ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ

22:57 | 17/07/2024

ຍສໝ - ວັນທີ 16 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ໄດ້ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ.

ສາມແບບຢ່າງຂອງກໍ່ສ້າງ ແລະ ບຳລຸງນັກສຶກສາ ລາວ ທີ່ມີປະສິດທິຜົນ ແລະ ແທດຈິງ ສາມແບບຢ່າງຂອງກໍ່ສ້າງ ແລະ ບຳລຸງນັກສຶກສາ ລາວ ທີ່ມີປະສິດທິຜົນ ແລະ ແທດຈິງ
ລາວ - ຫວຽດນາມ: ແບ່ງປັນປະສົບການໃນວຽກງານມະນຸດສະທໍາ ລາວ - ຫວຽດນາມ: ແບ່ງປັນປະສົບການໃນວຽກງານມະນຸດສະທໍາ

ໂດຍໄດ້ຮັບຄໍາເຊີນຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ຄະນະປະຕິບັດງານ ໂດຍທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ນໍາໜ້າ, ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 15 ຫາວັນທີ 17 ກໍລະກົດ 2024.

ວັນທີ 16 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ໄດ້ຕ້ອນຮັບຄະນະ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ຢັ້ງຢືນເຖິງສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ໃນທຸກຂົງເຂດ, ທ່ານ ວາລະໄຊ ເລັ່ງສະຫວັດ ເນັ້ນໜັກວ່າ ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ; ໃນນັ້ນ ມີການຈັດຕັ້ງການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງພັກ, ສອງປະເທດເປັນຢ່າງດີ, ໂດຍສະເພາະແມ່ນການຢ້ຽມຢາມລາວທາງລັດຖະກິດ ຂອງທ່ານ ໂຕເລິມ ປະເທດປະເທດຫວຽດນາມ.

ເນັ້ນໜັກເຖິງຄວາມໝາຍ, ຄວາມສໍາຄັນຂອງມູນເຊື້ອສາມັກຄີແບບພິເສດຫວຽດນາມ-ລາວ ກໍ່ຄືການພົວພັນລະຫວ່າງສາມປະເທດຫວຽດນາມ-ລາວ-ກໍາປູເຈຍ, ທ່ານ ເລຮວ່າຍຈູງ ຢັ້ງຢືນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວ ຮັກສາ, ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ ແລະພັດທະນາເສດຖະກິດ-ສັງຄົມ ຢູ່ແຕ່ລະປະເທດ ແລະແມ່ນພື້ນຖານ, ກໍາລັງໜູນນໍາການພົວພັນສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

ສອງຝ່າຍກໍ່ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສອງພັກ, ສອງລັດ, ໃນນັ້ນມີການປະກອບສ່ວນສໍາຄັນຂອງສອງຄະນະພົວພັນຕ່າງປະເທດສູນກາງພັກ; ຢັ້ງຢືນວ່າຈະສືບຕໍ່ຜັນຂະຫຍາຍການປະຕິບັດຂໍ້ຕົກລົງສະບັບຕ່າງໆ ລະຫວ່າງການນໍາຂັ້ນສູງສອງພັກ, ຂໍ້ຕົກລົງຮ່ວມມືລະຫວ່າງສອງຄະນະພົວພັນຕ່າງປະເທສູນກາງພັກ ໃຫ້ມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

* ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ນໍາໂດຍທ່ານ ຫງວຽນມິງເຕີມ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການພົບປະເຈລະຈາກັບ ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ

ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດກໍ່ຄືການຮ່ວມມືລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງຂອງສອງພັກ ແລະບາງເນື້ອໃນທີ່ສອງຝ່າຍມີຄວາມສົນໃຈ, ໂດຍສະເພາະ ແມ່ນລົງເລິກແລກປ່ຽນ, ຕີລາຄາກ່ຽວກັບສະພາບການເສດຖະກິດໂລກ, ພາກພື້ນທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະແລກປ່ຽນ, ເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ. ສອງຝ່າຍເນັ້ນໜັກຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນ, ຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານການພົວພັນຕ່າງປະເທດ.

ບູນມີ

ເຫດການ
302 Found

Found

The document has moved here.