ຍສໝ - ເນື່ອງໃນໂອກາດບຸນເຕັດຂອງຊາວເຜົ່າມົ້ງ, ແຕ່ວັນທີ 24 – 31 ມີນາ, ກະຊວງບັນຊາທະຫານ ແຂວງບິ່ງດິ້ງ ໄດ້ຈັດຕັ້ງການຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນ, ກວດພະຍາດ, ສະໜອງຢາປົວພະຍາດໃຫ້ປະຊາຊົນບັນດາກຸ່ມບ້ານກະຈິດ, ເມືອງບາຈຽງ, ແຂວງຈໍາປາສັກ ແລະ ກຸ່ມບ້ານລະຫາວ, ແຂວງອັດຕະປື (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).
ຍສໝ - ວັນທີ 24 ມີນານີ້, ຫໍພັກນັກສຶກສາ ລາວ ຢູ່ນະຄອນ ໂຮ່ຈິມິນ ສົມທົບກັບຫ້ອງການຕຳຫຼວດປ້ອງກັນອັກຄີໄພ ແລະ ກູ້ໄພກູ້ຊີບຕຳ ຫຼວດເມືອງ 3 ຈັດຕັ້ງລາຍການອົບຮົມທັກສະການປ້ອງກັນອັກຄີໄພໃຫ້ນັກສຶກສາທີ່ພັກຢູ່ຫໍພັກ.
ຍສໝ - ນີ້ແມ່ນຄຳຢືນຢັນຂອງທ່ານນາງ ຄຳເພົາ ເອີນທະວັນ - ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງທ້ວນ ໃນວັນທີ 26 ມີນາ.
ຍສໝ - ກົມຄວບຄຸມພະຍາດຕິດແປດ, ກະຊວງສາທາລະນະສຸກ ລາວ ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ສາທາລະນະສຸກ ແລະ ອຳນາດການປົກຄອງທ້ອງຖິ່ນໃນທົ່ວປະເທດ ລະມັດລະວັງຕໍ່ຄວາມສ່ຽງຕໍ່ການຕິດເຊື້ອພະຍາດໄຂ້ເລືອດດຳ ພາຍຫຼັງທີ່ປະເທດກນີ້ ກວດພົບເຖິງຄົນຕິດເຊື້ອພະຍາດ 54 ຄົນ ໃນ 2 ເມືອງຂອງແຂວງ ຈໍາປາສັກ, ພາກໃຕ້ລາວ ໃນເດືອນມີນາ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳນະຄອນຫຼວງວຽງຈັນແລ້ວ, ໃນຂອບເຂດການຢ້ຽມຢາມລາວ, ຕອນເຊົ້າວັນທີ 26 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງພາຍໃນຫວຽດນາມ ນຳໜ້າໂດຍທ່ານລັດຖະມົນຕີກະຊວງພາຍໃນຫວຽດນາມ ຟ້າມທິແທັງຈາ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍທ່ານ ສອນໄຊ ສີພັນດອນ - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ, ໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ (26 ມີນາ 1931 – 26 ມີນາ 2024), ຕອນຄ່ຳວັນທີ 20 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານຊາວໜຸ່ມກອມມູນິດ ໂຮ່ຈີມິນ ປະຈໍາລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາບານເຕະ ຊາວໜຸ່ມກອມມູນິດໂຮຈິມິນ ຢູ່ມະຫາວິທະຍາໄລແຫ່ງຊາດ.
ຍສໝ - ບຸນວົກນ້ຳ ແມ່ນພິທີກຳວັດທະນະທຳທາງດ້ານຈິດໃຈຂອງຊາວເຜົ່າລາວ ຢູ່ເມືອງ ຕ່າມເດືອງ, ແຂວງ ລາຍເຈົ່າ ເພື່ອພາວະນາຂໍໃຫ້ເປັນປີທີ່ດິນຟ້າອາກາດເອື້ອອຳ, ສັບພະສິ່ງງອກງາມ, ທຸກຄອບຄົວມີຄວາມຜາສຸກ, ສະຫງົບສຸກ. ຫຼາຍປີມານີ້ ງານບຸນໄດ້ກາຍເປັນຈຸດເດັ່ນທີ່ດຶງດູດນັກທ່ອງທ່ຽວຈາກທົ່ວທຸກມູມໄປ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 25 ມີນານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງພາຍໃນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງ ນາງ ຟ້າມທິແທງຈາ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມເຈລະຈາກັບຄະນະຜູ້ແທນກະຊວງພາຍໃນ ລາວ ໂດຍທ່ານລັດຖະມົນຕີກະຊວງ ທອງຈັນ ມະນີໄຊ ເປັນຫົວໜ້າຄະນະ. ເຂົ້າຮ່ວມການໂອ້ລົມເຈລະຈາ ຍັງມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮຸ່ງ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳນະຄອນຫຼວງວຽງຈັນ, ລາວ ແລະ ກຳປູເຈຍ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງປະເທດ ແລະ ບັນດາເອກະສານການຮ່ວມມືສອງຝ່າຍທຸກຂັ້ນ ໃຫ້ມີປະສິດທິຜົນ ແລະ ໄດ້ຮັບຜົນປະໂຫຍດຕົວຈິງ. ປະເທດ ແລະ ປະຊາຊົນສອງປະເທດ.
