ສາຍຈິດມິດໃຈຢູ່ຕະຫຼາດນັດເຂດຊາຍແດນ

14:20 | 18/07/2024

ຍສໝ - ຕະຫຼາດແຕ່ນຕັ່ນ (ເທດສະບານເມືອງ ເມື່ອງລາດ) ຫ່າງຈາກດ່ານສາກົນ ແຕ່ນຕັ່ນ-ສົມຫວັງບໍ່ຮອດ 1 ກິໂລແມັດ, ສະນັ້ນ ພໍ່ແມ່ປະຊາຊົນບ້ານຕ່າງໆທີ່ຢູ່ຕິດກັບຊາຍແດນຂອງເມືອງ ສົບເບົາ ມັກໄປຕະຫຼາດເພື່ອຊື້-ຂາຍ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້
ຫວຽດນາມ-ກໍາປູເຈຍ: ສາຍຈິດມິດໃຈບໍ່ມີພົມແດນ ຫວຽດນາມ-ກໍາປູເຈຍ: ສາຍຈິດມິດໃຈບໍ່ມີພົມແດນ

ໄປລຽບຕາມເຂດຊາຍແດນແຂວງແທັງຮ໊ວາ, ຂ້າພະເຈົ້ົ້າໄດ້ມີໂອກາດແວ່ເຂົ້າຕະຫຼາດນັດເຂດຊາຍແດນ, ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການຊື້-ຂາຍຂອງພໍ່ແມ່ປະຊາຊົນໃນບໍລິເວນເທົ່ານັ້ນ ຫາກຍັງມີຄວາມສະໜິດຕິດພັນພົບປະແລກປ່ຽນ, ຊື້-ຂາຍ, ພົວພັນການຄ້າຂອງພໍ່ແມ່ປະຊາຊົນບ້ານຕ່າງໆທີ່ຕິດກັບຊາຍແດນປະເທດເພື່ອນລາວອີກດ້ວຍ.

ນໍ້າໃຈສະໜິດຕິດພັນຢູ່ຊາຍແດນຫວຽດນາມ-ລາວ

ຍ້ອນມີຄວາມສະດວກທາງດ້ານພູມີປະເທດ, ມີຫຼາຍຈຸດທີ່ຄ້າຍຄືກັນທາງດ້ານວັດທະນະທໍາ, ຮີດຄອງປະເພນີດັ່ງນັ້ນພໍ່ແມ່ປະຊາຊົນບ້ານຕ່າງໆທີ່ຢູ່ຕິດກັບຊາຍແດນຂອງປະເທດເພື່ອນລາວ ຈຶ່ງໄປຕະຫຼາດນັດຢູ່ເຂດຊາຍແດນຂອງຕາແສງ ນາແມວ, ເຊີນທຸຍ (ກວານເຊີນ), ຕະຫຼາດ ຍີເຊີນ, ຕະຫຼາດ ແຕ່ນຕັ່ນ, ເທດສະບານເມືອງ ເມື່ອງລາດ (ເມື່ອງລາດ) ເພື່ອພົບປະແລກປ່ຽນ, ຊື້-ຂາຍຜ່ານນັ້ນສ້າງຄວາມສະໜິດຕິດພັນແຫ່ງນໍ້າໃຈຊາຍແດນລະຫວ່າງສອງປະເທດຫວຽດນາມ-ລາວ.

