ສາມແບບຢ່າງຂອງກໍ່ສ້າງ ແລະ ບຳລຸງນັກສຶກສາ ລາວ ທີ່ມີປະສິດທິຜົນ ແລະ ແທດຈິງ

17:53 | 17/07/2024

ຍສໝ - ໂດຍຮັບອຸປະຖຳນັກສຶກສາລາວ; ພານ້ອງໆໄປລົງຕົວຈິງຢູ່ບັນດາຄອບຄົວຊາວ ຫວຽດນາມ; ການ​ຝຶກ​ອົບ​ຮົມ​ທັກ​ສະ​ວິ​ຊາ​ຊີບ​ໃຫ້​ແກ່​ການ​ເຮັດ​ວຽກ​ເປັນ​ທີມ​ແມ່ນ​ສາມ​ແບບ​ຢ່າງ​ໃນ​ການ​ຝຶກ​ອົບ​ຮົມ ແລະ ບຳລຸງບັນ​ດາ​ນັກຮຽນ, ນັກ​ສຶກ​ສາ ແລະ ຊາວ​ໜຸ່ມລາວ ທີ່ດີເດັ່ນ, ມີຄວາມໝາຍອັນແທດຈິງ ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ ຢູ່ນະຄອນ ຮ່າ​ໂນ້ຍ ຜັນຂະຫຍາຍໃນ​ໄລ​ຍະ​ຜ່ານ​ມາ. ບັນດາ​ຮູບ​ແບບ​ດັ່ງກ່າວ ຈະ​ປະກອບສ່ວນ​ໜູນ​ຊ່ວຍ​ປະ​ເທດເພື່ອນ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ພ້ອມກັນນັ້ນ ກໍ່​ໄດ້​ຮັດ​ແໜ້ນ​ການ​ພົວພັນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ.

ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ
ຫວຽດນາມ ແລະ ລາວ ມີສາຍພົວພັນແບບພິເສດ, ແມ່ນຊັບສິນອັນລ້ຳຄ່າ ແລະ ລ້ຳຄ່າ

​ໃນ​ກາງ​ເດືອນ ມີນາ ປີ 2024, ​ໂຮງຮຽນ​ມິດຕະພາບ 80 (​ເທດສະບານ ເຊີນ​ໄຕ, ຮ່າ​ໂນ້ຍ), ສາຂາ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຢູ່​ເທດສະບານ ເຊີນ​ໄຕ ​ຈັດ​ຕັ້ງ​ພິທີ​ຮັບ​​ຄອບຄົວ​ອຸປະຖຳ ໃຫ້ແກ່ນັກສຶກສາ ລາວ. ມີ 13 ຄອບຄົວຢູ່ທ້ອງຖິ່ນ ແລະ ນັກສຶກສາ ລາວ 91 ຄົນເຂົ້າຮ່ວມໂຄງການນີ້.

ນີ້​ແມ່ນ​ປີ​ທີ 8 ທີ່​ໂຮງຮຽນ​ມິດຕະພາບ 80 ​ໄດ້​ສົມທົບ​ກັບ​ສາຂາສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ເທດສະບານ ເຊີນ​ໄຕ ຈັດ​ຕັ້ງ​ໂຄງການ​ໃຫ້​ນັກສຶກສາ ລາວ ​​ຮັບ​​ຄອບຄົວ​ອຸປະຖຳ​ທີ່​ເປັນ​ສະມາຊິກ​ຂອງສາຂາ​ສະມາຄົມ. ໂດຍຜ່ານ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ມີ​ນັກ​ສຶກສາ​ ລາວ 540 ຄົນໄດ້​ຮັບອຸປະຖຳຈາກ 108 ຄອບຄົວ​ຂອງ​ສະມາຊິກສາຂາ​ສະມາຄົມ.

ພິເສດ, ນັບແຕ່ສົກຮຽນ 2023-2024 ເປັນຕົ້ນໄປ ທາງໂຮງຮຽນໄດ້ຂະຫຍາຍໂຄງການຮັບພໍ່ແມ່ອຸປະຖຳໃຫ້ແກ່ນັກສຶກສາ ລາວ ໂດຍແມ່ນບັນດາຄູອາຈານ, ພະນັກງານ ແລະ ລັດຖະກອນຂອງໂຮງຮຽນ. ໝາກຜົນແມ່ນ ມາຮອດປັດຈຸບັນ ນັກຮຽນລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນ 100% ມີຄອບຄົວອຸປະຖຳ.

