ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້

10:54 | 11/05/2021

ທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລາຍງານ ໃນວັນທີ 10 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ, ກ່ຽວກັບການຈັດຕັ້ງປະຕິບັດ ການອໍານວຍຄວາມສະດວກ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ນີ້ວ່າ: ການຈັດຕັ້ງປະຕິບັດ ວຽກງານສົ່ງເສີມການລົງທຶນ ແມ່ນຍັງດໍາເນີນໄປຕາມກົນໄກປົກກະຕິ, ໄດ້ນໍາໃຊ້ລະບົບອອນລາຍ ເຂົ້າມາຊ່ວຍ ໃນການຈັດກອງປະຊຸມທາງໄກ ແລະ ຈໍາກັດຈໍານວນລົງ ເພື່ອຮັກສາໄລຍະຫ່າງ, ສ່ວນນະໂຍບາຍສະໜັບສະໜູນການລົງທຶນ ເລີ່ມຕັ້ງແຕ່ຂັ້ນຕອນ ການອະນຸຍາດການລົງທຶນ, ໃບອະນຸຍາດການລົງທຶນ, ເອກະສານຂໍ້ຕົກລົງ, ໃບອະນຸຍາດນໍາເຂົ້າ ວັດຖຸອຸປະກອນ, ກົນຈັກ, ນະໂຍບາຍດ້ານວິຊາ ແລະ ການປະສານງານ ກັບຂະແໜງການຕ່າງໆ ແມ່ນຍັງຈັດຕັ້ງປະຕິບັດປົກກະຕິ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ
ຂັ້ນຕອນການຂໍໃບຢັ້ງຢືນ ແລະ ການຂໍອະນຸຍາດນໍາທຶນ ເຂົ້າ-ອອກ ສປປ ລາວ ຂັ້ນຕອນການຂໍໃບຢັ້ງຢືນ ແລະ ການຂໍອະນຸຍາດນໍາທຶນ ເຂົ້າ-ອອກ ສປປ ລາວ

ທ່ານນາງ ຄຳຈັນ ວົງແສນບຸນ ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ຊຸກຍູ້ ການດໍາເນີນທຸລະກິດ ກໍ່ຄື ການອະນຸຍາດການລົງທຶນ ຢູ່ ສປປ ລາວ ໃຫ້ເປັນປົກກະຕິ ທາງກະຊວງ ຜທ ໄດ້ມີການຈັດຕັ້ງປະ ຕິບັດດັ່ງນີ້: ໄດ້ສືບຕໍ່ຊຸກຍູ້ໃຫ້ບັນດາ ວິສາຫະກິດຕ່າງໆ ໃຫ້ຈັດຕັ້ງປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຂອງພາກສ່ວນ ກ່ຽວຂ້ອງໄດ້ວາງອອກ, ພ້ອມທັງຊຸກຍູ້ໃຫ້ບັນດາ ວິສາຫະກິດດັ່ງກ່າວ ໃຫ້ສາມາດດໍາເນີນ ກິດຈະການຂອງ ຕົນເອງໄດ້ ເປັນຕົ້ນແມ່ນໂຄງການໄຟຟ້າ, ໂຄງການບໍ່ແຮ່, ໂຄງການທາງລົດໄຟ, ທາງດ່ວນ, ພ້ອມທັງການອໍານວຍ ຄວາມສະດວກ ໃຫ້ນໍາເຂົ້າຊ່ຽວຊານ ແລະ ແຮງງານຕ່າງປະເທດ ເຂົ້າມາຮັບໃຊ້ໃນໂຄງການຕ່າງໆ ຕາມກໍານົດເວລາ ໂດຍໃຫ້ປະຕິບັດ ມາດຕະການ ຂອງຄະນະສະເພາະກິດ ໂຄວິດ-19 ຢ່າງເຂັ້ມງວດ.

ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້
ທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ. (ພາບ: KPL)

ພ້ອມກັນນີ້, ກະຊວງ ຜທ ກໍ່ໄດ້ອອກແຈ້ງການ ສະບັບເລກທີ 0449/ກຜທ.ຫຂສພ.05 ຄັ້ງວັນທີ 27 ເມສາ 2021 ວ່າດ້ວຍການດໍາເນີນກິດຈະການຂອງບັນດາໂຮງງານ, ບໍລິສັດ, ຫ້າງຮ້ານໃນ ເຂດເສດຖະກິດ ພິເສດ ພ້ອມທັງໃຫ້ແຕ່ລະເຂດ ສືບຕໍ່ການຈັດຕັ້ງປະ ຕິບັດມາດຕະການຄວບຄຸມ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ໂດຍສະເພາະໂຮງງານຕັດຫຍິບ ແລະ ໂຮງງານຜະລິດເກີບ ໃນເຂດເສດຖະກິດພິເສດ ແມ່ນໃຫ້ຈັດຕັ້ງປະຕິບັດ ຕາມແຈ້ງການເລກທີ 0323/ອຄ.ກອຫ ຂອງກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ. ສໍາລັບກິດຈະການອື່ນໆ ທີ່ເຄື່ອນໄຫວຢູ່ ໃນເຂດເສດຖະກິດພິເສດ ສືບຕໍ່ຈັດຕັ້ງປະຕິບັດ ມາດຕະການສະກັດກັ້ນທີ່ ກະຊວງ ຜທ ວາງອອກຢ່າງເດັດຂາດ. ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ວິສາຫະກິດຈໍານວນໜຶ່ງ ກໍ່ໄດ້ຢຸດການເຄື່ອນໄຫວ ແລະ ປິດກິດຈະການຊົ່ວຄາວ, ແຕ່ກໍ່ມີຈໍານວນໜຶ່ງ ສືບຕໍ່ດຳເນີນກິດຈະການ ເນື່ອງຈາກວ່າມີການຕິດພັນ ກັບສັນຍາຜູກພັນກັບຄູ່ຄ້າ ແຕ່ກໍ່ໄດ້ປະຕິບັດ ມາດຕະການຕາມ ຄະນະສະເພາະກິດວາງ ອອກຢ່າງເຄັ່ງຄັດ.

ສໍາລັບນະໂຍບາຍ ດ້ານການເງິນ ຕໍ່ກັບຜູ້ລົງທຶນ, ຫົວໜ່ວຍທຸລະກິດໃດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງພະຍາດ ໂຄວິດ-19, ຊຶ່ງເຮັດໃຫ້ບໍລິສັດມີການຂາດທຶນ. ຜູ້ດໍາເນີນທຸລະກິດ ທີ່ເສຍອາກອນກໍາໄລ ຕາມລະບົບການຖືບັນຊີ ທີ່ມີການຂາດທຶນໃນປີ, ໂດຍມີການຢັ້ງຢືນ ຈາກອົງການກວດສອບບັນຊີ ຫລື ບໍລິສັດກວດສອບບັນຊີເອກະລາດ ແລະ ມີການຮັບຮູ້ຈາກຂະແໜງ ການສວຍສາອາກອນ ແມ່ນມີສິດຍົກເງິນຂາດທຶນດັ່ງກ່າວ ໄປຫັກອອກຈາກກໍາໄລ ຂອງປີຖັດໄປ ພາຍໃນເວລາ ຫ້າປີຕິດຕໍ່ກັນ. ສ່ວນທຸລະກິດກ່ຽວກັບການປູກຝັງ, ລຽງສັດ ທີ່ຂາດທຶນຍ້ອນເກີດພະຍາດລະບາດ ຫລື ໄພພິບັດຈາກທໍາມະຊາດ ມີສິດຍົກເງິນຂາດທຶນດັ່ງກ່າວ ໄປຫັກອອກຈາກກໍາໄລ ຂອງປີຖັດໄປ ບໍ່ເກີນ 10 ປີ. ເມື່ອໝົດກໍານົດແລ້ວ ເງິນຂາດທຶນທີ່ຍັງຫັກບໍ່ໝົດນັ້ນ ຈະບໍ່ອະນຸຍາດໃຫ້ຫັກຕໍ່ໄປອີກ ຍົກເວັ້ນກິດຈະການ ທີ່ມີລາຍຮັບ ຫລື ກໍາໄລ ຫລັງຈາກການລົງທຶນເກີນກວ່າຫ້າປີ.