ຕະຫຼາດແຕ່ນຕັ່ນ (ເທດສະບານເມືອງ ເມື່ອງລາດ) ຫ່າງຈາກດ່ານສາກົນ ແຕ່ນຕັ່ນ-ສົມຫວັງບໍ່ຮອດ 1 ກິໂລແມັດ, ສະນັ້ນ ພໍ່ແມ່ປະຊາຊົນບ້ານຕ່າງໆທີ່ຢູ່ຕິດກັບຊາຍແດນຂອງເມືອງ ສົບເບົາ ມັກໄປຕະຫຼາດເພື່ອຊື້-ຂາຍ. ຢູ່ໃກ້ກັບດ່ານແມ່ນບ້ານສົມຫວັງ, ກຸ່ມສົບຮ່າວ, ເມືອງສົບເບົາ (ແຂວງຫົວພັນ, ລາວ) ສະນັ້ນພໍ່ແມ່ປະຊາຊົນໃນບ້ານລ້ວນແຕ່ໄປຕະຫຼາດແຕ່ນຕັ່ນ ມີການແລກປ່ຽນຊື້-ຂາຍຫຼາຍກວ່າເມື່ອທຽບໃສ່ໄປຕະຫຼາດນັດເມືອງສົບເບົາ. ທ່ານ ສົມບູນ ເລຂາທັງເປັນນາຍບ້ານສົມຫວັງ ແບ່ງປັນວ່າ: ບ້ານສົມຫວັງ ມີ 36 ຄອບຄົວ, ມີປະຊາກອນ 191 ຄົນ. ບ້ານຢູ່ໃກ້ກັບດ່ານ, ໃກ້ຕະຫຼາດແຕ່ນຕັ່ນ ດັ່ງນັ້ນພໍ່ແມ່ປະຊາຊົນຈຶ່ງເອົາຜົນຜະລິດກະສິກໍາໄປແລກປ່ຽນ, ຊື້-ຂາຍກັບພໍ່ແມ່ປະຊາຊົນ ເມື່ອງລາດ.

ສາຍຈິດມິດໃຈຢູ່ຕະຫຼາດນັດເຂດຊາຍແດນ

ພໍ່ແມ່ປະຊາຊົນບ້ານຕ່າງໆທີ່ຕິດກັບຊາຍແດນປະເທດເພື່ອນລາວ ຜ່ານດ່ານສາກົນ ນາແມວ-ນໍ້າຊອຍ ເພື່ອໄປຕະຫຼາດນັດນາແມວ. ພາບ: ງອັກຮ໊ວນ

ແວ່ເຂົ້າຕະຫຼາດແຕ່ນຕັ່ນ (ເທດສະບານເມືອງ ເມື່ອງລາດ), ພວກຂ້າພະເຈົ້າໄດ້ເຫັນຮ້ານຄ້າຕ່າງໆທີີ່ວາງຂາຍຜະລິດຕະພັນ, ສິນຄ້າເຂດຕະຫຼາດ. ຕະຫຼາດມີຄົນຫຼາຍ, ຄົນຢູ່ເຂດທົ່ງພຽງ, ຊາວທ້ອງຖິ່ນ ແລະພໍ່ແມ່ປະຊາຊົນລາວ ກໍ່ພາກັນມາຂາຍ. ຕາມຜູ້ຄົນທີ່ຢູ່ເຂດຕະຫຼາດແລ້ວ, ອໍານາດການປົກຄອງກໍ່ຈັດສັນເຂດຂາຍເຄື່ອງສະເພາະໃຫ້ພໍ່ແມ່ປະຊາຊົນລາວ, ສະນັ້ນຄົນທີ່ມາຕະຫຼາດຈະຈໍາແນກໄດ້ໂລດວ່າອັນໃດແມ່ນຜະລິດຕະພັນ, ສິນຄ້າ ຂອງຄົນລາວ, ຂອງຄົນຫວຽດນາມ. ຫານ້ອງ ທ້ຽບ ແປພາສາໃຫ້, ເຊິ່ງແມ່ນຄົນເມື່ອງລາດ ທີ່ມາຊື້ເຄື່ອງຢູ່ຕະຫຼາດແຕ່ນຕັ່ນ, ພວກຂ້າພະເຈົ້າຈຶ່ງມີໂອກາດລົມກັບນາງ ສົມບູນ, ນາງ ວຽງພັນ ແລະສອງເອື້ອຍນ້ອງ ນາງຮັກ, ນາງແພນ ຄົນລາວ. ເຊິ່ງແມ່ນຄົນຂ້າຂາຍຢູ່ຕະຫຼາດແຕ່ນຕັ່ນ ມາໄດ້ເປັນຫຼາຍປີແລ້ວ, ນາງສົມບູນ, ຢູ່ບ້ານສົມຫວັງ ໃຫ້ຮູ້ວ່າ: ບ້ານສົມຫວັງມີຄົນມາຂາຍເຄື່ອງຢູ່ຕະຫຼາດ 15 ຄົນ.

