ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ

22:58 | 17/07/2024

ຍສໝ - ນັບແຕ່ວັນທີ 11-13 ກໍລະກົດ 2024, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ໄດ້ຮ່ວມເດີນທາງພ້ອມກັບທ່ານປະທານປະເທດ ໂຕເລິມ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ.

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ
ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ

ຫວ່າງມໍ່ໆນີ້, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ຮ່ວມເດີນທາງພ້ອມກັບທ່ານ ໂຕເລິມ ປະທານປະເທດ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດຢູ່ ລາວ ແລະ ກຳປູເຈຍ ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືທີ່ເປັນມູນເຊື້ອ, ມີປະສິດທິຜົນລະຫວ່າງຫວຽດນາມ ແລະ 2 ປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີການຮ່ວມມືດ້ານການຄ້າ ແລະ ການລົງທຶນ.

ນັບແຕ່ວັນທີ 11-13 ກໍລະກົດ 2024, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ໄດ້ຮ່ວມເດີນທາງພ້ອມກັບທ່ານປະທານປະເທດ ໂຕເລິມ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ.

ສູ້ຊົນເພື່ອໃຫ້ການເຕີບໂຕດ້ານການຄ້າລະຫວ່າງຫວຽດນາມ ແລະ ລາວ ບັນລຸ 10 – 15% ໃນປີ 2024

ໃນການຢ້ຽມຢາມທາງລັດຖະກິດຢູ່ລາວ, ທ່ານນາງຮອງລັດຖະມົນຕີ ຟານທິຖັ໊ງ ໄດ້ໄປນໍາທ່ານປະທານປະເທດ ໂຕເລິມ ເຂົ້າຮ່ວມການເຈລະຈາຢ່າງເປັນທາງການກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ; ເປັນສັກຂີພິຍານພິທີມອບຮັບບັນດາເອກະສານການຮ່ວມມືລະຫວ່າງສອງປະເທດ; ເຂົ້າຮ່ວມພິທີເປີດນໍາໃຊ້ໂຄງການລະບົບຄຸ້ມຄອງປະຊາກອນ ແລະບັດປະຈໍາຕົວພົນລະເມືອງຢູ່ລາວ; ພົບປະກັບນາຍົກລັດຖະມົນຕີລາວ; ພົບປະກັບປະທານສະພາແຫ່ງຊາດລາວ ... ແລະການເຄື່ອນໄຫວທາງການອື່ນໆ.

ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ

ທ່ານປະທານປະເທດ ໂຕເລິມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະເຈລະຈາລະຫວ່າງທ່ານປະທານປະເທດ ໂຕເລິມ ແລະທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ບົນພື້ນຖານຄວາມເຫັນດີເຫັນພ້ອມກ່ຽວກັບບັນດາມາດຕະການ ເພື່ອສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ ແລະສອງລັດຢ່າງມີປະສິດທິຜົນ, ປະກອບສ່ວນສ້າງກຳລັງໜູນໃໝ່, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ແຮງກວ່າອີກ, ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍຂໍ້ຕົກລົງຍຸດທະສາດຮ່ວມມືຫວຽດນາມ - ລາວ ໄລຍະ 2021 - 2030 ແລະສັນຍາວ່າດ້ວຍການຮ່ວມມືສອງຝ່າຍຫວຽດນາມ - ລາວ ໄລຍະ 2021-2025 ໃຫ້ມີປະສິດທິຜົນ.

2 ຝ່າຍເຫັນດີສືບຕໍ່ປະຕິບັດບັນດາອະນຸສັນຍາ, ສັນຍາ, ແຜນການຮ່ວມມືທີ່ໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ; ສົມທົບກັນຊອກຫາບັນດາມາດຕະການທີ່ມີລັກສະນະບຸກທະລຸ ເພື່ອປ່ອຍບັນດາແຫຼ່ງກຳລັງໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດແນໃສ່ສູ້ຊົນ ເພື່ອບັນລຸເປົ້າໝາຍເຕີບໂຕດ້ານການຄ້າແຕ່ 10 – 15% ໃນປີ 2024.

