ຍສໝ - ເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ - ອົດສະຕາລີ, ໃນວັນທີ 6 ມີນານີ້, ອົດສະຕາລີ ແລະ ລາວ ໄດ້ປະກາດການຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ຢ່າງເປັນທາງການ, ເປີດໄລຍະໃໝ່ໃນການຮ່ວມມືລະຫວ່າງສອງປະເທດ.
ຍສໝ - ວົງເງິນການຄ້າ ຫວຽດນາມ-ລາວ ໃນເດືອນມັງກອນປີນີ້ ໄດ້ເພີ່ມຂຶ້ນຢ່າງແຮງ, ຮອດ 75,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸໄດ້ 174,4 ລ້ານ ; ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປ ລາວ ບັນລຸໄດ້ 56,8 ລ້ານ USD.
ຍສໝ - ຄອມພິວເຕີຕັ້ງໂຕະ, ປື້ມບັນທຶກໂຮງຮຽນ, ເຂົ້າສານ ແມ່ນບັນດາຂອງຂວັນທີ່ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳນະຄອນຫຼວງພະບາງ ແລະ ຜູ້ຕາງໜ້າສະມາຄົມ/ກຳມະການຊາວຫວຽດນາມ ຢູ່ແຂວງພາກເໜືອຂອງລາວ ໃຫ້ແກ່ໂຮງຮຽນກິນນອນຊົນເຜົ່າແຂວງຫຼວງນ້ຳທາ.
ຍສໝ - ແຂວງເງະອານ ປາດຖະໜາຢາກຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 9 ແຂວງໃນໄລຍະຈະມາເຖິງ, ສ້າງເງື່ອນໄຂດີທີ່ສຸດ ເພື່ອຊຸກຍູ້ວິສາຫະກິດຮ່ວມມື; ຮຽກຮ້ອງໃຫ້ຄະນະຜູ້ແທນແຂວງບໍລິຄຳໄຊ ລາຍງານຕໍ່ອໍານາດການປົກຄອງແຂວງບໍລິຄຳໄຊ ສະເໜີຕໍ່ລັດຖະບານລາວ ປະກາດດ່ານນ້ຳອ່ອນເປັນດ່ານຊາຍແດນຫຼັກໂດຍໄວ, ສ້າງເງື່ອນໄຂຊຸກຍູ້ການເຄື່ອນໄຫວນຳເຂົ້າ-ສົ່ງອອກ, ການເຂົ້າ-ອອກເມືອງຢ່າງສະດວກ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM ແຄບ), ຕອນບ່າຍວັນທີ 4 ມີນາ, ຢູ່ແຂວງ ຫລວງພະບາງ, ແຂວງພາກເໜືອຂອງລາວ, ທ່ານພົນໂທຫງວຽນເຕີນເກື່ອງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນເອກຈັນສະໝອນ ຈັນຍາລາດ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດລາວ ແລະ ທ່ານພົນເອກ Tea Seiha - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດກຳປູເຈຍ.
ຍສໝ - ຄະນະຊາວໜຸ່ມແຂວງເຊີນລາ ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ສົມທົບກັນໂຄສະນາ, ສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມສອງແຂວງ ກ່ຽວກັບນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງແຂວງເຊີນລາ-ຫຼວງພະບາງ ເວົ້າສະເພາະ.
ຍສໝ - ຕອນຄ່ຳວັນທີ 1 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດຕັ້ງລາຍການສາຍຮູບເງົາໂດຍບໍ່ເສຍຄ່າ 'Đào, Phở và Piano' - ແປວ່າ “ດອກຄາຍ, ເຝີ, ປີອາໂນ”, ໃຫ້ບັນດານັກສຶກສາ ລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ, ເພື່ອຊ່ວຍໃຫ້ນັກສຶກສາເຂົ້າໃຈເພີ່ມເຕີມກ່ຽວກັບວິລະຊົນ ແລະ ຄວາມໂສກເສົ້າຂອງປະຫວັດສາດຫວຽດນາມ ໃນຊຸມປີແຫ່ງການຕໍ່ສູ້ເພື່ອເອກະລາດ.
ຍສໝ - ນີ້ແມ່ນເນື້ອໃນຂອງບັນດາຄຳເຫັນທີ່ກອງປະຊຸມ ແລະ ແລກປ່ຽນໃນການພົບປະຮັບຕ້ອນປີໃໝ່ 2024 ທີ່ຈັດຕັ້ງໂດຍການສົມທົບຂອງ ຄະນະກຳມະການຕິດຕໍ່ທົ່ວປະເທດ ບັນດານັກຮົບເກົ່າ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ ກັບ ສະຖານທູດລາວ ປະຈຳ ຫວຽດນາມ ໃນວັນທີ 3 ມີນາ ຢູ່ ຮ່າໂນ້ຍ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຜົນການປະຊຸມຂອງ 4 ອະນຸກໍາມະການເສດຖະກິດ, ປ້ອງກັນຄວາມສະຫງົບ-ການພົວພັນຕ່າງປະເທດ, ສັງຄົມ-ສິ່ງແວດລ້ອມ, ທ້ອງຖິ່ນ ແລະບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຄະນະກໍາມະການປະສານງານລວມເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ; ຮັບຟັງບົດລາຍງານຜົນກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະການທ່ອງທ່ຽວ ຄັ້ງທີ 13, ບົດລາຍງານຜົນຂອງເວທີປາໄສຊາວໜຸ່ມກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9.
