ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຕິດພັນກັບນໍ້າໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ

10:04 | 28/07/2024

ຍສໝ - ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ບຳລຸງສ້າງ​ນັກ​ສຶກສາ, ພະນັກງານ ​ແລະ ນັກຮຽນ​ລາວ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ນັກ​ສຶກສາ​ລາວ ​ທີ່​ສຶກສາຮ່ຳຮຽນ ​ແລະ ຄົ້ນ​ຄ້ວາ​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ອຸປະຖຳທັງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ເຊິ່ງໄດ້​ຊ່ວຍ​ລາວ ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ, ສັງຄົມ.

ເພີ່ມຂຶ້ນກາລະ​ໂອກາດ​ຊຸກຍູ້ການ​ຮ່ວມ​ມື​ດ້ານ​ກະສິກຳ ຫວຽດນາມ - ຈີ​ເລ ເພີ່ມຂຶ້ນກາລະ​ໂອກາດ​ຊຸກຍູ້ການ​ຮ່ວມ​ມື​ດ້ານ​ກະສິກຳ ຫວຽດນາມ - ຈີ​ເລ
ການ​ຮ່ວມ​ມືທ້ອງ​ຖິ່ນ​ແມ່ນ​ຈຸດ​ທີ່ປະກາຍແຈ້ງໃນ​ການ​ພົວ​ພັນ​ ຫວຽດ​ນາມ - ຝ​ຣັ່ງ ການ​ຮ່ວມ​ມືທ້ອງ​ຖິ່ນ​ແມ່ນ​ຈຸດ​ທີ່ປະກາຍແຈ້ງໃນ​ການ​ພົວ​ພັນ​ ຫວຽດ​ນາມ - ຝ​ຣັ່ງ

ນະໂຍບາຍມະນຸດສາດ

ໄຊຍະຈັກ ເມັດມະນີ (ຈາກແຂວງສະຫວັນນະເຂດ, ປະເທດລາວ) ເປັນນັກສຶກສາຕ່າງປະເທດທີ່ຮຽນພາສາຫວຽດນາມ ເພື່ອກຽມເຂົ້າຮຽນວິຊາສະເພາະຢູ່ວິທະຍາໄລ ທ້າຍຫງວ່ຽນ. ໄຊ​ຍະ​ຈັກ ​ເມັດ​ມະ​ນີ​ ກ່າວ​ວ່າ, ຢູ່​ຫວຽດ​ນາມ, ລາວ​ໄດ້​ຮັບ​ຄວາມເອົາໃຈໃສ່​ຈາກ​ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຫວຽດ​ນາມ ເພື່ອ​ເຮັດ​ໃຫ້​ວຽກ​ງານການສືກສາ​ຮ່ຳ​ຮຽນ​ຂອງ​ຕົນ​ສຳ​ເລັດ​ເປັນ​ຢ່າງ​ດີ. ການ​ໄດ້​ຮັບ​ທຶນ​ ​ໄດ້​ຊ່ວຍ​ໃຫ້​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ ແລະ ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ມີ​ຄວາມ​ອຸ່ນ​ໃຈ​ໃນ​ການ​ຮ່ຳ​ຮຽນ ແລະ ສຳ​ເລັດ​ຫຼັກ​ສູດ​ເພື່ອໃຫ້​ເຂົາ​ເຈົ້າ​ໄດ້​ກັບ​ຄືນ​ປະ​ເທດ ແລະ ປະ​ກອບ​ສ່ວນ​ໃຫ້​ປະ​ເທດ​ຊາດຂອງຕົນ.

ໄຊ​ຍະ​ຈັກ​ ເມັດມະນີ ເປັນ​ໜຶ່ງນັກ​ສຶກ​ສາ​ລາວໃນ 241 ຄົນ ທີ່​ຮຽນ​ຢູ່​ວິ​ທະ​ຍາ​ໄລ​ທ​້າຍຫງວ່ຽນ. ​ໂດຍມີຄວາມເຂົ້າ​ໃຈ​ສະພາບ​ການ​ຂອງ​ນັກ​ສຶກສາ​ຕ່າງປະ​ເທດ ​ແລະ ນັກ​ສຶກສາ​ລາວ​ທີ່​ຮຽນ​ຢູ່​ຫ່າງ​ໄກ, ​ໂຮງຮຽນ​ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ເຂົາ​ເຈົ້າ​ໃນ​ການ​ດຳລົງ​ຊີວິດ ​ແລະ ການ​ຮ່ຳຮຽນ, ຈັດ​ຕັ້ງ​ການ​ສຶກສາ​ວິຊາ​ສະ​ເພາະ​ຕາມ​ຄວາມ​ມຸ່ງຫວັງໃນການລົງທະບຽນຮຽນ, ຈັດແຈງການດໍາລົງຊີວີິດ​ນັກ​ສຶກສາ​ຢູ່​ຫໍ​ພັກ​, ຈັດ​​ຫ້ອງຄົວ​ລວມ, ລະດົມໃຈ ແລະ ຍ້ອງຍໍຢ່າງທັນການ.

