ປະກາດຍຸດທະສາດເປີດໜ້າໃໝ່ ໃນການຮ່ວມມືດ້ານເສດຖະກິດຫວຽດນາມ - ອົດສະຕາລີ

09:05 | 28/12/2021

ຍສໝ - ຍຸດ​ທະ​ສາດ​ດັ່ງກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ສອງ​ປະ​ເທດ​ ໃນ​ການ​ຊຸກຍູ້​ການຮ່ວມສຳພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ແລະ ຈະ​ໜູນຊ່ວຍ​ການ​ຟື້ນ​ຕົວ​ດ້ານ​ເສດຖະກິດ​ ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19.

ອົດສະຕາລີ ສະໜັບສະໜູນການປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ແລະ ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ພາກຕາເວັນຕົກສ່ຽງເໜືອ ອົດສະຕາລີ ສະໜັບສະໜູນການປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ແລະ ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ພາກຕາເວັນຕົກສ່ຽງເໜືອ
ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ

ທີ່​ການ​ໂອ້​ລົມ​ສົນທະນາ​ ກັບ​ທ່ານ​ຮອງລັດຖະມົນຕີ​​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ ເຈີ່ນ​ກວກ​ເຟືອງ, ທ່ານ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ Robyn Mudie ​ ໄດ້ແບ່ງປັນ​ວ່າ: “ພວກ​ຂ້າພະ​ເຈົ້າ​ ມີ​ຄວາມເອກອ້າງທະນົງ​ໃຈ​ທີ່​ສຸດ​ທີ່​ໄດ້​ປະກາດ​ຍຸດ​ທະ​ສາດ​ນີ້​ ອອກສູ່​ມະຫາຊົນ ພ້ອມ​ກັບຫວຽດນາມ. ໂດຍຜ່ານຍຸດທະສາດນີ້, ພວກເຮົາສາມາດເຮັດວຽກຮ່ວມກັນ ເພື່ອຟື້ນຟູເສດຖະກິດຂອງພວກເຮົາ ແລະ ພັດທະນາວັດທະນາຖາວອນ.

ພື້ນຖານເສດຖະກິດ​ຂອງ​ສອງ​ປະ​ເທດ​ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນເພີ່ມເຕີມຊຶ່ງກັນ ແລະ ກັນ. ອົດ​ສະ​ຕາ​ລີ ​ແມ່ນ​ຜູ້​ສະໜອງ​ວັດຖຸ​ດິບ ​ແລະ ການ​ບໍລິການ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ໃຫ້​ບັນດາ​ຜູ້​ສົ່ງ​ອອກ​ຫວຽດນາມ ​ແລະ ຜູ້​ບໍລິ​ໂພ​ກຂອງ​ພວກ​ຂ້າພະ​ເຈົ້າ ໄດ້ນິຍົມ​ບັນດາ​ຜະລິດ​ຕະພັນຄຸນ​ນະພາ​ບສູງຂອງ​ຫວຽດນາມ. ສາຍພົວພັນນີ້ ມີກຳລັງບົ່ມຊ້ອນອັນໃຫຍ່ຫຼວງ ເມື່ອພວກເຮົາຟື້ນ​ຕົວພາຍຫຼັງ​ໂລກລະບາດ​ໂຄ​ວິດ-19. ຍຸດ​ທະ​ສາດ​ດັ່ງກ່າວ​ ຈະ​ຊ່ວຍ​ຊີ້​ນຳ​ສອງ​ປະ​ເທດ​ກ້າວ​ໄປ​ສູ່​ເສັ້ນທາງ​ການ​ພັດທະນາ​ແບບ​ເຊື່ອມ​ໂຍງ ​ແລະ ໝັ້ນຄົງ.

ປະກາດຍຸດທະສາດເປີດໜ້າໃໝ່ ໃນການຮ່ວມມືດ້ານເສດຖະກິດຫວຽດນາມ - ອົດສະຕາລີ
ປະກາດຍຸດທະສາດເປີດໜ້າໃໝ່ ໃນການຮ່ວມມືດ້ານເສດຖະກິດຫວຽດນາມ - ອົດສະຕາລີ. (ພາບ: baoquocte)

ຕາມ​ທ່ານຮອງ​ລັດຖະມົນຕີ​​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ ເຈີ່ນ​ກວກ​ເຟືອງ ​ແລ້ວ, ຍຸດ​ທະ​ສາດ​ນີ້​ ຈະ​ແມ່ນ​ຈຸດ​ສຸມ​ເພື່ອ​ຫັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ການ​ຮ່ວມ​ມື​ ລະຫວ່າງ ສອງປະ​ເທດເປັນການປະຕິບັດ. ທ່ານ​ຮອງລັດຖະມົນຕີ​​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ ເຈີ່ນ​ກວກ​ເຟືອງ ​ເນັ້ນ​ໜັກ​ວ່າ: “ຍຸດ​ທະ​ສາດ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ ​ແລະ ​ໜູນຊ່ວຍ ໃຫ້ການ​ຟື້ນຟູ​ດ້ານ​ເສດຖະກິດ​ ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19.

