ເປີດຊຸດອົບຮົມບຳລຸງກ່ຽວກັບວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານນະຄອນຫຼວງ ວຽງຈັນ

23:05 | 17/07/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ກໍລະກົດ, ຄະນະພັກນະຄອນນຫຼວງ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ຊຸດ​ອົບຮົມ​ກ່ຽວກັບ​ວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານ ນະຄອນຫຼວງ ວຽງຈັນ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ລາວ ປີ 2024. ເຂົ້າຮ່ວມພິທີເປີດມີສະຫາຍ ນາງ ຫງວຽນທິຕວ໋ຽນ, ກໍາມະການສູນກາງພັກ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ຮ່າໂນ້ຍ; ສະຫາຍ ວິລະສັກ ນາມມຸນຕີ, ຄະນະປະຈໍາພັກນະຄອນຫຼວງວຽງຈັນ, ຫົວໜ້າຄະນະກວດກາພັກ, ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ - ຫົວໜ້າຄະນະພະນັກງານນະຄອນຫຼວງ ວຽງຈັນ ມາເຄື່ອນໄຫວສຶກສາຢູ່ ຮ່າໂນ້ຍ.

ພິທີເປີດໂຄງການມິດຕະພາບ ຮ່າໂນ້ຍ - ວຽງຈັນ (ລາວ)
Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)

ພັດທະນາ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ

ກ່າວ​ຄຳ​ປາໄສທີ່ພິທີເປີດ, ສະຫາຍ ນາງ ຫງວຽນ​ທິຕວ໋ຽນ ຢືນຢັນ​ວ່າ: ​ການເຊື່ອມຊືມ ແລະ ເສີມຂະຫຍາຍນ້ຳໃຈອ້າຍນ້ອງ, ນ້ຳໃຈມິດສະຫາຍລະຫວ່າງ​ສອງ​ພັກ, ສອງ​ລັດ, ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ, ອົງຄະນະ​ພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຮ່າໂນ້ຍ - ວຽງຈັນ ຍາມໃດກໍ່ເຄົາລົບມູນເຊື້ອມິດຕະພາບ, ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ພັດທະນາການພົວພັນຮ່ວມມືສອງຝ່າຍຮອບດ້ານໃນທຸກຂົງເຂດ ດ້ວຍຫຼາຍໂຄງການທີ່ແທດຈິງ.

ເປີດຊຸດອົບຮົມບຳລຸງກ່ຽວກັບວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານນະຄອນຫຼວງ ວຽງຈັນ

ຊຸດຝຶກ​ອົບ​ຮົມ​ບຳລຸງ​ກ່ຽວກັບວຽກງານ​ພັກ​, ມະຫາຊົນໃຫ້ພະ​ນັກ​ງານນະ​ຄອນ​ຫຼວງ​ ວຽງ​ຈັນ

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ​ໄດ້​ເປີດ​ຊຸດ​ອົບຮົມສຳລັບ​ພະນັກງານ​​ນະຄອນຫຼວງ ​ວຽງ​ຈັນ - ລາວ. ຕາມ​ນັ້ນ​ແລ້ວ, ວັນ​ທີ 9 ເມສາ, ຄະນະ​ປະຈຳ​ພັກ​ນະຄອນ ຮ່າ​ໂນ້ຍ ​ໄດ້​ປະກາດ​ແຜນການ​ເລກທີ 230-KH/TU ​ແລະ ບັນດາຂໍ້ຕົກລົງ​ຈັດ​ຕັ້ງ​ຊຸດ​ອົບຮົມ 02 ຊຸຫໃຫ້​ພະນັກງານ​ລັດຖະກອນ 62 ຄົນ​ຂອງ​ນະຄອນຫຼວງ ​ວຽງ​ຈັນ, ​ໃນ​ນັ້ນ, ຊຸດ​ທີ 1 ​ແມ່ນ​ໃຫ້​ບັນດາ​ສຳມະນາກອນ​ສາຍພັກ, ສະຫະພັນ ​ແລະ ຊຸດທີ 2 ແມ່ນສໍາລັບສຳມະນາກອນສາຍລັດຖະບານ. ຊຸດອົບຮົມທີ່ເປີດໃນມື້ນີ້ແມ່ນຊຸດທີ 1 ມີສຳມະນາກອນທັງໝົດ 31 ຄົນ ເຊິ່ງເປັນພະນັກງານຫຼັກແຫຼ່ງຂອງນະຄອນຫຼວງ ວຽງຈັນ. ຊຸດອົບຮົມດັ່ງກ່າວ ແນໃສ່ຊ່ວຍໃຫ້ພະນັກງານ, ລັດຖະກອນ ນະຄອນຫຼວງ ວຽງຈັນ ເພີ່ມທະວີການຄົ້ນຄວ້າ ແລະ ຊອກຮູ້ປະສົບການໃນການກໍ່ສ້າງພັກ ແລະ ລະບອບການເມືອງທີ່ປອດໃສສະອາດ, ເຂັ້ມແຂງ; ປັບປຸງ ແລະ ເສີມສ້າງຄວາມຮູ້ໃໝ່, ຄວາມເປັນຜູ້ນຳ ແລະ ທັກສະການບໍລິຫານ.