ຕາມ​ການ​ນຳ​ຂອງ​ໂຮງຮຽນມິດຕະພາບ 80 ​ແລ້ວ, ​ໂຄງການ​ຮັບ​ຄອບຄົວ​ຜູ້​ອຸປະຖຳ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ແລະ ມີຄວາມມະນຸດສະທຳອັນ​ເລິກ​ເຊິ່ງ, ປະກອບສ່ວນ​ສ້າງ​ສາຍ​ພົວພັນ​ອັນ​ດີງາມ​, ຕິດພັນກັນລະຫວ່າງ​ບັນດາ​ຄອບຄົວ​ອຸປະຖຳ ​ແລະ ນັກຮຽນ​ ລາວ ເວົ້າ​ສະເພາະ, ລະຫວ່າງ​ປະຊາຊົນສອງປະເທດ ຫວຽດນາມ - ລາວ ​ເວົ້າ​ລວມ. ນ້ອງໆນັກຮຽນບໍ່​ພຽງ​ແຕ່​ມີ​ໂອກາດ​ຝຶກ​ທັກ​ສະ​ການສື່ສານພາສາ ​ຫວຽດນາມ​ ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໂອກາດ​ສຳຜັດຕົວຈິງ​, ຊອກຮູ້ກ່ຽວ​ກັບ​ຊີວິດ, ປະຊາຊົນ, ວັດທະນະທຳ​ ຫວຽດນາມ, ໂດຍຜ່ານ​ນັ້ນ​ ກໍ່ເຊື່ອມ​ໂຍງ ​ແລະ ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ຮ່ຳຮຽນ ​ແລະ ການດຳລົງຊີວິດ​ໃໝ່. ນ້ອງໆໄດ້​ພົບ​ກັບຄອບຄົວ​ທີ​ສອງ​ຢູ່ ​ຫວຽດນາມ, ພໍ່​ແມ່ ​ແລະ ຄອບຄົວ​ອຸປະຖຳ​ຍາມ​ໃດ​ກໍ່​ຕ້ອນຮັບ​ນ້ອງໆດ້ວຍ​ການ​ເປີດ​ອົກ​ເປີດ​ໃຈ, ຖື​ນ້ອງໆ​ຄື​ສະມາຊິກ​ໃນ​ຄອບຄົວ.

​ໂຄງການ​ຮັບ​ຄອບຄົວ​ອຸປະຖຳ​ໃຫ້​ແກ່​ນັກ​ສຶກສາ​ ​ລາວ ຢູ່​ໂຮງຮຽນ​ມິດຕະພາບ 80 ທີ່​ກ່າວ​ມາ​ຂ້າງ​ເທິງ ​ແມ່ນ​ໜຶ່ງ​ໃນ 3 ​ແບບຢ່າງ​ທີ່​ດີເດັ່ນ ເຊິ່ງສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນ ຮ່າ​ໂນ້ຍ ​ໄດ້​ຜັນຂະຫຍາຍ​ໃນ​ໄລຍະທີ່​ຜ່ານມາ​. ທ່ານ​ນາງ ຟ້າ​ມງອກ​ເຈິ່ມ, ຮອງ​ເລຂາທິການໃຫຍ່ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ປະຈຳ​ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ນອກຈາກ​ຮູບ​ແບບ​ນີ້, ສະມາຄົມ​ຍັງ​ປະຕິບັດ​ໂຄງການ “ສົ່ງ​ນັກຮຽນ​ ລາວ ​ໄປລົງຕົວຈິງຢູ່​ບ້ານປະຊາຊົນ” ຢູ່​ໂຮງຮຽນ​ມິດຕະພາບ T78. ນີ້ແມ່ນຮູບແບບການຮຽນຮູ້ທີ່ກ້າວໜ້າ, ເຊື່ອມຕໍ່ທິດສະດີກັບພຶດຕິກຳຕົວຈິງ. ໂດຍຜ່ານ​ຄາບ​ເຂົ້າ, ການ​ຢູ່, ດຳລົງ​ຊີວິດ​ຮ່ວມ​ກັບ​ຊາວ​ ຫວຽດນາມ, ນັກ​ສຶກສາ​ ​ລາວ ​ບໍ່​ພຽງ​ແຕ່​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ນຳ​ໃຊ້​ພາສາ​ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວກັບວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ ຫວຽດນາມ​ ຕື່ມອີກ.