Trường Cao đẳng Thái Nguyên tổ chức Tết cổ truyền Bunpimay 2567 - Lào và Chol Chnam Thmay 2568 - Campuchia cho các em lưu học sinh Lào, Campuchia đang học tập tại trường vào tháng 4/2024. (Ảnh: tnc.edu.vn)  ວິທະຍາໄລຊັ້ນສູງ ທ້າຍຫງວ່ຽນ ຈັດຕັ້ງບຸນປີໃໝ່ລາວ ພສ 2567 - ລາວ ແລະ ບຸນປີໃໝ່ 2568 - ກຳປູເຈຍ ໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍ ທີ່ຮຽນຢູ່ໂຮງຮຽນໃນເດືອນເມສາ 2024. (ພາບ: tnc.edu.vn)

ວິທະຍາໄລ ທ້າຍຫງວ່ຽນ ຈັດບຸນປີໃໝ່ລາວ ພສ 2567 - ລາວ ແລະ ບຸນປີໃໝ່ 2568 - ກຳປູເຈຍ ໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍ ທີ່ຮຽນຢູ່ໂຮງຮຽນ ໃນເດືອນເມສາ 2024. (ພາບ: tnc.edu.vn)

ໃນ​ຊຸມ​ປີຜ່ານມາ, ​ແຂວງທ້າຍ​ຫງວ່ຽນ ​ໄດ້​ບຳລຸງສ້າງ​ນັກຮຽນ, ນັກສຶກສາ ​ປະມານ 1.100 ຄົນ​ທີ່​ມາ​ຈາກ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຄື ລາວ ​ແລະ ກຳປູ​ເຈຍ. ທີ່​ກອງ​ປະຊຸມ​ຄັ້ງ​ທີ 19, ສະພາ​ປະຊາຊົນ​ແຂວງ ​ທ​້າຍຫງວ່ຽນ ​ຊຸດ​ທີ 14, ອາຍຸການ 2021-2026 ​ໄດ້​ອອກ​ມະຕິ​ກຳນົດ​ການ​ຊ່ວຍເຫຼືອ​ດ້ານ​ການ​ເງິນ​ໃຫ້​ແກ່​ນັກ​ສຶກສາ​ທີ່ມາຈາກ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ລາຊະ​ອານາຈັກ ກຳປູ​ເຈຍ. ມະຕິ​ໄດ້​ກຳນົດລະອຽດ​ແມ່ນ​ລະບອບ​ການ​ຊ່ວຍເຫຼືອ​ດ້ານ​ການ​ເງິນ​ໃຫ້​ແກ່​ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ ທີ່​ເຂົ້າ​ຮ່ວມຫຼັກສູດບຳລຸງສ້າງ​ໄລຍະ​ຍາວ​ເພື່ອ​ເສັງ​ເຂົ້າ ຫຼື ​ເຂົ້າ​ຮຽນ​ໃນ​ລະບົບ​ຊັ້ນສູງ​ຢູ່​ບັນດາວິທະຍາໄລຕ່າງໆ ທີ່ຂື້ນກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງທ້າຍຫ​ງວ່ຽນ, ມີ​ສາຂາອາຊີບ ​ແລະ ບຳລຸງ​ສ້າງທີ່ເໝາະສົມກັບຄວາມຕ້ອງການດ້ານການບຳລຸງສ້າງ ແລະ ການຮໍ່າຮຽນຂອງນັກສຶກສາຕ່າງປະເທດຂອງສອງປະເທດ.

ນະ​ໂຍ​ບາຍ​ດັ່ງ​ກ່າວ​ໄດ້​ຮັບ​ການ​ປະ​ຕິ​ບັດ​ເປັນ​ເວ​ລາ​ຫຼາຍ​ປີ, ມີ​ນັກ​ສຶກ​ສາຕ່າງປະເທດ​ຫຼາຍ​ກວ່າ 100 ຄົນ​ໄດ້​ຮັບ​ການຊ່ວຍເຫຼືອໃນ​ແຕ່​ລະ​ປີ. ສະເພາະໃນປີ 2024 ມີນັກສຶກສາຕ່າງປະເທດ 144 ຄົນຈະໄດ້ຮັບການຊ່ວຍເຫຼືອ (ໃນນັ້ນນັກສຶກສາ ລາວ 70 ຄົນ ແລະ ນັກສຶກກໍາປູເຈຍ 74 ຄົນ).