ຍສໝ - ຫຼັກໝາຍຊາຍແດນ ອາປາຈ້າຍ ຕັ້ງຢູ່ຈອມພູ ຄວານລາຊານ ຂຶ້ນກັບຕາແສງ ສິນເທົ່າ, ເມືອງ ເມື່ອງແຍ໊, ແຂວງດ້ຽນບຽນ ຂອງຫວຽດນາມ, ຕິດຈອດກັບເຂດ 11, ເມືອງຍອດອູ, ແຂວງຜົ້ງສາລີ ຂອງລາວ ແລະເທດສະບານ Qu Shui, ເມືອງ Jiang Cheng, ແຂວງຢຸນນານ ຂອງຈີນ. ຫຼັກໝາຍຊາຍແດນຮ່ວມແຫ່ງນີ້ ໂດຍ 3 ປະເທດ ຫວຽດນາມ-ລາວ-ຈີນ ກໍ່ສ້າງໃນປີ 2005, ກໍໄດ້ເອີ້ນວ່າ ຫຼັກໝາຍເລກທີ 0, ຈຸດເລີ່ມຕົ້ນຂອງເສັ້ນຊາຍແດນ ຫວຽດນາມ - ຈີນ.
ຍສໝ - ລະດັບອັດຕາ VAT 10% ແມ່ນນໍາໃຊ້ກັບສິນຄ້າທີ່ນໍາເຂົ້າ, ສິນຄ້າ ແລະການບໍລິການທີ່ສະຫນອງໃຫ້ພາຍໃນປະເທດ ທີ່ຕ້ອງຈ່າຍພາສີມູນຄ່າເພີ່ມ; ແຮ່ທາດນໍາເຂົ້າ ແລະດໍາເນີນທຸລະກິດແຮ່ທາດພາຍໃນປະເທດ; ກິດຈະກໍາການຊົມໃຊ້ໄຟຟ້າຂັ້ນພື້ນຖານ, ໄຟຟ້າໃຊ້ໃນການຜະລິດ, ບໍລິສັດສະໜອງໄຟຟ້າ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 69 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22 ມີນາ 1955 – 22 ມີນາ 2024), ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານສູນກາງພັກປະຊາຊົນປະຕິວັດ ລາວ.
ຍສໝ - ກ່າວຄຳເຫັນທີ່ການພົບປະ, ສະຫາຍ ນາງ ດິງທິລົວ ເນັ້ນໜັກວ່າ ສອງທ້ອງຖິ່ນຕ້ອງຍູ້ແຮງການພົບປະແລກປ່ຽນວັດທະນະທຳ, ເປີດກ້ວາງການຮ່ວມມືໃນບາງຂົງເຂດ, ຜັນຂະຫຍາຍການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍ ແລະແທດຈິງໃຫ້ຫຼາຍຂື້ນຕື່ມ, ຜ່ານນັ້ນກໍ່ຮັດແໜ້ນການພົວພັນມິດຕະພາບອັນໝັ້ນແກ່ນ, ຮອບດ້ານລະຫວ່າງສອງທ້ອງຖິ່ນ.
ຍສໝ - ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄຳ ພົມມະກອນ ໄດ້ເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຄວນສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ.
ຍສໝ - ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບສະຫາຍ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດຮັບໜ້າທີ່ວຽກງານຢູ່ ຫວຽດນາມ.
ຍສໝ - ວັນທີ 18 ມີນານີ້, ຄະນະປະຈຳພັກແຂວງ ແລະ ຄະນະປະຈຳສະພາປະຊາຊົນແຂວງ ນາມດິ້ງ ໄດ້ຈັດພິທີມອບຫຼຽນກາ ແລະ ຫຼຽນໄຊມິດຕະພາບຂອງປະເທດລາວ ໃຫ້ແກ່ບັນດາການນຳ ແລະ ອະດີດການນຳແຂວງ ນາມດິ້ງ ໃນແຕ່ລະໄລຍະ ແລະ ກອງປະຊຸມເຮັດວຽກກັບ ຄະນະຜູ້ແທນແຂວງ ອຸດົມໄຊ (ລາວ) ນຳໂດຍ ສະຫາຍ ບຸນຄົງ ລາຈຽມຝອນ - ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ອຸດົມໄຊ ເປັນຫົວໜ້າຄະນະ.
ຍສໝ - ສອງຝ່າຍເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກໍາລັງປ້ອງກັນຄວາມສະຫງົບສອງປະເທດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນລະຫວ່າງບັນດາກົມກອງວິຊາສະເພາະ ແລະຕໍາຫຼວດທ້ອງຖິ່ນຕິດກັບຊາຍແດນ...
ຍສໝ - ຕອນບ່າຍວັນທີ 12 ມີນານີ້, ຄະນະຜູ້ແທນເມືອງມຸນລະປາໂມກ (ແຂວງຈຳປາສັກ), ໂດຍທ່ານເລຂາຄະນະພັກເມືອງ, ເຈົ້າເມືອງມຸນລະປາໂມກ ໄດ້ມາເຮັດວຽກກັບພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ອານຢາງ ເນື່ອງໃນໂອກາດການຢ້ຽມຢາມເຮັດວຽກຢູ່ແຂວງ ອານຢາງ. ທ່ານ ເຈີນແທັງຮ້ຽບ - ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ອານຢາງ ເປັນປະທານກອງປະຊຸມ.
ຍສໝ - ຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນ່າງ ຄຳປາວ ເອີນທະວັນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນ ລາວ. ການພົບປະເພື່ອແນໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມື ແລະ ການແລກປ່ຽນປະຊາຊົນລະຫວ່າງ 2 ປະເທດຢ່າງແທດຈິງ ແລະ ມີປະສິດທິຜົນ.
ຍສໝ - ວັນທີ 14 ມີນານີ້, ຢູ່ສຳນັກງານສູນກາງພັກ, ທ່ານນາງ ເຈື່ອງທິມາຍ ກໍາມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.