ບັນດາວິສາຫະກິດເອີລົບ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ

19:00 | 09/02/2022

ຍ​ສ​ໝ - ຕາມ​ການ​ສຳ​ຫຼວດ Eurocham, 58% ຂອງ​ບັນດາ​ຜູ້ນຳ​ວິ​ສາ​ຫະກິດ​ເອີ​ລົບ ​ຄາດ​ຄະ​ເນ​ວ່າ: ​ເສດຖະກິດ​ຫວຽດນາມ​ ຈະ​ເຕີບ​ໂຕ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2022, ​ແລະ 43% ຈຳນວນ​ວິ​ສາ​ຫະກິດ​ ມີ​ແຜນການ​ເພີ່ມ​ການ​ລົງທຶນ​ເຂົ້າ​ຫວຽດນາມ.

ລັດ​ຖະ​ບານ​ປະ​ກາດ​ໃຊ້​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ລັດ​ຖະ​ບານ​ປະ​ກາດ​ໃຊ້​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ
ສື່ມວນຊົນຂອງ ສປປ ເກົາຫຼີ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບກອງປະຊຸມສຸດຍອດ Trump – Kim ສື່ມວນຊົນຂອງ ສປປ ເກົາຫຼີ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບກອງປະຊຸມສຸດຍອດ Trump – Kim
ບັນດາວິສາຫະກິດເອີລົບ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ
ພ​າບ​ປະ​ກອບ: VNA

ສະພາ​ການ​ຄ້າ​ເອີ​ລົບ​ ປະຈຳ​ຫວຽດນາມ (EuroCham) ​ໃຫ້​ຮູ້​ວ່າ: ດັດຊະນີ​ສະພາບ​ສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ​ຫວຽດນາມ (BCI) ບັນລຸ​ໄດ້​ຄະ​ແນນ​ສູງ​ສຸດ ​ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​​ຄັ້ງ​ທີ 4 ດ້ວຍຈິດຕະວິທະຍາຕັ້ງໜ້າ​ ບັນລຸ 61 ຄະແນນ, ​ເພີ່ມ​ຂຶ້ນ 42 ຄະ​ແນນ​ນັບ​ແຕ່​ໄຕ​ມາດ​ທີ 3 ປີ 2021.

ບັນດາ​ວິ​ສາ​ຫະກິດ​ເອີ​ລົບ ​ຍັງ​ມີ​ຄວາມ​ໝັ້ນ​ໃຈ​ຕື່ມ​ອີກ ​ກ່ຽວ​ກັບ​ແງ່​ຫວັງ​ການ​ເຕີບ​ໂຕ​ຂອງ​ຕົນ​ຢູ່ ຫວຽດນາມ ພາຍ​ໃຕ້ “ສະພາບ​ປົກກະຕິ​ໃໝ່.”

ເກືອບ 90% ຂອງບໍລິສັດສະມາຊິກ EuroCham ລາຍງານວ່າ ຂໍ້ຈໍາກັດທີ່ຜ່ານມາໄດ້ສົ່ງຜົນກະທົບຕໍ່ກິດຈະກໍາການຄ້າຂອງພວກເຂົາ. ສະນັ້ນ, ລະບຽບການໃໝ່ນີ້ ຈະຊ່ວຍປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ເພີ່ມຄວາມເຊື່ອໝັ້ນໃຫ້ແກ່ບັນດາຜູ້ນຳທຸລະກິດຕື່ມອີກ.

EuroCham ກໍ່​ຊຸກຍູ້​ໃຫ້​ລັດຖະບານ​ຫວຽດນາມ ເພີ່ມທະວີການສົ່ງເສີມການເປີດ​ບໍລິການ​ຄືນ​ໃໝ່, ຢ່າງ​ໜ້ອຍແມ່ນ​ຢູ່​ບັນດາ​ເຂດ​ທີ່​ມີ​ອັດຕາ​ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ COVID-19 ສູງ.

ຄຳ​ຮຸ່ງ

ເຫດການ
302 Found

Found

The document has moved here.