ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ ຕີ​ລາຄາ​ສູງ​ໝາກຜົນຂອງການ​ຢ້ຽມຢາມ​ຂອງ​ປະທານ​ປະ​ເທດຫວຽດນາມ

14:17 | 18/07/2024

ຍສໝ - ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ໂຕເລິມ ຢູ່ ລາວ ​ແຕ່​ວັນ​ທີ 11 – 12 ກໍລະກົດ​ ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ແລະ ມີ​ຄວາມ​ໝາຍສຳຄັນ​​ພິ​ເສດ​ກ່ຽວກັບການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ລາວ - ຫວຽດນາມ... ​ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ ບັນດິດ ສຈ.ປອ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​​ກະຊວງເຕັກ​ໂນ​ໂລ​ຢີ ແລະ ການສື່ສານ ລາວ, ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ, ​ເມື່ອຕອບສຳພາດຂອງ​ນັກ​ຂ່າວ ສຳນັກຂ່າວສານຫວຽດນາມ ທີ່​ນະຄອນຫຼວງ​ວຽງ​ຈັນ ວັນ​ທີ 15 ກໍລະກົດ.

ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4
ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

​​ທ່ານ​ ບັນດິດ ສຈ.ປອ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີກະຊວງ​​ເຕັກ​ໂນ​ໂລ​ຢີ ແລະ ການສື່ສານ ລາວ, ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ ໄດ້ຕີລາຄາສູງການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ໃນຄັ້ງນີ້; ​ເນັ້ນ​ໜັກ​ວ່າ ການ​ເລືອກ​ ລາວ​ ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ໄປຢ້ຽມຢາມໃນຖານະເປັນປະທານ​ປະ​ເທດ​ ຫວຽດນາມ ກໍ່ໄດ້ສະ​ແດງ​ໃຫ້​ເຫັນ​ການຖື​ເປັນສຳຄັນອັນ​ພິ​ເສດ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ມີຕໍ່ການ​ພົວພັນ​ມິດຕະພາບ​ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ ຕີ​ລາຄາ​ສູງ​ໝາກຜົນຂອງການ​ຢ້ຽມຢາມ​ຂອງ​ປະທານ​ປະ​ເທດຫວຽດນາມ

ທ່ານປະທານປະເທດ ຫວຽດນາມ ໂຕເລິມ ກັບປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ບໍ່​ວຽງ​ຄຳ ວົງ​ດາລາ. (ພາບ: TTXVN)

​ທ່ານ​ລັດຖະມົນຕີ​​ກະຊວງເຕັກ​ໂນ​ໂລ​ຢີ ແລະ ການສື່ສານ ລາວ ໃຫ້ຮູ້ວ່າ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຈັດຕັ້ງພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢ່າງສົມກຽດ ສະຫງ່າຜ່າເຜີຍ ແລະ ອົບອຸ່ນ. ປະທານ​ປະ​ເທດ ລາວ-ຫວຽດນາມ ສອງທ່ານ ໄດ້​ເຂົ້າ​ຮ່ວມ​ເປັນສັກຂີພິຍານພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 7 ສະບັບ, ​ໃນ​ນັ້ນ​ມີ​ເອກະສານລັດຖະບານ 3 ສະບັບ ແລະ ເອກະສານກ່ຽວກັບເສດຖະກິດ 4 ສະບັບ. ພິ​ເສດ, ປະທານ​ປະ​ເທດ ລາວ-ຫວຽດນາມ ສອງທ່ານ ໄດ້ພ້ອມກັນກົດປຸ່ມຜັນຂະຫຍາຍໂຄງການ​ກໍ່ສ້າງຖານຂໍ້ມູນພົນລະ​ເມືອງ ​ແລະ ບັດປະຈຳຕົວ ຢູ່​ລາວ, ເຊິ່ງເປັນພື້ນຖານຂໍ້ມູນສຳຄັນ​ທີ່​ສຸດ​ໃຫ້ແກ່ຂະບວນການຫັນ​ເປັນ​ດີ​ຈີ​ຕອນ​ຂອງ​ລາວ; ພ້ອມ​ກັນ​ນັ້ນ, ​ກໍ່ໄດ້​ມອບ​ລົດ​ໄຟຟ້າ Vinfast 20 ຄັນ ໂດຍແມ່ນຂອງຂວັນ​ທີ່​ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ມອບໃຫ້​ລາວ, ປະກອບສ່ວນ​ໜູນ​ຊ່ວຍ​ການຈັດ​ຕັ້ງ​ກອງ​ປະຊຸມຂັ້ນສູງສະມາຄົມປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ​ໃນ​ປີ​ປະທານ​ອາ​ຊຽນ 2024 ຂອງ​ລາວ.