ຕາມນັ້ນແລ້ວ, ນັກສຶກສາຕ່າງປະເທດແຕ່ລະຄົນທີ່ມາຈາກລາວ ແລະ ກຳປູເຈຍ ສຶກສາບັນດາຫຼັກສູດໄລຍະຍາວຂອງລະບົບຊັ້ນສູງ (ລວມທັງຫຼັກສູດກຽມພາສາຫວຽດນາມ ເພື່ອເສັງເຂົ້າ ຫຼື ເສັງເຂົ້າລະບົບນີ້) ຢູ່ບັນດາຮາກຖານບຳລຸງສ້າງທີ່ຂຶ້ນກັບຄະນະກຳມະການປະຊາຊົນແຂວງ ທ້າຍຫງວ່ຽນ (ທີ່ຍັງບໍ່ທັນໄດ້ຮັບນະໂຍບາຍ ການ​ບຳລຸງສ້າງ ​ແລະ ຊຸກຍູ້​ບັນດາ​ນະ​ໂຍບາຍ​ຊ່ວຍເຫຼືອ​ຂອງ​ລັດຖະບານ ຫວຽດນາມ, ທ້ອງ​ຖິ່ນ ​ແລະ ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ຂອງ​ຫວຽດນາມ ຈາກ​ງົບປະມານ​ແຫ່ງ​ລັດ), ​ໄດ້​ຮັບ​ການ​​ຊ່ວຍເຫຼືອ​ດ້ານ​ການໃຊ້ຈ່າຍ​ຈາກ​ງົບປະມານ​ແຫ່ງ​ລັດ 1 ຊຸດຮຽນ.

ລະດັບການຊ່ວຍເຫຼືອຄ່າໃຊ້ຈ່າຍໃນການບຳລຸງສ້າງໃຫ້ບັນດາຮາກຖານສາຂາ: 3,1 ລ້ານດົ່ງ/ຄົນ/ເດືອນ, ໂດຍຮາກຖານການບຳລຸງສ້າງເປັນຜູ້ຂື້ນແຜນຕາມລະບຽບການທີ່ກໍານົດໄວ້; ໄລຍະເວລາການຊ່ວຍເຫຼືອແມ່ນອີງໃສ່ເດືອນຕົວຈິງຂອງການສຶກສາ, ບໍ່ເກີນເວລາຫລັກສູດບຳລຸງສ້າງທີ່ໄດ້ຮັບການອະນຸມັດຂອງຮາກຖານບຳລຸງສ້າງ.

ນອກ​ນັ້ນ, ນັກ​ສຶກສາ​ຕ່າງປະ​ເທດ​ແຕ່ລະຄົນ​ກໍ່​ໄດ້​ຮັບ​ການ​​ຊ່ວຍ​ດ້ານການໃຊ້ຈ່າຍໃນການດຳລົງຊີວິດ, ລະດັບ​​ໜູນຊ່ວຍ: 3,7 ລ້ານ​ດົ່ງ/ຄົນ/​ເດືອນ; ກຳນົດເວລາແມ່ນຄິດໄລ່ໂດຍອີງໃສ່ເດືອນຮຽນຕົວຈິງ ແລະ ບໍ່ເກີນກຳນົດເວລາຫລັກສູດບຳລຸງສ້າງທີ່ໄດ້ຮັບການອະນຸມັດຂອງຮາກຖານບຳລຸງສ້າງ; ໄດ້ຮັບການຊ່ວຍເຫຼືອດ້ານເຄື່ອງໃຊ້ສ່ວນຕົວໃນເບື້ອງຕົ້ນ, ບ້ວງນີ້ໂດຍມອບຜ່ານຮາກຖານບຳລຸງສ້າງເພື່ອໜູນຊ່ວຍນັກສຶກສາຕ່າງປະເທດ, ສະຫນອງຫນຶ່ງຄັ້ງສໍາລັບທັງຫມົດຊຸດຫຼັກສູດ (ລວມມີ ເຄື່ອງນຸ່ງ, ກະເປົາ, ຜ້າຫົ່ມ, ຊາມ ແລະ ເຄື່ອງໃຊ້ອື່ນໆທີ່ຈໍາເປັນ); ລະດັບ​ການ​​ໜຸນຊ່ວຍ 5,38 ລ້ານ​ດົ່ງ/ຄົນ/ຊຸດ​ຫຼັກສູດ ​ແລະ ​ຊ່ວຍ​ຄ່າ​ເດີນທາງ, ລະດັບ​ຊ່ວຍ 4 ລ້ານ​ດົ່ງ/ຄົນ/ຊຸດຫຼັກສູດ… ຍອດ​ຈຳນວນ​ທຶນ​ຊ່ວຍ​ໃນ​ປີ 2024 ​ແມ່ນ​ປະມານ 22 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 2 ຕື້​ດົ່ງ​ເມື່ອ​ທຽບ​ໃສ່​ກັບປີກ່ອນ.