ນອກຈາກນີ້, ກະຊວງ ແຜນການ ແລະ ການລົງທຶນ ຍັງໄດ້ລົງໄປຢ້ຽມຢາມ ຕິດຕາມຊຸກຍູ້ແກ້ໄຂບັນຫາ ບັນດາຫົວໜ່ວຍທຸລະກິດ ແລະ ຮັບຄໍາຮ້ອງຮຽນຈາກຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ໃນການແກ້ໄຂບັນຫາຕ່າງໆ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດ ສາມາດຜ່ານຜ່າ ບັນຫາຂໍ້ຫຍຸ້ງຍາກຕ່າງໆ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ຊີ້ນໍາການແກ້ໄຂພາຍຫລັງການແຜ່ລະບາດສີ້ນສຸດລົງ; ສໍາລັບວຽກງານການອໍານວຍ ຄວາມສະດວກໃຫ້ຜູ້ລົງທຶນ ເປັນຕົ້ນແມ່ນ ວຽກການບໍລິການການລົງທຶນ ໂດຍຜ່ານຫ້ອງການບໍລິການ ການລົງທຶນປະຕູດຽວ ພວກເຮົາຍັງສືບຕໍ່ ຈັດຕັ້ງປະຕິບັດຕາມປົກກະຕິ, ນັກລົງທຶນສາມາດດາວໂຫລດ ເອົາແບບຟອມຢູ່ເວັບໄຊ ຂອງກົມ ສົ່ງເສີມການລົງທຶນ ແລະ ສາມາດຢື່ນແບບຟອມ ຢູ່ຫ້ອງການປະຕູດຽວ ຂອງກົມສົ່ງເສີມການລົງທຶນ.

ຂ້າພະເຈົ້າຂໍຝາກເຖິງ ບັນດາຫົວໜ່ວຍທຸລະກິດ, ຖ້າຫາກພົບບັນຫາ ຂໍ້ຫຍຸ້ງຍາກຕ່າງໆ ໃນການ ດໍາເນີນທຸລະກິດໃນໄລຍະນີ້ ແມ່ນໃຫ້ປະສານກັບກົມ ສົ່ງເສີມການລົງທຶນ, ກະຊວງ ຜທ. ນັບທັງການ ດໍາເນີນທຸລະກິດ ໃນເຂດເສດຖະກິດພິເສດ ແມ່ນໃຫ້ປະສານຫາຫ້ອງ ການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງ ຜທ ເພື່ອພ້ອມກັນຄົ້ນຄວ້າ ແກ້ໄຂໃຫ້ທັນເວລາ.

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີເອຢິບ ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີເອຢິບ

ຫວ່າງແລ້ວນີ້, ທີ່ທໍານຽບປະທານາທິບໍດີ ນະຄອນຫລວງ ໄຄໂຣ, ສາທາລະນະລັດ ອາຣັບ ເອຢິບ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ອັບເດວ ຟາຕາ ອານ-ສິສິ (Abdel Fattah Al-Sisi), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ, ເພື່ອດໍາລົງ ຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ...

ຄະນະສະເພາະກິດ ຢືນຢັນ ສປປ ລາວ ບໍ່ພົບຜູ້ຕິດເຊື້ອເພີ່ມ ຄະນະສະເພາະກິດ ຢືນຢັນ ສປປ ລາວ ບໍ່ພົບຜູ້ຕິດເຊື້ອເພີ່ມ

ໃນວັນທີ 19 ມີນາ 2021 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມ ມາຮອດປັດຈຸບັນ ເຫັນວ່າສະພາບການລະບາດ ຂອງພະຍາດໂຄວິດ-19 ຂອງແຕ່ລະປະເທດ ໃນທົ່ວໂລກ ຄ່ອຍໆຫລຸດລົງເທື່ອລະໜ້ອຍ ເນື່ອງຈາກຫລາຍປະເທດ ມີມາດຕະການສັກວັກແຊງ ປ້ອງກັນພະ ຍາດ ໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງ ເຊິ່ງກໍເປັນວິທີໜຶ່ງ ທີ່ຈະສາມາດປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດດັ່ງກ່າວໄດ້ ແຕ່ອາດຈະໄດ້ໃຊ້ເວລາ ເພື່ອໃຫ້ການສັກວັກແຊງຄວບຄຸມ, ທົ່ວເຖິງ ແລະ ສາມາດຈຳກັດການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳ ສປປ ລາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳ ສປປ ລາວ

ເມື່ອບໍ່ດົນມານີ້, ຢູ່ທີ່​​ຄະນະ​ພົວພັນ​ຕ່າງ ປະ​ເທດ​ສູນ​ກາ​ງພັກ, ທ່ານ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ເລຂາທິການສູນກາງພັກ, ຫົວໜ້າ​ຄະນະ​ພົວພັນ​ ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຕ້ອນ ຮັບການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ​ທ່ານ ​ເຈດສະດາ ກະຕະເວທິ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ທ່ານ ​​ໂພຣ ແຄລີ (​Paul Kelly), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.

kpl.gov.la

ເຫດການ
302 Found

Found

The document has moved here.