ຕາມ​ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ ​ແລ້ວ, ​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ທີ່​ສັບສົນຄືປະຈຸ​ບັນ, ສຳເລັດຜົນແຫ່ງ​ການ​ຢ້ຽມຢາມ​ທາງ​ລັດຖະກິດຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ຢູ່ ລາວຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍພິ​ເສດສຳຄັນກ່ຽວກັບການ​ພົວພັນ​ແບບ​ພິ​ເສດ ​ລາວ-ຫວຽດນາມ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ ໄດ້​ຊ່ວຍ​ຢັ້ງ​ຢືນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ ລາວ-ຫວຽດ​ນາມ ທີ່​ຈະ​ບໍ່​ມີວັນປ່ຽນ​ແປງ, ຄືຄຳກອນ​ທີ່​ປະທານ​ ໂຮ່ຈີ​ມິນ ​ຜູ້​ນຳທີ່ຍິ່ງ​ໃຫຍ່​ໄດ້​ຂຽນ​ວ່າ: “ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່; ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍ່ດຸ່ງໄປ; ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ; ຮົ່ງຮ່າທັງແມ່ຂອງ, ບໍ່ເລິກປຸນປານໄດ້''.

ທ່ານ​ ບໍ່​ວຽງ​ຄຳ ວົງ​ດາລາ ຢືນຢັນ​ວ່າ ໃນ​ຖານະ​ເປັນ​ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ, ທ່ານຈະ​ສືບ​ຕໍ່​ເພີ່ມພູນຄູນສ້າງ ເພື່ອການພົວ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ລາວ-ຫວຽດນາມ ກ້າວເຂົ້າສູ່ລວງເລິກ, ຍາມໃດກໍ່ແໜ້ນແຟ້ນ ແລະ ດີງາມຕະຫຼອດໄປຕາມຄຳສອນຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ແມ່ນ້ຳອາດຈະແຫ້ງ, ພູເຂົາອາດຈະເຊາະເຈື່ອນ, ແຕ່ຄວາມຮັກແພງມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງກວ່າພູເຂົາ, ແມ່ນ້ຳຕະຫຼອດໄປ”.

ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ “ຮັກສາ​” ມິດຕະພາບ​ ຫວຽດນາມ - ລັດ​ເຊຍ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ “ຮັກສາ​” ມິດຕະພາບ​ ຫວຽດນາມ - ລັດ​ເຊຍ

ຍສໝ - ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ບໍ່​ພຽງ​ແຕ່​ຊ່ວຍ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກາລະ​ໂອກາດ​ໃໝ່ ເພື່ອປະຊາຊົນ​ສອງປະເທດ ຫວຽດນາມ-ສະຫະພັນ​ລັດ​ເຊຍ ​ສະໜິດ​ຕິດພັນກັນກ່ວາອີກ. ສະນັ້ນ ການຊຸກຍູ້ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ຈຶ່ງ​ມີ​ບົດບາດ​ສຳຄັນ​ໃນ​ການ​ປະກອບສ່ວນ “ຮັກສາ​” ​ການ​ພົວພັນ​ມິດຕະພາບ ຫວຽດນາມ-ສະຫະພັນລັດ​ເຊຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ​ ລັດ​ເຊຍ ດັ້ງ​ມິງ​ຄ່ອຍ ໃຫ້​ຮູ້​ຄືແນວນັ້ນ ເມື່ອແລກປ່ຽນກັບສື່ມວນຊົນເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ​ ​ທາງລັດຖະກິດຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ...

ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​​ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ. ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​​ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ.

ຍສໝ - ວັນ​ທີ 11 ມິຖຸນາ, ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງສະມັດຊາໃຫຍ່ສົນທິສັນຍາ​ປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸທີ່​ດຳ​ເນີນ​ຢູ່ ​ຝຣັ່ງ, ຫວຽດນາມ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ ທີ່ໄດ້ຮັບການເລືອກຕັ້ງເປັນ​ຮອງ​ປະທານ​ສະມັດຊາໃຫຍ່ສົນທິສັນຍາປີ 2003 ຈາກ​ບັນດາ​ປະ​ເທດ​ສະມາຊິກ​.

ມິງດຶກ (ແປຕາມ TTXVN)

ເຫດການ
302 Found

Found

The document has moved here.