ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈແບບພິເສດລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ

20:14 | 02/03/2024

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈແບບພິເສດລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ

ຫວຽດນາມ-ລາວ-ກໍາປູເຈຍ ຊຸກຍູ້ການພົວພັນຮ່ວມມື, ພົບປະແລກປ່ຽນລະຫວ່າງພຸດທະສາສະໜາ ຫວຽດນາມ-ລາວ-ກໍາປູເຈຍ ຊຸກຍູ້ການພົວພັນຮ່ວມມື, ພົບປະແລກປ່ຽນລະຫວ່າງພຸດທະສາສະໜາ
ສະຫງວນບູລິມະສິດສູງສຸດໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ-ລາວ ຢ່າງສະເໝີຕົ້ນສະເໝີປາຍ ສະຫງວນບູລິມະສິດສູງສຸດໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ-ລາວ ຢ່າງສະເໝີຕົ້ນສະເໝີປາຍ

ພາຍຫຼັງຜັນຂະຫຍາຍ ການແຮກສ່ຽວລະຫວ່າງກຸ່ມເຂດຊຸມຊົນ ມາໄດ້ເກືອບ 20 ປີ, ຄວາມຮັກແພງຂອງປະຊາຊົນຢູ່ບ້ານຊາຍແດນແຫ່ງຕ່າງໆຂອງແຂວງກວາງຈິ ກັບແຂວງສະຫວັນນະເຂດ ແລະແຂວງສາລະວັນ (ປະເທດລາວ) ນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ. ປະຊາຊົນສອງປະເທດໄດ້ຈັດຕັ້ງການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈໍາ, ໜູນຊ່ວຍເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ ແລະປະກອບສ່ວນພ້ອມກັບທະຫານຊາຍແດນ ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

ເພີ່ມທະວີລັກສະນະນິຕິກໍາ

ປະຊາຊົນທີ່ດຳລົງຊີວິດຢູ່ເຂດຊາຍແດນແຂວງກວາງຈິ ກັບແຂວງສະຫວັນນະເຂດ ແລະສາລະວັນ (ປະເທດລາວ) ມີຈຸດຄ້າຍຄືກັນຫຼາຍຢ່າງ ທາງດ້ານວັດທະນະທຳ, ພາສາ ແລະ ຮີດຄອງປະເພນີທຳການຜະລິດ. ແຕ່ໃດໆມາ, ພໍ່ແມ່ປະຊາຊົນໃນໝູ່ບ້ານຕ່າງໆທີ່ຢູ່ສອງຟາກຊາຍແດນ ໄດ້ເຄົາລົບ ແລະຖືກັນເປັນອ້າຍນ້ອງບ້ານໃກ້ຄຽງທີ່ສະໜິດສະໜົມ. ການດຳລົງຊີວິດໃນແຕ່ລະວັນ, ເຂົາເຈົ້າໄດ້ຂ້າມຊາຍແດນໄປແລກປ່ຽນເຄື່ອງຂອງ, ສິນຄ້າ, ແບ່ງປັນຄວາມມ່ວນຊື່ນ ແລະໜູນຊ່ວຍເຊິ່ງກັນ ແລະ ກັນໃນຍາມປະສົບກັບໄພທຳມະຊາດ ແລະໃນຍາມມີຄວາມທຸກຍາກລຳບາກ.

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈແບບພິເສດລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ

ກອງບັນຊາການທະຫານຊາຍແດນແຂວງກວາງຈິ ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ເນື່ອງໃນໂອກາດສະຫຼຸບ 15 ປີແຫ່ງການແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ. ພາບ: bienphong.com.vn

ແຕ່ວ່າ, ດ້ວຍບົດບາດຂອງກໍາລັງປ້ອງກັນຊາຍແດນ, ທະຫານຊາຍແດນແຂວງກວາງຈິ ກໍ່ຮັບຮູ້ເຖິງຄວາມສ່ຽງທີ່ອາດຈະເກີດຂຶ້ນຈາກເລື່ອງປະຊາຊົນສອງປະເທດຫວຽດນາມ ແລະ ລາວ “ຂ້າມດ່ານ” ຜິດກົດໝາຍເປັນປະຈຳ. ໃນນັ້ນ, ສາມາດເວົ້າເຖິງເລື່ອງມີປະຊາຊົນຈໍານວນໜຶ່ງ ບໍ່ເຂົ້າໃຈກົດໝາຍຢ່າງຄົບຖ້ວນ, ຈຶ່ງບໍ່ໄດ້ຕັ້ງໃຈມີການກະທຳທີ່ສົ່ງຜົນກະທົບທີ່ບໍ່ດີເຖິງຄວາມຮັກແພງຂອງປະຊາຊົນສອງປະເທດ. ອາດຊະຍາກໍາປະເພດຕ່າງໆກໍ່ສວຍໂອກາດຂ້າມຊາຍແດນເພື່ອຂົນສົ່ງຢາເສບຕິດ ແລະ ສິນຄ້າຕ້ອງຫ້າມຂ້າມຊາຍແດນ...