ສາມແບບຢ່າງຂອງກໍ່ສ້າງ ແລະ ບຳລຸງນັກສຶກສາ ລາວ ທີ່ມີປະສິດທິຜົນ ແລະ ແທດຈິງ

ນ້ອງໆນັກສຶກສາ ລາວ ໃນສົກຮຽນ 2022-2023 ຂອງໂຮງຮຽນມິດຕະພາບ T78 ເຂົ້າຮ່ວມໂຄງການລົງຕົວຈິງຢູ່ຕາແສງ ທໍ້ລົກ (ເມືອງ ຝຸກທໍ້, ນະຄອນ ຮ່າໂນ້ຍ).

ເລີ່ມແຕ່ສົກຮຽນ 2014 - 2015 ເປັນຕົ້ນມາ, ປະຈຸບັນ ຂອບຂະໜາດໂຄງການດັ່ງກ່າວໄດ້ຂະຫຍາຍກວ້າງອອກທາງດ້ານພື້ນທີ່ ແລະ ຈຳນວນນັກສຶກສາ ລາວ ທີ່ເຂົ້າຮ່ວມ. ​ໂຄງການ​ໄດ້​ຊ່ວຍ​ໃຫ້​ນັກ​ສຶກສາ ​ລາວ​ ເກືອບ 1.000 ຄົນ​ມີ​ໂອກາດ​ຊອກ​ຮູ້​ກ່ຽວກັບຊີວິດ, ວັດທະນະທຳ, ​ແຮງ​ງານ ​ແລະ ການ​ຜະລິດ​ຂອງ​ຊາວ ຫວຽດນາມ.

ຊຸດ​ອົບຮົມທັກສະການ​ເຮັດ​ວຽກ​ເປັນ​ທີມ​ໃຫ້​ສຳລັບພະນັກງານຮັບຜິດຊອບ​ອານຸຊົນ ເຍົາວະຊົນ​ຂອງ​ຄະນະ​ຊາວໜຸ່ມ​ນະຄອນຫຼວງ​ ວຽງ​ຈັນ (ລາວ) ຢູ່​ໂຮງຮຽນ ​ເລ​ຢ່ວນ ​ກໍ່ແມ່ນ​ແບບຢ່າງທີ່ດີເດັ່ນ​ໃນ​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ນັກຮຽນ​ ລາວ ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຢູ່​ນະຄອນ ຮ່າ​ໂນ້ຍ. ຊຸດຝຶກອົບຮົມໃຊ້ເວລາຫຼາຍກວ່າ 20 ມື້, ໄດ້ປະກອບໃຫ້ຜູ້ຝຶກມີທັກສະທີ່ສໍາຄັນໃນການເຮັດວຽກກ່ຽວກັບເດັກນ້ອຍ. ພາຍຫຼັງ​ກັບ​ເມືອ​ບ້ານແລ້ວ, ນັກຮຽນ​ຫຼາຍ​ຄົນ​ໄດ້​ນຳ​ເອົາ​ຄວາມ​ຮູ້ ​ແລະ ຄວາມ​ສາມາດ​ທີ່​ຕົນ​ໄດ້​ຮຽນ​ມາ​ປະຕິບັດຕົວຈິງ, ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ​ແລະ ​ຂະບວນການ​ອານຸຊົນ ເຍົາວະຊົນ​ຢູ່​ທ້ອງ​ຖິ່ນຂອງຕົນ. ທ່ານ​ນາງ ​ເຈິ່ມ ​ໃຫ້​ຮູ້​ວ່າ: ໃນປີ 2023, ​ໂຄງການ​ແລກປ່ຽນ​ປະສົບ​ການ​ໃນ​ການ​ເຮັດ​ວຽກ​ເປັນທີມ ​ແລະ ຂະບວນການ​ອານຸຊົນ ເຍົາວະຊົນ ຈໄດ້ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນອົບ​ອຸ່ນ, ​ເຕັມ​ໄປ​ດ້ວຍນ້ຳໃຈ​ມິດຕະພາບ​ ຫວຽດນາມ - ລາວ. ຄູອາຈານ ແລະ ນັກຮຽນ ໂຮງຮຽນ ປະຖົມ ເຕິນມາຍ ແລະ ຄະນະພະນັກງານຮັບຜິດຊອບວຽກງານ​ອານຸຊົນ ເຍົາວະຊົນ ນະຄອນຫຼວງ ວຽງຈັນ ໄດ້ມີກິດຈະກຳທີ່ໜ້າຕື່ນເຕັ້ນ ແລະ ເປັນປະໂຫຍດຫຼາຍຢ່າງເຊັ່ນ: ການພົບປະແລກປ່ຽນສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຊາດສອງປະເທດ; ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ໂຄງການໜໍ່​​ໄມ້​ອ່ອນ "​ຫ້ອງ​ນ້ຳ​ມິດຕະພາບ" ຢູ່​ຂັ້ນ​ກອງເຍົາວະຊົນ; ໄປຢ້ຽມຢາມຫໍສະຫມຸດ​ມິດຕະພາບ, ຫ້ອງມູນເຊື້ອ ແລະ ບັນດາຮູບແບບກິດຈະກໍາຂອງອານຸຊົນ ເຍົາວະຊົນຢູ່ໃນໂຮງຮຽນ.