ສະຫາຍ ​ນາງ ຫງວຽນ​ທິຕວ໋ຽນ ປາດ​ຖະໜາ​ວ່າ: ​ໂດຍ​ຜ່ານ​ການ​ຝຶກ​ອົບຮົມ, ນ້ຳ​ໃຈ​ສາມັກຄີມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ນະຄອນຫຼວງ​ຈະ​ໄດ້​ຮັບ​ການ​ນຳ​ເຂົ້າ​ໃນ​ຈິດ​ໃຈ​ຂອງ​ຫ້ອງ​ຮຽນ, ​ເພື່ອ​ໃຫ້​ພວກ​ເຮົາ​ເສີມຂະຫຍາຍ, ​ແລກປ່ຽນ, ຊ່ວຍ​ໃຫ້ຊຸດ​ຮຽນ​ປະສົບ​ຜົນສຳ​ເລັດ; ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈເຊິ່ງກັນ ແລະ ກັນ, ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ ​ແລະ ຄວາມ​ຮັກ​ແພງ; ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຂອງຖັນແຖວພະນັກງານ​​ນະຄອນຫຼວງ​ ວຽງ​ຈັນ ​ເພື່ອຕອບສະໜອງຄວາມຮຽກຮ້ອງ​ການ​ພັດທະນາ. ພ້ອມ​ກັນ​ນັ້ນ, ກໍ່​ປັບປຸງ​ການ​ພົວພັນ​ມິດຕະພາບ​ອັນດີງາມ​ ລະຫວ່າງ 2 ນະຄອນຫຼວງ​ໃນ​ສະພາບ​ການ​ໃໝ່”.

ເພິ່ມທະວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ

ສະຫາຍ ວິລະສັກ ນາມມຸນຕີ, ຫົວໜ້າຄະນະກວດກາພັກ, ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ - ຫົວໜ້າຄະນະພະນັກງານນະຄອນຫຼວງ ວຽງຈັນ ໄດ້ຕີລາຄາສູງຕໍ່ການນຳພາ, ໂດຍສະເພາະແມ່ນວຽກງານກໍ່ສ້າງຖັນແຖວພະນັກງານພັກຂອງນະຄອນ ຮ່າໂນ້ຍ. ສະຫາຍ​ເຊື່ອ​ໝັ້ນ​ວ່າ ໂດຍຜ່ານ​ຫຼັກສູດ​ດັ່ງກ່າວ ບັນດາ​ສະມາຊິກ​ຂອງຄະນະ​ຈະ​ໄດ້​ຮັບ​ຄວາມ​ຮູ້ ​ແລະ ປະສົບ​ການ​ຢ່າງ​ຫຼວງ​ຫຼາຍ ທີ່​ສາມາດ​ນຳ​ໃຊ້​ໃນ​ການ​ປະຕິບັດ​ຕົວ​ຈິງ.