ຍ້ອນເຫດນັ້ນ, ທະຫານຊາຍແດນແຂວງກວາງຈິ ຈິ່ງໄດ້ຄົ້ນຄວ້າ, ເປັນເສນາທິການໃຫ້ກອງບັນຊາການທະຫານຊາຍແດນ ແລະແຂວງກວາງຈິ ຈັດຕັ້ງການແຮກສ່ຽວລະຫວ່າງກຸ່ມຊຸມຊົນຢູ່ສອງຟາກຊາຍແດນ ເພື່ອແນໃສ່ເພີ່ມທະວີລັກສະນະດ້ານນິຕິກໍາ, ເພີ່ມພູນຄູນສ້າຄວາມຮັກແພງແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ລາວ. ກົດລະບຽບການແຮກສ່ຽວລະຫວ່າງບັນດາທ້ອງຖິ່ນຂອງແຂວງ ກວາງຈິ ກັບແຂວງສະຫວັນນະເຂດ ແລະສາລະວັນ ໄດ້ສ້າງຂຶ້ນ ແລະ ໄດ້ປັບປຸງໃຫ້ສົມບູນ ບົນພື້ນຖານການເຊີດຊູຄວາມສະໜິດຕິດພັນ ລະຫວ່າງປະຊາຊົນທີ່ຢູ່ສອງຟາກຊາຍແດນ. ໂດຍປະຕິບັດຕາມແຜນນະໂຍບາຍໃຫຍ່, ວັນທີ 28 ເມສາ 2005, ບ້ານກາຕັງ, ເທດສະບານລາວບາວ, ເມືອງເຮື໊ອງຮວ໊າ, ແຂວງກວາງຈິ ແລະບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດພິທີລົງນາມການແຮກສ່ຽວ.

ຫຼັງຈາກນັ້ນ, ອຳນາດການປົກຄອງທ້ອງຖິ່ນ ແລະກໍາລັງປ້ອງກັນຊາຍແດນຂອງສອງຝ່າຍ ໄດ້ໂຄສະນາເຜີຍແຜ່ ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈຢ່າງຈະແຈ້ງ ແລະປະຕິບັດຕາມເນື້ອໃນ ແລະຂໍ້ກໍານົດທີ່ບ້ານຕ່າງໆຮັບຮອງເອົາ. ຍ້ອນແນວນັ້ນ, ຄວາມຮັບຮູ້ດ້ານກົດໝາຍ, ອະທິປະໄຕຜືນແຜ່ນດິນຂອງປະຊາຊົນຢູ່ສອງຟາກຊາຍແດນ ຈຶ່ງມີການປ່ຽນແປງຢ່າງຕັ້ງໜ້າ. ມາຮອດປະຈຸບັນ, ແຂວງກວາງຈິ ກັບແຂວງສະຫວັນນະເຂດ ແລະສາລະວັນ ໄດ້ຈັດຕັ້ງການແຮກສ່ຽວລະຫວ່າງບ້ານທີ່ມີເສັ້ນຊາຍແດນຕິດຈອດກັນ ໄດ້ 27 ຄູ່ບ້ານ.

ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ

ການແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ ໄດ້ກາຍເປັນນະໂຍບາຍໃຫຍ່, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ. ຜ່ານນັ້ນ, ທະຫານຊາຍແດນ ແລະອໍານາດການປົກຄອງທ້ອງຖິ່ນຕ່າງໆຂອງແຕ່ລະປະເທດ ກໍ່ໄດ້ເສີມຂະຫຍາຍບົດບາດຂອງປະຊາຊົນໃນການເຂົ້າຮ່ວມສ້າງສາ, ປົກປັກຮັກສາຊາຍແດນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນບໍລິເວນ.

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈແບບພິເສດລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ

ຄ້າຍທະຫານຊາຍແດນບານາງ, ທະຫານຊາຍແດນແຂວງກວາງຈິ ມອບແນວພັນສັດລ້ຽງໃຫ້ແກ່ປະຊາຊົນບ້ານ ຊາເຈິ່ມ (ຕາແສງບານາງ, ເມືອງດັກຣົງ, ແຂວງກວາງຈິ) ແລະ ບ້ານອາຊອກ (ກຸ່ມບ້ານ III, ເມືອງສະໝ້ວຍ, ແຂວງສາລະວັນ). ພາບ: bienphong.com.vn

ໃນຊຸມປີຜ່ານມາ, ອໍານາດການປົກຄອງຂອງສອງຝ່າຍໄດ້ຈັດຕັ້ງການໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍໃຫ້ປະຊາຊົນຢູ່ສອງຟາກຊາຍແດນຢ່າງເປັນປະຈຳ. ປະຊາຊົນຢູ່ບ້ານທີ່ມີຊາຍແດນຕິດຈອດກັນລະຫວ່າງແຂວງກວາງຈິ, ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ໄດ້ສົມທົບກັນບູລະນະ, ສ້ອມແປງ, ປັກຫຼັກໝາຍຖີ່ຂຶ້ນ ແລະຮ່ວມກັນລາດຕະເວນ ເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ.

ພ້ອມກັນນັ້ນ, ບັນດາກົມກອງທະຫານຊາຍແດນສອງຝ່າຍ ກໍ່ຍັງໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະ ແລະແຂ່ງຂັນກິລາມິດຕະພາບ... ໃຫ້ແກ່ປະຊາຊົນທີ່ຢູ່ສອງຟາກຊາຍແດນນຳອີກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.