ສອງຝ່າຍຕີລາຄາການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້, ໃນນັ້ນການຄ້າ ແລະການລົງທຶນສືບຕໍ່ມີຈຸດພົ້ນເດັ່ນ, ບັນດາຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດໃນຫຼາຍໂຄງການຈຸດສຸມໄດ້ ແລະພວມມານະພະຍາຍາມແກ້ໄຂຢ່າງຂາດຂັ້ນ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດຢູ່ເຂດຊາຍແດນຫວຽດນາມ - ກຳປູເຈຍ

ຢູ່ກຳປູເຈຍ, ທ່ານນາງຮອງລັດຖະມົນຕີ ຟານທິຖັ໊ງ ໄດ້ໄປນໍາທ່ານປະທານປະເທດ ໂຕເລິມ ເຂົ້າຮ່ວມການພົບປະກັບປະທານສະພາແຫ່ງຊາດ ກຳປູເຈຍ; ມີການເຈລະຈາກັບນາຍົກລັດຖະມົນຕີກຳປູເຈຍ; ເຂົ້າຮ່ວມພິທີເປີດສາຍການບິນ ຮ່າໂນ້ຍ - ພະນົມເປັນ - ຮ່າໂນ້ຍ; ພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ...

ທີ່ການພົບປະເຈລະຈາກັບນາຍົກລັດຖະມົນຕີກຳປູເຈຍ, ການນຳສອງທ່ານສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແຮງຂອງການພົວພັນລະຫວ່າງສອງປະເທດ. ໃນໄຕມາດທຳອິດຂອງປີ 2024, ວົງເງິນການຄ້າສອງປະເທດກວມເອົາ 22,2% ຍອດມູນຄ່າວົງເງິນສົ່ງອອກຂອງກຳປູເຈຍ. ວົງເງິນການຄ້າໃນ 5 ເດືອນຕົ້ນປີ 2024 ບັນລຸປະມານ 4,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງກຳປູເຈຍ ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອາຊຽນ.

ການນຳ 2 ທ່ານໄດ້ເຫັນດີສືບຕໍ່ຮັກສາການພົບປະ ແລະແລກປ່ຽນຂັ້ນສູງ ແລະທຸກຂັ້ນເປັນປະຈຳ, ໃນນັ້ນມີການພົບປະລະຫວ່າງລັດຖະສະພາ; ຍູ້ແຮງການຮ່ວມມື ແລະການເຊື່ອມຕໍ່ດ້ານເສດຖະກິດ, ພິເສດແມ່ນເສດຖະກິດຢູ່ເຂດຊາຍແດນ ຫວຽດນາມ - ກຳປູເຈຍ ພ້ອມກັນມຸ່ງໄປເຖິງເປົ້າໝາຍບັນລຸວົງເງິນການຄ້າ ໃຫ້ໄດ້ 20 ຕື້ ໂດລາສະຫະລັດ ໃນຊຸມປີຈະມາເຖິງ.

ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ

ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພົບປະເຈລະຈາກັບທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການເຊື່ອມຕໍ່ພື້ນຖານເສດຖະກິດ, 2 ຝ່າຍໄດ້ເຫັນດີເປັນເອກະສັນຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ຄື: ບົດບັນທຶກຊ່ວຍຈໍາກ່ຽວກັບການພັດທະນາ ແລະເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຢູ່ເຂດຊາຍແດນ ຫວຽດນາມ - ກຳປູເຈຍ, ຂໍ້ຕົກລົງຊຸກຍູ້ການຄ້າສອງຝ່າຍໄລຍະ 2025-2026. 2 ຝ່າຍໄດ້ເຫັນດີເປັນເອກະສັນຜັນຂະຫຍາຍການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານຊາຍແດນ, ຜູ້ອອກແຮງງານ, ການພົບປະແລກປ່ຽນປະຊາຊົນຢ່າງແຮງກວ່າອີກ.

2 ຝ່າຍເຫັນດີເປັນເອກະພາບຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະກັນໃນການກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະເປັນເຈົ້າຕົນເອງ, ພ້ອມທັງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ. ພ້ອມກັນນັ້ນ, ຊົມເຊີຍບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກໍ່ສ້າງເສັ້ນຊາຍແດນທາງບົກສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະຮ່ວມມື, ພັດທະນາ ແລະຍູ້ແຮງການພົວພັນຮ່ວມມືລະຫວ່າງບັນດາແຂວງເຂດຊາຍແດນ, ພັດທະນາເສດຖະກິດຢູ່ເຂດຊາຍແດນ ພ້ອມທັງສ້າງເງື່ອນໄຂໃຫ້ປະຊາຊົນໄປມາຫາສູ່ກັນ, ທໍາມາຫາກິນ, ແລກປ່ຽນສິນຄ້າ, ຊຸກຍູ້ໃຫ້ວົງເງິນການຄ້າໃຫ້ເພີ່ມຂຶ້ນຕື່ມອີກໃນໄລຍະຈະມາເຖິງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.