ທ່ານພັນຕີ ໂດດິ່ງເຊີນ, ຫົວໜ້າຄ້າຍທະຫານຊາຍແດນ ແຕ່ນຕັ່ນ (ຄ້າຍທະຫານດ່ານຊາຍແດນ ແຕ່ນຕັ່ນ) ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຄ້າຍທະຫານຊາຍແດນ ແຕ່ນຕັ່ນ ໄດ້ສົມທົບກັບຄ້າຍປະສົມດ່ານຊາຍແດນສົມຫວັງ ປະຕິບັດການກວດກາ ແລະຕິດຕາມກວດກາການເຄື່ອນໄຫວເຂົ້າ-ອອກເມືອງ, ການນຳເຂົ້າ ແລະສົ່ງອອກຢູ່ດ່ານຊາຍແດນ, ຮັບປະກັນຄວາມໄວ, ເຂັ້ມງວດ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ, ພາຫະນະ, ສິນຄ້າຜ່ານດ່ານຊາຍແດນໃຫ້ຕາມລະບຽບຂໍ້ກຳນົດຂອງກົດໝາຍ. ການເຄື່ອນໄຫວຂອງພໍ່ແມ່ປະຊາຊົນໄປມາເພື່ອຊື້-ຂາຍສິນຄ້າ, ແລກປ່ຽນ, ຢ້ຽມຢາມຍາດຕິພີ່ນ້ອງ, ໄປປິ່ນປົວພະຍາດໄດ້ດຳເນີນໄປຢ່າງສະດວກ.

ສາຍຈິດມິດໃຈຢູ່ຕະຫຼາດນັດເຂດຊາຍແດນ

ສອງເອື້ອຍນ້ອງຄົນລາວ ໄປຂາຍເຄື່ອງຢູ່ຕະຫຼາດແຕ່ນຕັ່ນ, ເມືອງເມື່ອງລາດ. ພາບ: ງອັກຮ໊ວນ

ຢູ່ເມື່ອງລາດ, ນອກຈາກເຂດຕະຫຼາດແຕ່ນຕັ່ນ ແລ້ວ, ຢູ່ເທດສະບານ ເມື່ອງລາດ ຍັງມີຕະຫຼາດນັດ ຍີເຊີນ (ຕາແສງ ຍີເຊີນ) ໄດ້ຈັດຂຶ້ນໃນວັນທີ 15 ແຕ່ລະເດືອນ, ພໍ່ແມ່ປະຊາຊົນຄົນລາວ ບ້ານຕ່າງໆທີ່ຢູ່ຕິດກັບຊາຍແດນກໍ່ໄດ້ມາຕະຫຼາດນັດເພື່ອແລກປ່ຽນ ຊື້-ຂາຍ. ໃກ້ກັບທາງໄປຄ້າຍຄວບຄຸມຊາຍແດນແກວເຮື້ອນ (ຄ້າຍທະຫານຊາຍແດນປູ່ຍີ), ຢູ່ບໍລິເວນຕາແສງຍີເຊີນ, ເມືອງເມື່ອງລາດ, ຝ່າຍເພື່ອນແມ່ນບ້ານຄໍານາງ, ກຸ່ມນໍ້າງາ, ເມືອງວຽງໄຊ (ຫົວພັນ, ລາວ) ສະນັ້ນ ພໍ່ແມ່ປະຊາຊົນບາງຄົນທີ່ຢູ່ບ້ານຄໍານາງ ກໍ່ໄດ້ເອົາເຄື່ອງຂອງຜົນຜະລິດທີ່ເຮັດເອງເພື່ອມາຂາຍໃຫ້ພໍ່ແມ່ປະຊາຊົນບ້ານທີ່ຢູ່ຕິດກັບຊາຍແດນ ແລະແຂກຢູ່ເຂດອື່ນທີ່ມາເມື່ອງລາດ ຢູ່ທາງຫຼວງ 15 C.