ສາມແບບຢ່າງຂອງກໍ່ສ້າງ ແລະ ບຳລຸງນັກສຶກສາ ລາວ ທີ່ມີປະສິດທິຜົນ ແລະ ແທດຈິງ

ຄູອາຈານ ແລະ ນັກຮຽນ ໂຮງຮຽນ ປະຖົມ ເຕິນມາຍ ແລະ ຄະນະພະນັກງານຮັບຜິດຊອບວຽກງານ​ອານຸຊົນ ເຍົາວະຊົນ ນະຄອນຫຼວງ ວຽງຈັນ (ລາວ) ເຂົ້າຮ່ວມພິທີເປີດນຳໃຊ້ກິດຈະກຳ “ຫ້ອງນໍ້າມິດຕະພາບ”.

“ບັນດາ​ແບບຢ່າງ​ນີ້​ບໍ່​ພຽງ​ແຕ່​ຢືນຢັນ​ບົດບາດ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າ​ໂນ້ຍ ​ໃນ​ການ​ຝຶກອົບຮົມ ​ແລະ ບຳລຸງ​ສ້າງ​ນັກຮຽນ, ນັກສຶກສາ ​ລາວ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂົວ​ຕໍ່​ທີ່​ໝັ້ນຄົງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງປະຊາຊົນ​ສອງ​ປະ​ເທດ​ ຫວຽດນາມ - ລາວ ນັບ​ມື້​ນັບ​ແໜ້ນແຟ້ນກວ່າອີກ”, ທ່ານ​ນາງ ຟ້າ​ມງອກ​ເຈິ່ມ ກ່າວ.

ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ

ຍສໝ - ຕອນ​ບ່າຍ​ວັນ​ທີ 15 ມີນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນ່າງ ຄຳ​ປາວ ເອີນ​ທະ​ວັນ - ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕປະ​ຊາ​ຊົນ ລາວ. ການພົບປະ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ທ່ານເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ: ຊາວຫວຽດນາມ ມີນ້ຳໃຈ ແລະ ມີອາຫານທີ່ລະອຽດອ່ອນ ທ່ານເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ: ຊາວຫວຽດນາມ ມີນ້ຳໃຈ ແລະ ມີອາຫານທີ່ລະອຽດອ່ອນ

ຍສໝ - ເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ ປະຈໍາ ຫວຽດນາມ ມີຄວາມປະທັບໃຈກັບທິວທັດທຳມະຊາດທີ່ສວຍງາມ, ນ້ຳໃຈ, ປະຊາຊົນມີຄວາມດຸໝັ່ນທຳມາຫາກິນ ແລະ ອາຫານການກິນທີ່ສວຍລະອຽດອ່ອນ, ເປັນເອກະລັກສະເພາະຂອງປະເທດທີ່ມີຮູບຊົງ S.

ມິງດຶກ

ເຫດການ
302 Found

Found

The document has moved here.