​ໃນ​ຄຳ​ນຳ​ທຳອີດຂອງຍຸດ​ທະ​ສາດ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິ​ງຈິ​ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Scott Morrison ​ໄດ້​ເຫັນ​ດີ​ວ່າ: ຍຸດ​ທະ​ສາດ​ແມ່ນ​ບາດກ້າວ​ສຳຄັນ​ ເພື່ອຫັນເປັນການ​ປະຕິບັດ​ເປົ້າໝາຍ​ລວມ​ຂອງສອງປະ​ເທດ​ ໃນ​ກຸ່ມ 10 ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຂັ້ນ​ສູງ​ຂອງ​ແຕ່ລະ​ປະ​ເທດ ​ແລະ ເພີ່ມຂຶ້ນທົບສອງ​ເທົ່າ​ການ​ລົງ​ທຶນສອງ​ຝ່າຍ.

“ໂດຍພ້ອມກັນ, ອົດ​ສະ​ຕາ​ລີ ​ແລະ ຫວຽດນາມ ພວມບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ, ພວກ​ເຮົາມີໂຄງການດຳເນີນງານລວມ​ອັນໝັ້ນຄົງ, ​ເຊື່ອໝັ້ນ ​ແລະ ມຸ່ງ​ໄປ​ສູ່ຕໍ່ອະນາຄົດ. ​ຍຸດ​ທະ​ສາດ​ດັ່ງກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ສອງ​ປະ​ເທດ​ສາມາດ​ບັນລຸ​ໄດ້​ຫຍັງ​ເມື່ອ​ສອງ​ປະ​ເທດ​ຮ່ວມ​ມືກັນ. ຂ້າ​ພະ​ເຈົ້າດີ​ໃຈ​ທີ່​ໄດ້​ແນະ​ນຳ​ຍຸດ​ທະ​ສາດ​ໃຫ້​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ ແລະ ປະຊາຄົມ​ລົງ​ທຶນ ແລະ ປ່ຽນແປງໃໝ່ຂອງອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ, ແລະ ສຳລັບບັນ​ດາ​ຜູ້​ທີ່​ຈະພ້ອມກັນ​ຮ່ວມ​ມື ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ນີ້”, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Scott Morrison ກ່າວ​.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິ​ງຈິ​ງ ເນັ້ນ​ໜັກ​ວ່າ: “ນັບ​ແຕ່​ການສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະຫວ່າງ​ສອງ​ປະ​ເທດ ຢ່າງ​ເປັນ​ທາງ​ການ​ໃນ​ປີ 1973, ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ໄດ້​ຮັບ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ລັດ ແລະ ປະ​ຊາ​ຊົນ​ຂອງສອງ​ປະ​ເທດ.

ຍຸດ​ທະ​ສາດ​ໄດ້ຍົກອອກບັນດາ​ຂໍ້​ລິ​ເລີ່​ມທີ່ແທດຈິງ ນຳມາເຊິ່ງ​​ຜົນປະໂຫຍດໃຫ້​​ທັງ​ສອງ​ຝ່າຍ, ລົງ​ເລິກ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີຂົງເຂດ​ກະສິກຳ, ການ​ສຶກສາ, ພະລັງງານ, ການ​ບໍລິການ ​ແລະ ​ເສດຖະກິດ​ດີ​ຈີ​ຕອນ.

ຍຸດ​ທະ​ສາດ​ດັ່ງກ່າວ ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການປັບປຸງ​ລະບົບ​ການ​ຄ້າ​ທົ່ວໂລກ​ທີ່​ອີງ​ໃສ່​ກົດ​ລະບຽບ​ກົດໝາຍ ເພື່ອເປັນພື້ນຖານໃຫ້ແກ່ການຄ້າສາກົນທີ່ເປີດ​ກວ້າງ​ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທາງ​ເສດຖະກິດ ​ແລະ ການ​ເຄື່ອນ​ໄຫວ​ເສດຖະກິດ​ແບບ​ບັງຄັບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.