ເປີດຊຸດອົບຮົມບຳລຸງກ່ຽວກັບວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານນະຄອນຫຼວງ ວຽງຈັນ

ສະຫາຍນາງ ຫງວຽນ​ທິຕວ໋ຽນ ກ່າວ​ຄຳ​ປາໄສ​ທີ່​ພິທີເປີດຊຸດອົບຮົມ

ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ລະຫວ່າງ ​ລາວ ​ແລະ ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນຫຼວງ​ ວຽງ​ຈັນ ​ແລະ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ, ສະຫາຍປາດຖະໜາ​ໃຫ້​ສອງ​ນະຄອນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​​ສອງ​ປະ​ເທດ ລາວ - ຫວຽດນາມ ເວົ້າລວມ ແລະ ລະຫວ່າງ ນະຄອນຫຼວງ ວຽງຈັນ - ຮ່າໂນ້ຍ ເວົ້າສະເພາະ.

​ເຂົ້າ​ຮ່ວມ​ຊຸດ​ອົບຮົມ​ກ່ຽວ​ກັບ​ວຽກ​ງານ​ພັກ ​ແລະ ມະຫາຊົນ ​ໃຫ້​ແກ່​ພະນັກງານນະຄອນຫຼວງ ​ວຽງ​ຈັນ - ລາວ ມີ​ສຳມະນາກອນ 31 ຄົນ (ສຳມະນາກອນ 27 ຄົນ, ພະນັກງານ​ຄຸ້ມ​ຄອງຊຸດອົບຮົມ 4 ຄົນ). ນີ້ແມ່ນບັນດາພະນັກງານຫຼັກແຫຼ່ງຂອງນະຄອນຫຼວງ ວຽງຈັນ. ​ໃນ​ໄລຍະ 12 ວັນ​ທີ່​ຮ່ຳຮຽນ​ຢູ່ ​ຮ່າ​ໂນ້ຍ, ບັນດາ​ສຳມະນາກອນຈະ​ຄົ້ນຄວ້າ, ​ແບ່ງປັນ, ​ແລກປ່ຽນ​ຄວາມ​ຮູ້, ຄວາມ​ສາມາດ, ປະສົບ​ການ​ທີ່​ເປັນ​ປະ​ໂຫຍດ​ໃນ​ການ​ກໍ່ສ້າງພັກ ແລະ ​ລະບອບ​ການ​ເມືອງ​ທີ່​ປອດ​ໃສ ​ແລະ ໝັ້ນຄົງ.

ສຳມະນາກອນ​ຈະໄດ້​ຮັບ​ຟັງ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ 10 ຫົວ​ເລື່ອງບົດ​ບັນຍາຍ​ (5 ບົດ​ບັນຍາຍ​ກ່ຽວ​ກັບ​ປະສົບ​ການ​ຕົວ​ຈິງ​ຂອງ​ນະຄອນ ​ຮ່າ​ໂນ້ຍ ​ແລະ 5 ບົດ​ບັນຍາຍ​ກ່ຽວ​ກັບທັກສະການ​ນຳພາ ​ແລະ ບໍລິຫານ). ຕາມ​ຫຼັກສູດ, ​ໃນ​ຕອນ​ເຊົ້າ​ບັນດາ​ສະຫາຍ​ຈະ​ຮຽນ​ໃນ​ຫ້ອງ; ຕອນ​ບ່າຍ​ຈະ​ດຳ​ເນີນ​ການ​ຄົ້ນ​ຄ້ວາ ​ແລະ ​ເຄື່ອນ​ໄຫວ​ຕົວຈິງຢູ່ 8 ທ້ອງ​ຖິ່ນ, ຫົວໜ່ວຍ​ຂອງ​ນະຄອນ.

ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

ຍສໝ - ສະຫາຍ ຫງວຽນວັນຟອງ ຫວັງວ່າ ເມືອງຮວ່ານກຽມ ແລະ ເມືອງຈັນທະບູລີ ຈະປຶກສາຫາລື ແລະ ກຳນົດເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ ຕາມທິດເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ...

Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines

ຍສໝ - Vietjet ໄດ້ລົງນາມໃນການຮ່ວມມືຮອບດ້ານກັບ Lao Airlines ແລະ ປະກາດເປີດເສັ້ນທາງສາຍໃໝ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ, ລາວ ກັບ ນະຄອນໂຮ່ຈີມິນ, ຫວຽດນາມ.

ມິງດຶກ

302 Found

Found

The document has moved here.