ລາວ - ຫວຽດນາມ: ແບ່ງປັນປະສົບການໃນວຽກງານມະນຸດສະທໍາ

17:48 | 17/07/2024

ຍສໝ - ແຕ່​ວັນ​ທີ 3-5 ກໍລະກົດ​ນີ້ ຢູ່​ນະຄອນດ່າ​ນັງ, ມີການຈັດກອງ​ປະຊຸມ​ຝຶກ​ອົບຮົມ ​ແລະ ບໍາລຸງວິຊາສະເພາະໃຫ້ແກ່​ພະນັກງານ​ອົງການກາ​ແດງ​ລາວ​ໂດຍ​ສະມາຄົມ​ກາ​ແດງ​ຫວຽດນາມຈັດ​ຂຶ້ນ. ກອງ​ປະຊຸມ​ແນ​ໃສ່​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຮ່ວມ, ສົ່ງເສີມ​ບັນດາ​ແຂວງ​ພົບປະແລກປ່ຽນ, ແຮກສ່ຽວ, ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳ.

ເພີ່ມທະວີການຮ່ວມມືກັບຕ່າງປະເທດເພື່ອຍົກສູງບົດບາດຂອງອົງການກຳມະບານ ເພີ່ມທະວີການຮ່ວມມືກັບຕ່າງປະເທດເພື່ອຍົກສູງບົດບາດຂອງອົງການກຳມະບານ
ນໍາການພົວພັນ ຫວຽດນາມ-ລາວ-ກໍາປູເຈຍ ເຂົ້າສູ່ໄລຍະພັດທະນາໃໝ່ ນໍາການພົວພັນ ຫວຽດນາມ-ລາວ-ກໍາປູເຈຍ ເຂົ້າສູ່ໄລຍະພັດທະນາໃໝ່
Các đại biểu tham dự Hội nghị tập huấn, bồi dưỡng nghiệp vụ cho cán bộ Chữ thập đỏ Lào. (Ảnh: Công Tâm/danang.gov.vn). ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຝຶກອົບຮົມ ແລະ ບຳລຸງວິຊາສະເພາະໃຫ້ແກ່ພະນັກງານອົງການກາແດງລາວ. (ພາບ: ກົງເຕີມ /danang.gov.vn).

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຝຶກອົບຮົມ ແລະບຳລຸງວິຊາສະເພາະໃຫ້ແກ່ພະນັກງານອົງການກາແດງລາວ. (ພາບ: ກົງເຕີມ /danang.gov.vn)

ທີ່​ກອງ​ປະຊຸມ​ໄດ້​ດຳ​ເນີນ​ການ​ຝຶກ​ອົບ ​ແລະ ບຳລຸງວິຊາສະເພາະໃຫ້ແກ່​ພະນັກງານອົງການ​ກາ​ແດງ​ລາວ; ສະຫຼຸບຕີລາຄາເບື້ອງຕົ້ນ 02 ປີແຫ່ງການປະຕິບັດບົດບັນທຶກຄວາມເຂົ້າໃຈການຮ່ວມມືໄລຍະ 2022 – 2027, ບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງອົງການກາແດງລາວ ແລະ ສະພາກາແດງຫວຽດນາມ.

ຜູ້ລາຍງານຂອງສະພາກາແດງຫວຽດນາມ ກໍ່ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານວິຊາສະເພາະຂອງສະມາຄົມ, ແບ່ງປັນປະສົບການກ່ຽວກັບວິທີການລະດົມ ແລະ ຜັນຂະຫຍາຍບັນດາໂຄງການທີ່ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາການເຄື່ອນໄຫວກ່ຽວກັບການປະຖົມພະຍາບານເບື້ອງຕົ້ນ ແລະ ການປ້ອງກັນ ການຮັບມືກັບໄພພິບັດ; ຢ້ຽມ​ຢາມ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ທົ່ວໄປ​ຂອງ​ສະ​ພາ​ກາ​ແດງ​ນະ​ຄອນ​ດ່າ​ໜັງ.