ມີຄຳເຫັນຕໍ່​ກັບ​ນັກ​ຂ່າວ​ໜັງສືພິມລາຍວັນ ທ້າຍຫງວ່ຽນ, ທ່ານ ຫງວ້ຽນ​ນັງ​ດັກ, ຮອງ​ປະ​ທານຜູ້ປະຈໍາການ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ລາວ ແຂວງ ທ້າຍຫ​ງວ່ຽນ ໃຫ້ຮູ້​ວ່າ: ມະ​ຕິ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ມີຄວາມຫ້າວຫັນໃນການສຶກສາຮໍ່າຮຽນ ນີ້​ແມ່ນ​ເນື້ອ​ໃນ​ສຳຄັນ​ເພື່ອ​ສ້າງ​ພື້ນຖານ​ການ​ປະຕິບັດ​ລະບອບ​ການຊ່ວຍເຫຼືອ​ການບຳລຸງສ້າງ ຈາກ​ງົບປະມານ​ຂອງ​ແຂວງ​ໃຫ້​ແກ່​ນັກ​ສຶກສາ​ ລາວ ​ແລະ ກຳປູ​ເຈຍ. ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການບຳລຸງສ້າງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ​ ລະຫວ່າງ​ຫວຽດນາມ - ລາວ, ກຳປູ​ເຈຍ ​ເປັນ​ຕົ້ນ​ແມ່ນ​ການ​ພົວພັນ​ລະຫວ່າງ​ແຂວງ​ທ້າຍຫ​ງວ່ຽນ ​ແລະ ບັນດາ​ປະ​ເທດເພື່ອນ.

ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາລາວໃນການຮ່ຳຮຽນ

ພ້ອມ​ກັບ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາໄລຢູ່ທ້າຍຫ​ງວ່ຽນ, ບັນດາ​ສະຖານການ​ສຶກສາອື່ນ ​ທີ່ບຳລຸງສ້າງ​ນັກ​ສຶກສາ​​ລາວ​ຢູ່ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ບັນດາ​ນັກ​ສຶກສາ​​ລາວ ​ໃນ​ໄລຍະ​ມາສຶກສາ​ຢູ່ ຫວຽດນາມ ຊ່ວຍໃຫ້ລາວ ກໍ່ສ້າງແຫລ່ງຊັບພະຍາກອນມະນຸດ ຮັບໃຊ້ໃຫ້ແກ່ການພັດທະນາສັງຄົມ.

Lưu học sinh Lào khám phá vườn vải ở huyện Lục Ngạn, tỉnh Bắc Giang (Ảnh: Thành Luân).  ນັກ​ສຶກ​ສາ​ລາວ​ຄົ້ນ​ຄ້​ວາ​ສວນ​ໝາກ​ລີ​ຈີ່​ຢູ່​ເມືອງ​ລູ​ງ​ອານ ແຂວງ ບັກ​ຢາງ (ພາບ: ແທງ​ລວນ).
ນັກ​ສຶກ​ສາ​ລາວ​ຊອກຮູ້ ​ສວນ​ໝາກ​ລີ​ນຈີ່​ຢູ່​ເມືອງ​ລູ​ກ​ງ້ານ ແຂວງ ບັກ​ຢາງ (ພາບ: ແທງ​ລວນ).

