ກຳໄດ້ກາລະໂອກາດເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນກັບຕະຫລາດອາເມລິກາ

11:37 | 10/12/2021

ຍສໝ - ດ້ວຍ​ຫົວ​ຂໍ້​ວ່າ “ກຳໄດ້​ກາລະ​ໂອກາດ, ປັບຕົວເຂົ້າ​ກັບ​ການ​ພັດທະນາ​ໃນ​ສະພາບ​ການ​ໃໝ່”, ​ເວທີ​ປາ​ໄສ​ການ​ຄ້າ ຫວຽດນາມ - ອາ​ເມ​ລິ​ກາ 2021 ​ຈັດ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ສົມທົບ​ກັບ​ຫ້ອງການ​ຄ້າ ອາ​ເມ​ລິ​ກາ ປະຈຳ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7 ທັນວາ.

ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ
ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ

ທີ່​ກອງ​ປະຊຸມ​ວາລະທີ 1 ດ້ວຍ​ເນື້ອ​ໃນ: ແງ່​ຫວັງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ, ບັນດາ​ນັກ​ຊ່ຽວຊານ​ໄດ້​ແນະນຳ​ວ່າ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງກຳໄດ້​ໂອກາດ​ນີ້ ​ເພື່ອ​ເຂົ້າ​ຮ່ວມລະບົບ​ມູນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ. ​ໃນ​ກອງ​ປະຊຸມວາລະທີ 2 ດ້ວຍ​ເນື້ອ​ໃນ: ​ເສດຖະກິດ​ດີ​ຈີ​ຕອນ - ທ່າ​ອ່ຽງ​ ແລະ ພື້ນຖານນະ​ໂຍບາຍ​ຂອງ ຫວຽດນາມ - ອາ​ເມ​ລິ​ກາ, ບັນດາ​ນັກ​ຊ່ຽວຊານ ​ເນັ້ນ​ໜັກ​ວ່າ ການ​ຄ້າ ​ແລະ ການ​ບໍລິການ​ດີ​ຈີ​ຕອນ ​ແມ່ນ​ມາດ​ຕະການ​ສຳຄັນ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ​ໃນ​ສະພາບ​ການ​ໃໝ່.

ກຳໄດ້ກາລະໂອກາດເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນກັບຕະຫລາດອາເມລິກາ
ທ່ານ ໂດທັງຫາຍ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. (ພາບ: baotintuc)

ທ່ານ ໂດທັງຫາຍ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃຫ້​ຮູ້​ວ່າ: ​ໃນມູມມອງຕັ້ງໜ້າ, ບັນດາຄວາມ​ບໍ່ປົກກະຕິທີ່​ເກີດ​ຈາກ​ໂລກ​ລະບາດ​ໂຄ​ວິດ-19 ​ໄດ້​ຊ່ວຍ​ສ້າງ​ກາລະ​ໂອກາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ. ແຕ່ລະຂະແໜງການ, ແຕ່ລະຂົງເຂດ ຕ້ອງຕີລາຄາຄືນຄວາມສາມາດຂອງຕົນເອງ, ເປີດອອກບັນດາທິດທາງດຳເນີນທຸລະກິດ ແລະ ຄວາມສາມາດ ເພື່ອເຂົ້າເຖິງຕະຫຼາດໃໝ່. ​ເພາະສະ​ນັ້ນ, ​ເວທີ​ປາ​ໄສ​ການ​ຄ້າ​ຫວຽດນາມ - ອາ​ເມ​ລິ​ກາ ​ແມ່ນ​ໂອກາດ​ສຳຄັນ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ພົບ​ປະ​ແລກປ່ຽນ, ຊອກຫາກາລະ​ໂອກາດ​ຮ່ວມ​ມື, ຍາດ​ແຍ່ງ​ທ່າ​ອ່ຽງການ​ດຳ​ເນີນ​ທຸລະ​ກິດ​ໃໝ່, ພິ​ເສດ​ແມ່ນ​ເປີດ​ກ້ວາງ​ກາລະ​ໂອກາດ​ເຂົ້າ​ເຖິງ​ຕະຫຼາດ ອາ​ເມ​ລິ​ກາ, ເພື່ອເພີ່ມຄວາມໄວໃນການ​ຟື້ນ​ຕົວ​ ຫຼັງ​ການ​ແຜ່​ໂລກລະບາດ ​.

ໄລ່​ຮອດ​ທ້າຍ​ເດືອນ​ຕຸລາ​ປີ​ນີ້, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 89,6 ຕື້ USD, ​ໃນ​ນັ້ນ ຫວຽດນາມ ສົ່ງ​ອອກ​ໄປ​ຍັງ​ອາ​ເມ​ລິ​ກາ 76,7 ຕື້ USD. ອາ​ເມ​ລິ​ກາ ​ຍັງ​ຄົງ​ຮັກສາ​ທີ່​ຕັ້ງ​ຂອງ​ຕົນ ​ເປັນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ, ​ໃນ​ຂະນະ​ທີ່ ຫວຽດນາມ ສືບ​ຕໍ່​ບືນຕົວຂຶ້ນ​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 9 ຂອງ​ອາ​ເມ​ລິ​ກາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.