ນັກ​ສຶກ​ສາ​ ​ລາວ ແລະ ກຳ​ປູ​ເຈຍ ຊອກຮູ້​ປະ​ຫວັດ​ສາດ ແລະ ລົງຕົວຈິງວັດທະນະທຳ ຫວຽດນາມ

11:46 | 14/03/2024

ໃນວັນ​ທີ 12 ມີນາ​, ໂຮງຮຽນ​ມິດຕະພາບ 80 ​ໄດ້​ຈັດ​ໃຫ້​ນັກ​ສຶກສາ ​ລາວ ​ແລະ ກຳປູ​ເຈຍ ​ໄປທັດສະນະສຶກສາ, ລົງພຶດຕິກຳຕົວຈິງ​ ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ. ນີ້​ແມ່ນກິດຈະກໍາ​ສືບ​ຕໍ່ລະບົບການ​ເຄື່ອນ​ໄຫວ​ນອກ​ຫຼັກສູດ​ຂອງ​ໂຮງຮຽນ, ສ້າງ​ກາລະ​ໂອກາດ​ໃຫ້​ນັກ​ສຶກສາ​ໄດ້​ສຳຜັດຕົວຈິງກ່ຽວກັບປະຫວັດສາດ ​ແລະ ວັດທະນະທຳ ຫວຽດນາມ.

ນັກ​ສຶກ​ສາ​ລາວ​ເມົາ​ມົວ​ກັບ​ກິ່ນ​ຫອມ​ຂອງ​ໝາກ​ລີ້ນ​ຈີ່​ຫວຽດ​ນາມ ນັກ​ສຶກ​ສາ​ລາວ​ເມົາ​ມົວ​ກັບ​ກິ່ນ​ຫອມ​ຂອງ​ໝາກ​ລີ້ນ​ຈີ່​ຫວຽດ​ນາມ
ນັກ​ສຶກ​ສາ​ລາວ​ອາ​ໄສ​ຢູ່​ບ້ານ​ຄອບ​ຄົວ​ຫວຽດ​ນາມ​ທີ່​ອົບ​ອຸ່ນ ນັກ​ສຶກ​ສາ​ລາວ​ອາ​ໄສ​ຢູ່​ບ້ານ​ຄອບ​ຄົວ​ຫວຽດ​ນາມ​ທີ່​ອົບ​ອຸ່ນ

​ເມື່ອເຂົ້າ​ຮ່ວມກິດຈະກໍາ, ບັນດານັກ​ສຶກສາ​​ໍໄດ້​ເຂົ້າໄປຢ້ຽມຢາມ​ສຸສານ​ປະທານ ​ໂຮ່ຈີ່​ມິນ, ເບິ່ງຮູບເງົາ​ກ່ຽວ​ກັບ​ລຸງ​ໂຮ່, ໄປຢ້ຽມຊົມ​ເຮືອນ​ຮ້ານ​, ໜອງ​ປາຂອງ​ລຸງໂຮ່, ວັດ​ເສົາ​ດຽວ ​ແລະ ອີກຫຼາຍ​ແຫ່ງ​ທີ່​ມີ​ຄວາມ​ໝາຍທາງດ້ານ​ປະຫວັດສາດ ​ແລະ ວັດທະນະທຳອື່ນໆເຊັ່ນ: ກໍາແພງເມືອງພະລາດຊະວັງ ທັງລອງ; ວັດວັນມ໊ຽວ - ກວັກຕື່ຢາມ, ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ...

ນັກສຶກສາຕ່າງປະເທດກໍ່ຍັງໄດ້ຊົມ, ຄົ້ນຫາບັນດາເຍື່ອງອາຫານທີ່ຢອດຢ້ຽມຂອງຫວຽດນາມ ດ້ວຍຮ້ານບຸບເຟ້ທີ່ມີອາຫານຫວຽດນາມ ເຖິງ 200 ເຍື່ອງເຊັ່ນ: ເຝີງົວ, ເຂົ້າປຸ້ນແກງປູ, ເຂົ້າປຸ້ນຫອຍ, ຢໍ່ຫອຍໂຮ່ເຕີຍ, ບັນກວັນຢໍ່ອົບເຊີຍ, ແໜມເນືອງ ຍາຈາງ ແລະ ເຂົ້າໜຽວໜຶ້ງໃສ່ຊີ້ນນົກ...