ສອງ​ຝ່າຍ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ສາກົນ. ສະມາຄົມ​ແຫ່ງ​ຊາດທັງ 2 ​ເຫັນ​ດີ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ເມື່ອ​ເກີດ​ໄພ​ທຳ​ມະ​ຊາດ ຫຼື ​ໄພ​ພິບັດ, ຜ່ານ​ການ​ເຄື່ອນ​ໄຫວ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ​ລະຫວ່າງ 2 ສະມາຄົມ. ກິດຈະກຳການຊ່ວຍເຫຼືອຊຸມຊົນ, ການປັບຕົວໃຫ້ແທດເໝາະກັບການປ່ຽນແປງດິນຟ້າອາກາດ. ການຊ່ວຍເຫຼືອ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະສົບ​ການ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ການເບິ່ງແຍງ​ສຸຂະພາບ, ການປະຖົມພະຍາບານເບື້ອງຕົ້ນ ​ແລະ ການສະກັດກັ້ນການຮັບມືກັບໄພພິບັດ, ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ. ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຮ່ວມ ລາວ - ຫວຽດນາມ, ຊຸກຍູ້​ບັນດາສະມາຄົມຂອງແຂວງມີການ​ແລກປ່ຽນ, ແຮກສ່ຽວ, ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນປະສົບການໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳ.

ຕາມ ​ທ່ານນາງ ບຸ່ຍ​ທິ​ຮ່​ວາ, ປະ​ທານ​ສູນ​ກາງສະ​ພາ​ກາ​ແດງ​ຫວຽດ​ນາມ ກ່າວວ່າ, ອົງການາກາ​ແດງ​ລາວ ​ ແລະສະພາ​ກາ​ແດງຫວຽດ​ນາມ ໄດ້ຜັນຂະຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ, ການ​ຮ່ວມ​ມື ແລະ ການ​ຊ່ວຍ​ເຫຼືອ​ຢູ່​ຂັ້ນ​ສູນ​ກາງ ແລະ ບັນດາສະພາແຂວງ/ສະພາເມືອງ ທີ່ມີ​ຊາຍ​ແດນ​ຮ່ວມ. ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ມະນຸດສະທຳກໍ່ຄືກັບການພົບປະ​ແລກປ່ຽນ, ພົບ​ປະແບ່ງປັນ, ຮໍ່າຮຽນ​ປະສົບ​ການ, ​ໃຫ້ການ​ຊ່ອຍ​ເຫຼືອ​ໃນ​ກໍລະນີ​ເກີດ​ໄພ​ທຳ​ມະ​ຊາດ, ຈັດ​ຕັ້ງ​ບັນດາການເຄື່ອນໄຫວເບິ່ງແຍງ​ສຸຂະພາບ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ໄດ້​ດໍາເນີນໄປເປັນປົກກະຕິ​ເປັນ​ປະຈຳ ແລະ ນັບມື້ນັບແທດຈິງ.

ສູນ​ກາງສະມາຄົມ​​ໄດ້​ຊີ້​ນຳ​ບັນດາ​ອົງການ​ກາ​ແດງ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ແຂວງເຂດ​ຊາຍ​ແດນ, ​ສະພາກາ​ແດງ​ແຂວງ/ນະຄອນ ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື ​ແລະ ຜັນຂະຫຍາຍ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ທີ່​ເໝາະ​ສົມ​ຢູ່​ບັນດາ​ແຂວງຂອງ​ເພື່ອນ​ລາວ. ສູນກາງສະພາກາແດງຫວຽດນາມ ໄດ້ຈັດຕັ້ງຊຸດຝຶກອົບຮົມໃຫ້ແກ່ການນໍາ ແລະ ພະນັກງານຂອງອົງການກາແດງລາວ ຢູ່ຫວຽດນາມ; ຈັດຕັ້ງຊ່ວຍເຫລືອປະຊາຊົນທີ່ປະສົບໄພພິບັດເຂື່ອນແຕກຢູ່ແຂວງອັດຕະປື.

