກ ກັບບັນດານັກທຸລະກິດຫວຽດນາມ ທີ່ດໍາເນີນທຸລະກິດຢູ່ແຂວງຈຳປາສັກ ໃນການປຶກສາຫາລືບັນຫາຄວາມຫຍຸ້ງຍາກໃນກົນໄກການລົງທຶນ, ນະໂຍບາຍ ແລະສະພາບແວດລ້ອມຂອງລາວ ທີ່ສົ່ງຜົນກະທົບຕໍ່ການເຄື່ອນໄຫວຂອງວິສາຫະກິດຫວຽດນາມ ທີ່ດໍາເນີນການລົງທຶນ, ການຜະລິດ ແລະທຸລະກິດຢູ່ລາວ. ເວົ້າລວມ, ເວົ້າສະເພາະແມ່ນແຂວງຈຳປາສັກ ເພື່ອປະກອບສ່ວນໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກໍ່ຄືວາລະຂອງແຂວງ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ.

ກ່າວຄໍາເຫັນທີ່ກອງປະຊຸມພົບປະ, ທ່ານ ບຸ່ຍເຖຢູງ ຕີລາຄາສູງການຮ່ວມມື ແລະການເຂົ້າຮ່ວມຂອງບັນດາສະຫາຍການນໍາພະແນກການ, ຂະແໜງການຂອງແຂວງຈໍາປາສັກ ແລະບັນດາວິສາຫະກິດຫວຽດນາມ; ຫວັງວ່າກົນໄກການປຶກສາຫາລືນີ້ຈະສ້າງພື້ນຖານເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມກັບອໍານາດການປົກຄອງແຂວງຈໍາປາສັກ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການດໍາເນີນທຸລະກິດ ແລະການລົງທຶນຢູ່ແຂວງຈໍາປາສັກ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຂອບໃຈຕໍ່ບັນດານັກທຸລະກິດ, ຜູ້ປະກອບການຊາວຫວຽດນາມ ທີ່ດຳເນີນທຸລະກິດຢູ່ແຂວງຈຳປາສັກ ກໍ່ຄືໝາກຜົນຂອງການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ກັບ 16 ແຂວງ ແລະ 3 ນະຄອນ ຂອງ ສສ ຫວຽດນາມ, ໂດຍພາຍໃຕ້ການຊຸກຍູ້ຊ່ວຍເຫຼືອ ແລະການນຳພາຂອງທ່ານ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ພາກໃຕ້ລາວ ຢ່າງມີປະສິດທິພາບ. ປະກອບສ່ວນເຂົ້າໃສ່ແຜນວຽກຈຸດສຸມ, ປຸກລະດົມກໍາລັງແຮງໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ.

ກົນໄກການປຶກສາຫາລືລະຫວ່າງພາກລັດ ແລະພາກທຸລະກິດຂັ້ນແຂວງກໍເປັນສ່ວນໜຶ່ງໃນແຜນວຽກຈຸດສຸມວາລະຂອງແຂວງ ແລະທັງເປັນເວທີເປີດໂອກາດໃຫ້ພາກລັດ ແລະພາກທຸລະກິດໄດ້ພົບປະແລກປ່ຽນກັນຢ່າງໃກ້ຊິດໃນການສະເໜີບັນຫາຂໍ້ຫຍຸ້ງຍາກການດໍາເນີນທຸລະກິດ, ຊ່ວຍຂະແໜງການພາກລັດຂັ້ນແຂວງໃນການກໍານົດຫົວຂໍ້ບັນຫາບູລິມະສິດທີ່ຈະຕ້ອງໄດ້ຮັບການແກ້ໄຂເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະເພີ່ມຂີດຄວາມສາມາດການແຂ່ງຂັນຂອງພາກທຸລະກິດ ພາຍໃນແຂວງໃຫ້ດີຂຶ້ນ.

la.qdnd.vn

ເຫດການ
302 Found

Found

The document has moved here.