Cô Lê Thủy (áo đỏ) và các lưu học sinh lớp A9, trường Hữu nghị 80. (Ảnh: Lê Thủy)    ອາຈານ Lê Thủy (ເສື້ອແດງ) ແລະ ນັກຮຽນສຶກສາຕ່າງປະເທດ ຫ້ອງ A9, ໂຮງຮຽນ ມິດຕະພາບ  80. (ພາບ: Lê Thủy)
ອາຈານ ເລຖູຍ (ເສື້ອແດງ) ແລະ ນັກສຶກສາຕ່າງປະເທດ ຫ້ອງ A9, ໂຮງຮຽນ ມິດຕະພາບ 80. (ພາບ: ເລຖູຍ)

ຕາມທີ່ ອາຈານ ເລຖູຍ, ອາຈານສອນຫ້ອງຮຽນ A9, ໂຮງຮຽນມິດຕະພາບ 80 ແລ້ວ, ກິດຈະກໍານອກຫຼັກສູດຂອງໂຮງຮຽນແມ່ນມີຄວາມໝາຍຫຼາຍ, ເປັນໂອກາດເພື່ອຊ່ວຍໃຫ້ນັກສຶກສາຕ່າງປະເທດຝຶກທັກສະການຟັງ ແລະ ສື່ສານດ້ວຍພາສາຫວຽດນາມ ໃນພາກປະຕິບັດຕົວຈິງ, ປະກອບສ່ວນຍົກສູງຄຸນ​ນະ​ພາບ​ການ​ບຳລຸງສ້າງ​ພາ​ສາ​ຫວຽດ​ຂອງ​ໂຮງ​ຮຽນ​.

ພ້ອມ​ກັນ​ນັ້ນ, ກິດຈະກໍາ​ກໍ່ຍັງ​ໄດ້​ນຳມາເຊິ່ງ​ປະສົບ​ການ ​ແລະ ຄວາມ​ຮູ້​​ຕົວຈິງ ກ່ຽວກັບບັນດາທ້ອງຖິ່ນ, ​ສະຖານ​ທີ່​ທ່ອງ​ທ່ຽວທາງດ້ານ​ວັດທະນະທຳ​ທີ່​ມີ​ຊື່​ສຽງ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ຈາກ​ນັ້ນ, ຍັງ​ໄດ້ເພີ່ມຄວາມ​​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຄຸນຄ່າທາງດ້ານ​ປະຫວັດສາດ, ວັດທະນະທຳ​ຮີດຄອງ​ປະ​ເພນີ​, ກ່ຽວກັບຄົນຫວຽດນາມ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ​ຫວຽດນາມ - ລາວ - ກຳປູ​ເຈຍ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງທະນົງແກ່ນອີກດ້ວຍ.

Các lưu học sinh Lào, Campuchia viếng lăng Chủ tịch Hồ Chí Minh.  ນັກສຶກສາລາວ ແລະ ກຳປູເຈຍ ຢ້ຽມຢາມ ສຸສານ ປະທານ ໂຮ່ຈີ່ມິນ.
ນັກສຶກສາລາວ ແລະ ກຳປູເຈຍ ຢ້ຽມຢາມ ສຸສານ ປະທານ ໂຮ່ຈີ່ມິນ.
Tham quan Bảo tàng Hồ Chí Minh.  ຢ້ຽມຊົມຫໍພິພິທະພັນ ໂຮ່ຈີ່ມິນ.
ຢ້ຽມຊົມຫໍພິພິທະພັນ ໂຮ່ຈີ່ມິນ.
Ao cá Bác Hồ.  ໜອງປາລຸງໂຮ່.
ໜອງປາລຸງໂຮ່.
Thăm Hoàng thành Thăng Long.  ກໍາແພງພະລາດສະວັງ Thanh Long
ກໍາແພງເມືອງພະລາດຊະວັງ ທັງລອງ
Thăm Văn Miếu - Quốc Tử Giám.  ສະຖານທີ່ບູຊາຈົງຈື - Quốc Tử Giám.
ຢ້ຽມຢາມ ວັດວັນມ໊ຽວ - ກວັກຕື່ຢາມ.

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.