ຊຸກຍູ້ການຄ້າເຂດຊາຍແດນ

ເມືອງເຂດພູສູງກວານເຊີນ ມີຊື່ສຽງເປັນດ່ານຊາຍແດນສາກົນນາແມວ ມີຕະຫຼາດການຄ້າ ແລະບໍລິການດ່ານຊາຍແດນສາກົນນາແມວ (ປະຊາຊົນມັກເອີ້ນວ່າ ຕະຫຼາດນາແມວ). ຕະຫຼາດນັດໄດ້ຈັດຂຶ້ນແຕ່ວັນເສົາເທົ່ານັ້ນ. ບັນຍາກາດຂອງຕະຫຼາດແມ່ນພິເສດກວ່າຕະຫຼາດແຫ່ງອື່ນໆຢູ່ເຂດຊາຍແດນນັ້ນແມ່ນຜ່ານດ່ານສາກົນນາແມວ, ປະຊາຊົນບັນດາບ້ານຊາຍແດນຂອງລາວ ໄດ້ມາຕະຫຼາດເພື່ອຊື້-ຂາຍ ແລະແລກປ່ຽນສິນຄ້າແຕ່ເຊົ້າໆ.

ສາຍຈິດມິດໃຈຢູ່ຕະຫຼາດນັດເຂດຊາຍແດນ

ສິນຄ້າກະເສດຢູ່ຕະຫຼາດນັດນາແມວ ຂອງພໍ່ແມ່ປະຊາຊົນຄົນລາວ ເອົາມາຂາຍ. ພາບ: ງອັກຮ໊ວນ

ສຳລັບຊາວຫວຽດນາມ ທີ່ໄປຕະຫຼາດນາແມວ, ຫຼາຍຄົນມັກຍ່າງຜ່ານດ່ານຊາຍແດນນ້ຳຊອຍ ແລະໄປແວ່ຮ້ານອາຫານລາວຫວຽດ ຂອງຄູ່ບ່າວສາວຈາກເມືອງວຽງໄຊ. ອາຫານພິເສດສອງຢ່າງຂອງຮ້ານແມ່ນເຂົ້າປຸ້ນລາວ ແລະເຂົ້າໜຽວກັບເບຍລາວແຊບໆ. ໄປແວ່ຕະຫຼາດນັດນາແມວ ມີເຍື່ອງອາຫານພິເສດຂອງຊົນເຜົ່າມົ້ງ ແລະຊົນເຜົ່າໄທຢູ່ເມືອງນາແມວ, ສິນຄ້າທີ່ນຳມາຈາກເຂດທົ່ງພຽງ ແລະເຍື່ອງອາຫານພິເສດຂອງຊາວລາວ...

ນອກຈາກຕະຫຼາດນັດນາແມວແລ້ວຢູ່ ກວານເຊີນ ຍັງມີຕະຫຼາດ ຕາມແທ່ງ ແລະຕະຫຼາດ ເຊີນທຸຍ, ເຊິ່ງເປັນຕະຫຼາດທີ່ດຶງດູດຊາວລາວຈາກບັນດາບ້ານຊາຍແດນມາແລກປ່ຽນ, ຊື້-ຂາຍ. ຕະຫຼາດຊາຍແດນບໍ່ພຽງແຕ່ເປັນບ່ອນເຄື່ອນໄຫວການຄ້າເທົ່ານັ້ນ, ຫາກປະຊາຊົນຍັງສາມາດພົບປະແລກປ່ຽນ, ສົນທະນາ, ຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີຂອງປະຊາຊົນບ້ານຊາຍແດນຕ່າງໆຂອງສອງປະເທດ ແລະປະຊາຊົນສອງຊາດ ຫວຽດນາມ-ລາວ ອີກດ້ວຍ.

ແສງເດືອນ

ເຫດການ
302 Found

Found

The document has moved here.