ຜ່ານ​ການ​ເຄື່ອນ​ໄຫວ​ທາງດ້ານມະນຸດສະທຳ​ຂອງ​ສະພາ​ກາ​ແດງ​ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງນ້ຳ​ໃຈ​ຈົງຮັກ​ພັກ​ດີ​ຂອງ​ປະຊາຊົນ​ຫວຽດນາມ, ຊ່ວຍເຫຼືອເພື່ອນຄືກັບຊ່ວຍ​ຕົນ​ເອງຂອງປະຊາຊົນຫວຽດນາມ, ເໝາະສົມຕາມ 7 ​ຫຼັກການ​ຂອງ​ຂະ​ບວນການ​ກາ​ແດງ, ຊີກວົງ​ເດືອນ​ແດງ​ສາກົນ. ຜ່ານສິ່ງເຫຼົ່າ​ນັ້ນ, ກໍ່ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຮັດ​ແໜ້ນ​ນ້ຳ​ໃຈ​ມິດຕະພາບ​ພິເສດທີ່​ລ້ຳ​ຄ່າ ລະຫວ່າງປະຊາຊົນລາວ ແລະ ປະຊາຊົນ​ຫວຽດນາມ​ ອ້າຍນ້ອງ, ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນ​ຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ສະພາ​ກາ​ແດງ.

Hội Chữ thập đỏ Việt Nam cùng nhà tài trợ đã trao biển tượng trưng hỗ trợ xây dựng 01 cơ sở y tế Little Napeng thuộc tỉnh Viêng Chăn (Lào) có trị giá 150.000 USD - (Ảnh: Công Tâm/danang.gov.vn). ສະພາກາແດງຫວຽດນາມ ແລະ ຜູ້ອຸປະຖຳໄດ້ມອບເຄື່ອງໝາຍສັນຍາລັກສະຫຼັບສະໜູນການກໍ່ສ້າງພື້ນຖານສາທາລະນາສຸກນ້ອຍນາເພງ 01 ແຫ່ງທີ່ ແຂວງວຽງຈັນ (ລາວ) ມູນຄ່າ 150.000 USD - (ພາບ: ກົງເຕີມ/danang.gov.vn).

ສະພາກາແດງຫວຽດນາມ ແລະ ຜູ້ອຸປະຖຳໄດ້ມອບເຄື່ອງໝາຍເປັນສັນຍາລັກສະຫຼັບສະໜູນການກໍ່ສ້າງຮາກຖານສາທາລະນາສຸກ Little ນາແພງ 1 ແຫ່ງທີ່ ແຂວງວຽງຈັນ (ລາວ) ມູນຄ່າ 150.000 USD - (ພາບ: ກົງເຕີມ/danang.gov.vn).

​ເນື່ອງ​ໃນ​ໂອກາດ​ນີ້, ສະພາ​ກາ​ແດງ​ຫວຽດນາມ ​ແລະ ຜູ້​ອຸປະຖຳ​ໄດ້​ມອບ​ເຄື່ອງ​ໝາຍ​ສັນຍາ​ເປັນລັກ​ສະໜັບສະໜູນ​ການ​ກໍ່ສ້າງຮາກຖານສາທາລະນາສຸກ Little ນາແພງ 01 ແຫ່ງທີ່ ​ແຂວງ​ວຽງ​ຈັນ (ລາວ) ​ເປັນ​ມູນ​ຄ່າ 150.000 USD. ການກໍ່ສ້າງໄດ້ເລີ່ມຢ່າງເປັນທາງການໃນກາງເດືອນມິຖຸນາ 2024 ແລະ ຄາດວ່າຈະສໍາເລັດໃນທ້າຍເດືອນກັນຍາ 2024.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.