ຫວຽດນາມ, ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ການລົງທຶນສີຂຽວ ແລະຫັນປ່ຽນດີຈີຕອນ

16:30 | 03/04/2022

ຍສໝ - ວັນທີ 30 ມີນາ, ເວທີປາໄສການລົງທຶນຫວຽດນາມ ດ້ວຍຫົວຂໍ້ “ສັກກະຫຼາດ ໃໝ່ກ່ຽວກັບການຫັນປ່ຽນດີຈີຕອນ ແລະຫັນປ່ຽນສີຂຽວ” ໄດ້ຈັດຕັ້ງຢູ່ລອນດອນ, ປະເທດອັງກິດ ເພື່ອຊຸກຍູ້ການລົງທຶນຕ່າງປະເທດເວົ້າລວມ ແລະການລົງທຶນ ຂອງອັງກິດ ເຂົ້າຫວຽດນາມ ເວົ້າສະເພາະ ໃນສະພາບທີ່ປະເທດເປີດປະຕູ ຄືນໃໝ່ພາຍຫຼັງພະຍາດໂຄວິດ-19.

ກະຊວງການຕ່າງປະເທດເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງສະໝັກໃຈໃນການປະຕິບັດຂໍ້ສະເໜີທີ່ຫວຽດນາມຮັບເອົາຕາມກົນໄກກວດກາທົບທວນຕາມໄລຍະທົ່ວໄປ ກະຊວງການຕ່າງປະເທດເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງສະໝັກໃຈໃນການປະຕິບັດຂໍ້ສະເໜີທີ່ຫວຽດນາມຮັບເອົາຕາມກົນໄກກວດກາທົບທວນຕາມໄລຍະທົ່ວໄປ
ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ເຮັດວຽກກັບຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບດ້ານນະໂຍບາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ເຮັດວຽກກັບຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບດ້ານນະໂຍບາຍ

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ການລົງທຶນເຂົ້າເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີການເງິນ, ພະລັງງານ ທົດແທນ, ຫັນປ່ຽນສີຂຽວຢູ່ຫວຽດນາມ ກໍ່ຄືສ້າງກາລະໂອກາດໃຫ້ບັນດາວິ ສາຫະກິດຫວຽດນາມ ໄດ້ເຂົ້າເຖິງແຫຼ່ງການເງິນຈາກອັງກິດ ໃຫ້ບັນດາໂຄງ ການພັດທະນາສີຂຽວ.

ຫວຽດນາມ, ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ການລົງທຶນສີຂຽວ ແລະຫັນປ່ຽນດີຈີຕອນ
ຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: TTXVN

ທ່ານ ເຈິ່ນກວ໊ກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ-ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ໃນ 5-10 ປີຈະມາເຖິງ, ຫວຽດນາມ ຈະກາຍ ເປັນປະເທດຫັນປ່ຽນດີຈີຕອນໂດຍໄວ. ທ່ານຢັ້ງຢືນວ່າ ພ້ອມກັບການລະເບີດ ຂຶ້ນກ່ຽວກັບການຊໍາລະເງິນທາງອອນລາຍທີ່ມີການເຂົ້າຮ່ວມຂອງຫຼາຍບໍລິສັດເຕັກໂນໂລຢີການເງິນໃນໄລຍະຜ່ານມາ, ຫວຽດນາມ ມີຄວາມເຊື່ອໝັ້ນຕົນເອງທີ່ສຸດ ເພື່ອມຸ່ງໄປເຖິງເປົ້າໝາຍຫັນປ່ຽນດີຈີຕອນຢ່າງແທ້ຈິງໃນໄລຍະຈະມາເຖິງ.

ກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາແຫຼ່ງພະລັງງານສີຂຽວ ແລະຍືນຍົງຂອງ ຫວຽດນາມ - ເປັນໜຶ່ງຫົວຂໍ້ທີ່ມີຄວາມສໍາຄັນຢູ່ເວທີປາໄສ, ທ່ານ ເຈິ່ນກວ໊ກແຄ໊ງ ເນັ້ນໜັກວ່າ ດິນຟ້າອາກາດ ແລະພູມີປະເທດຂອງຫວຽດນາມ ໄດ້ເຮັດໃຫ້ພະລັງງານທົດແທນ, ​ພິເສດແມ່ນພະລັງງານໄຟຟ້າແຮງລົມ ແລະໄຟຟ້າແສງຕາເວັນ, ມີແງ່ຫວັງດຶງດູດການລົງທຶນຫຼາຍທີ່ສຸດ. ທ່ານ ເນັ້ນໜັກວ່າ ອັງກິດສາມາດກາຍເປັນນັກລົງທຶນແຖວໜ້າຢູ່ ຫວຽດນາມ ດ້ວຍບັນດາໂຄງການກ່ຽວກັບການຫັນປ່ຽນດີຈີຕອນ ແລະພັດທະນາພະລັງງານ ສີຂຽວ ແລະສະອາດ, ບັນດາຂົງເຂດກໍາລັງນັບມື້ນັບມີຄວາມສໍາຄັນ ແລະມີ ຜົນສະທ້ອນທີ່ມີລັກສະນະຍຸດທະສາດຕໍ່ກັບການພັດທະນາຂອງບັນດາປະເທດໃນໂລກ.

ບູນມີ

ເຫດການ
302 Found

Found

The document has moved here.