ຍສໝ - ໂຄງການລະບົບຊົນລະປະທານເມືອງໜອງບົກ ມີຄວາມໝາຍຫຼາຍຢ່າງຢູ່ປະເທດລາວ ເຊິ່ງລັດຖະບານຫວຽດນາມ ໄດ້ມອບໝາຍໃຫ້ຄະນະກຳມະການປະຊາຊົນແຂວງຮ່າຕິງ ເປັນເຈົ້າຂອງໂຄງການ.
ຍສໝ - HAGL Agrico, ບໍລິສັດກະສິກຳຂອງເສດຖີເງິນຕື້ ເຈີນບ໋າເຢື່ອງ ປາດຖະໜາຢາກລົງທຶນໃນໂຄງການປູກໝາກໄມ້ສົມທົບກັບການລ້ຽງງົວຢູ່ ລາວ, ດ້ວຍດ້ວຍຈຳນວນທຶນທັງໝົດ 750 ລ້ານ USD.
ຍສໝ - ຕອນເຊົ້າວັນທີ 24 ກຸມພາ, ຢູ່ວັດເຟີດຕິກ - ນະຄອນຫຼວງວຽງຈັນ (ປະເທດລາວ) ໄດ້ຈັດຕັ້ງພິທີບຸນເຕັດວັນເພັງເດືອນຈຽງ (ຫຼືເອີ້ນອີກວ່າພິທີ ຫງວຽນຕຽວ, ບຸນເຕັມຈັນເດືອນທຳອິດ) ເຊິ່ງແມ່ນໜຶ່ງໃນບັນດາປະເພນີວັດທະນະທຳທາງຈິດໃຈທີ່ຂາດບໍ່ໄດ້ຂອງຊາວຫວຽດນາມທຸກແຫ່ງໃນຊຸມມື້ຕົ້ນລະດູບານໃໝ່.
ຍສໝ - ໂຄງການ “ຄອບຄົວຫວຽດນາມ ໄດ້ທູນຫົວນັກສຶກສາລາວ ແລະ ກຳປູເຈຍ ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນຈາກຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ບັນດາອົງການສະມາຊິກ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ-ລາວ-ກຳປູເຈຍ.
ຍສໝ - ຕອນເຊົ້າວັນທີ 27 ກຸມພາ, ຢູ່ແຂວງ ອັດຕະປື, ທາງພາກໃຕ້ລາວ, ໄດ້ໄຂກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ (CLV) ຄັ້ງທີ 13.
ຍສໝ - ສາຍການບິນ ນະຄອນ ໂຮ່ຈີມິນ - ນະຄອນຫຼວງ ວຽງຈັນ ໄດ້ຮັບໃຊ້ຜູ້ໂດຍສານດ້ວຍ 4 ຖ້ຽວໄປ - ກັບ/ອາທິດ, ໃນວັນຈັນ, ວັນພຸດ, ວັນສຸກ, ວັນອາທິດ, ໂດຍໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີ.
ຍສໝ - ການພົບປະໄດ້ລະດົມກໍາລັງໃຈ, ສົ່ງເສີມນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ແຂວງເຊີນລາ, ປະກອບສ່ວນໂຄສະນາເຜີຍແຜ່, ສຶກສາ, ຍົກສູງຄວາມຮັບຮູ້ໃຫ້ປະຊາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມຂອງສອງປະເທດກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງມູນເຊື້ອສາມັກຄີ, ຮ່ວມສຳພັນສູ້ຮົບ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເພື່ອພ້ອມກັນປົກປັກຮັກສາ, ປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ຍສໝ - ວັນທີ 26 ກຸມພານີ້, ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ດຳເນີນການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ ເປັນເຈົ້າພາບຈັດຕັ້ງ.
ຍສໝ - ໃນບັນຍາກາດອັນອົບອຸ່ນ ແລະສາມັກຄີ, ສະຫາຍ ວົງເພັດ ກຽນສິງຮັກ ໄດ້ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ລັດຖະກອນ ແລະຊາວຜູ້ອອກແຮງງານຄະນະກຳມະການແນວໂຮມປະເທດຊາດແຂວງແທງຮວ໋າ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດໃກ້ຈະວຽນມາ.
ຍສໝ - ຕາມທ່ານ ໂງແທັງເຊີນ ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລ້ວ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ສົມທົບກັບບັນດາອົງການຈັດຕັ້ງສະມາຊິກຜັນຂະຫຍາຍລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ” ປີ 2023 ດ້ວຍ 67 ຄອບຄົວຫວຽດນາມ, ນັກສຶກສາລາວ 91 ຄົນ ແລະນັກສຶກສາກໍາປູເຈຍ 14 ຄົນເຂົ້າຮ່ວມ.
ຍສໝ - ພິທີພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນ ມີຄວາມຢູ່ເຢັນເປັນສຸກ ແລະປາດຖະໜາຂໍໃຫ້ພະສົງສາມະເນນ, ພຸດທະສາສະນິກກະຊົນ ທຸກຄົນໃນໂລກເວົ້າລວມ ກໍ່ຄືໃນປະເທດ ຫວຽດນາມ ແລະ ລາວ ເວົ້າສະເພາະ ພົບແຕ່ຄວາມໂຊກດີໃນປີ 2024.