ອີງຕາມຂໍ້ມູນຈາກກະຊວງສຶກສາທິການ ແລະ ກິລາຂອງລາວ, ຫວຽດນາມ ກໍາລັງກໍ່ສ້າງຊັບພະຍາກອນມະນຸດໃຫ້ລາວຫຼາຍທີ່ສຸດເມື່ອທຽບໃສ່ກັບປະເທດອື່ນໆໃນໂລກທີ່ມີນັກສຶກສາລາວຫຼາຍກວ່າ 10.000 ຄົນ ທີ່ຮຽນຢູ່ບັນດາມະຫາວິທະຍາໄລ ແລະ ວິທະຍາໄລ ຢູ່ 54 ແຂວງ ແລະ ນະຄອນ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫຼຸບ​ການບຳລຸງສ້າງ ​ແລະ ຄຸ້ມ​ຄອງ​ນັກ​ສຶກສາ​ລາວ ທີ່​ຮຽນ​ຢູ່​ຫວຽດນາມ ​ໄລຍະ 2023 - 2024 ​ແລະ ຜັນ​ຂະຫຍາຍ​ທິດ​ທາງ​ ແລະ ໜ້າທີ່ການ​ບຳລຸງສ້າງ ສົກຮຽນ 2024 - 2025 ​ໃນ​ວັນ​ທີ 12 ກໍລະກົດ, ທ່ານ ຄຳ​ຕັນ ສົມ​ວົງ, ທີ່​ປຶກສາ​ຝ່າຍສຶກສາ-ວັດທະນະທຳ ສະຖານທູດລາວ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ອຳນາດການປົກຄອງ, ບັນດາກະຊວງ, ຄະນະ, ຂະແໜງການ, ໂຮງຮຽນຂອງຫວຽດນາມ ຍາມໃດກໍ່ມີຄວາມ ເອົາໃຈໃສ່ຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາລາວໃນການສຶກສາຄົ້ນຄວ້າ. ນັກສຶກສາລາວ ມີຄວາມກະຕືລືລົ້ນໃນການຮຽນ, ຝຶກຝົນຫຼໍ່ຫຼອມ ແລະ ມີຄວາມຕັ້ງໃຈໃນການຮຽນຮູ້ ແລະ ຜ່ານຜ່າອຸປະສັກຕ່າງໆ.

ທ່ານ​ສະ​ເໜີ​ໃຫ້​ບັນດາ​ສະ​ຖາ​ບັນ​ການສຶກສາ​ຫວຽດນາມ ​ເພີ່ມ​ທະວີ​ການ​ເສັງເຂົ້າຮຽນ, ຕີລາຄາຄືນ​ຄວາມ​ຮູ້ ​ແລະ ພິຈາລະນາ​ບັນດາ​ນັກ​ສຶກສາ​ລາວ​ຄື​ກັບ​ນັກ​ສຶກສາ ຫວຽດນາມ. ນອກຈາກນັ້ນ, ກໍ່ຄັດເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດຕົວຈິງ, ມີຈັນຍາບັນ ແລະ ຄຸນສົມບັດ. ກະຊວງ​ສຶກສາ​ຂອງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ ຍົກສູງການ​ສອນ​ພາສາ​ຫວຽດນາມ​ຂັ້ນ​ພື້ນຖານ​ໃຫ້​ນັກ​ສຶກສາ​ຕ່າງປະ​ເທດ​ກ່ອນ​ມາ​ຫວຽດນາມ.

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງສ້າງ ຫວຽດນາມ ຫງວ້ຽນ​ວັນ​ຟຸກ ​ໄດ້​ຮັບ​ຮູ້​ວ່າ: ການ​ບຳລຸງສ້າງ​ຂອງ​ນັກ​ສຶກສາ ລາວ ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ຕັ້ງໜ້າ, ຄຸນນະພາບ​ນັບ​ມື້​ນັບ​ດີ​ຂຶ້ນ. ນັກ​ສຶກສາ​ຕ່າງປະ​ເທດ​ໄດ້ມີຄວາມມານະອົດທົນ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ, ​ມີຫລາຍນ້ອງ​ໄດ້​ຮັບ​ລາງວັນ ​ແລະ ຈຳນວນ​ນັກ​ສຶກສາ​ທີ່​ຮຽນ​ຈົບ​ກໍ່​ສູງ. ທ່ານຮຽກຮ້ອງບັນດາໂຮງຮຽນສະໜອງທຶນການສຶກສາແກ່ນັກສຶກສາລາວຫຼາຍຂຶ້ນ ແລະ ເຊື່ອໝັ້ນວ່າ: ການກໍ່ສ້າງຊັບພະຍາກອນມະນຸດຂອງປະເທດລາວໃນໄລຍະຈະມາເຖິງ ຈະມີການປ່ຽນແປງຫຼາຍຢ່າງ ແລະ ບັນລຸໄດ້ໝາກຜົນດີເພີ່ມຂຶ້ນ, ຕອບສະໜອງຄວາມຄາດຫວັງຂອງສອງປະເທດ.

ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ
ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ຊ ສະຫວັດ

ເຫດການ
302 Found

Found

The document has moved here.