ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ

10:08 | 28/07/2024

ຍສໝ - ວັນ​ທີ 19 ກໍລະກົດ​, ຢູ່​ນະຄອນຫຼວງ ​ວຽງ​ຈັນ (ລາວ), ກອງ​ປະຊຸມ​ທົ່ວປະເທດ ​ຄັ້ງ​ທີ III ຂອງ​ສະມາຄົມ​ມິດຕະພາບ ​ລາວ - ຫວຽດນາມ ​ໄດ້​ໄຂ​ຂຶ້ນ. ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ໂດຍ​ທ່ານ ຫງວຽນ​ດັກ​ວິງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກຳມາທິການ​ວັດທະນະທຳ ​ແລະ ການ​ສຶກສາ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ນຳໜ້າຄະນະເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານ ເຈີ່ນເຟຶອກເຊີນ ​ໄດ້​ຮັບ​ຫຼຽນໄຊອິດສະຫຼະ ​ຊັ້ນ III ຂອງ​ລາວ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ

ກອງ​ປະຊຸມ​ໄດ້​ປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ກ່ຽວກັບ​ບັນດາ​ໜ້າ​ທີ່​ຈຸດສຸມຂອງ​ສະມາຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, ສູນ​ກາງສະມາຄົມ​ມິດຕະພາບ​ ລາວ - ຫວຽດນາມ ຈະ​ສືບ​ຕໍ່​ສົມທົບ​ກັບ​ສູນ​ກາງສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ໃນ​ການ​ປະຕິບັດ​ວຽກ​ງານ​ການ​ທູດ​ປະຊາຊົນ ໄປຄຽງຄູ່ກັບ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຜ່ານ​ບັນດາ​ຊ່ອງ​ທາງ​ຂອງ​ພັກ ​ແລະ ລັດ. ພ້ອມ​ກັນ​ນັ້ນ, ກໍ່ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສູນ​ກາງສະມາຄົມ​ມິດຕະພາບ​ ​ຫວຽດນາມ - ລາວ ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງບັນດາ​ວັນ​ບຸນ​ທີ່ສຳຄັນ​ຂອງ​ສອງ​ປະ​ເທດ, ​ເຊັ່ນ: ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ລາວ - ຫວຽດນາມ ​ແລະ 50 ປີ​ແຫ່ງ​ວັນ​ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ.

ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ

ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ກັບ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ກໍ່ຈະສືບຕໍ່ໂຄສະນາເຜີຍແຜ່, ສຶກສາໃຫ້ປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງກ່ຽວກັບສາຍພົວພັນແບບພິເສດທີ່ຫາຍາກໃນປະຫວັດສາດການພົວພັນສາກົນລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ. ໂດຍຜ່ານນັ້ນ, ລຸ້ນໜຸ່ມກໍ່ຈະສືບຕໍ່ມູນເຊື້ອທີ່ເປັນປະຫວັດສາດ, ອະນຸລັກຮັກສາ, ເສີມສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ນຳມາເຊິ່ງຜົນປະໂຫຍດຕົວຈິງກວ່າໃຫ້ແກ່ປະຊາຊົນ​ສອງ​ປະ​ເທດ.

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ດັກ​ວິງ ໄດ້ຊົມ​ເຊີຍ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ​ແລະ ບັນດາ​ໝາກຜົນ​ທີ່​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ກັນ​ນັ້ນ, ກໍ່ສະແດງຄວາມ​ຂອບ​ໃຈ​ຕໍ່ການ​ສະໜັບສະໜູນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຂອງ​ສະມາຄົມ​ມິດຕະພາບ​ ລາວ - ຫວຽດນາມ ​ສຳລັບບັນດາການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ.

ທ່ານ​ໃຫ້ຮູ້​ວ່າ: ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ປະທານ ​ໂຮ່ຈີ​ມິນ, ປະທານ​ ​ໄກສອນ ພົມວິຫານ, ປະທານ ສຸພາ​ນຸວົງ ​ແລະ ​ໄດ້​ຮັບ​ການ​ເສີມສ້າງຈາກ​ບັນດາ​ການ​ນຳ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ; ​ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ອັນ​ໜັກໜ່ວງ​ຫຼາຍ​ຢ່າງ, ພັດທະນາ​ຮອບດ້ານຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ເລິກເຊິ່ງກວ້າງຂວາງ, ກາຍ​ເປັນ​ຊັບ​ສິນ​ລວມອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ​ໃນ​ໄລຍະ​ແຫ່ງ​ການ​ພັດທະນາ​ໃໝ່, ການ​ພົວພັນ​ມິດຕະພາບອັນຍິ່ງໃຫຍ່​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ຫວຽດນາມ - ລາວ ນັບ​ມື້​ນັບ​ມີ​ຄວາມ​ໝາຍ ​ແລະ ສຳຄັນ​ກວ່າອີກ.

ຕໍ່ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ສອງ​ພັກ ​ແລະ ລັດ, ທ່ານ ຫງວຽນ​ດັກ​ວິງ ປາດ​ຖະໜາ​ວ່າ 2 ສະມາຄົມ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ, ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນຍິ່ງ​ໃຫຍ່; ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ການ​ພັດທະນາ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຄວາມສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ເນື່ອງ​ໃນ​ໂອກາດ​ນີ້, ສູນກາງສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແລະ ລາວ - ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ ​ເພື່ອ​ແລກປ່ຽນກ່ຽວກັບບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ກີດຂວາງ​ທີ່​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ປະສົບ​ກັບໃນ​ຂະບວນ​ການ​ຮ່ວມ​ມື​ລົງທຶນ​ຢູ່​ແຕ່ລະ​ປະ​ເທດ. ຈາກນັ້ນ, ກໍ່​ຈະເປັນ​ພື້ນຖານ​ເພື່ອ​ໃຫ້​ສອງ​ສະມາຄົມ​ເປັນເສນາທິການການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ, ສ້າງ​ເງື່ອນ​ໄຂ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ເຂົ້າໃນ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ແຕ່ລະ​ປະ​ເທດ.

ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ

ທ່ານ​ປະທານສູນກາງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ຫງວຽນ​ດັກ​ວິງ ​ໄດ້​ມອບ​ຫຼຽນ​ໄຊ​ມິດຕະພາບ​ແຫ່ງ​ລັດ ຫວຽດນາມ ​ໃຫ້​ບັນດາ​ສະມາຊິກຂອງສູນ​ກາງ​ສະມາຄົມ​ມິດຕະພາບ​ ລາວ - ຫວຽດນາມ.

​ໃນ​ວັນ​ດຽວ​ກັນ, ​ໂດຍໄດ້​ຮັບ​ການມອບສິດ​ຈາກ​ການ​ນຳ​ພັກ ​ແລະ ລັດ ຫວຽດນາມ, ທ່ານປະທານ​ສູນກາງສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ຫງວຽນ​ດັກ​ວິງ ​ໄດ້​ປະດັບ​ຫຼຽນ​ໄຊ​ມິດຕະພາບ​ແຫ່ງ​ລັດ ຫວຽດນາມ ​ໃຫ້ 11 ສະຫາຍທີ່​ເປັນ​ສະມາຊິກ​ຂອງສູນກາງສະມາຄົມ​ມິດຕະພາບ ລາວ - ຫວຽດນາມ. ນີ້​ແມ່ນ​ການຍ້ອງຍໍຊົມເຊີຍເພື່ອ​ແນໃສ່ຮັບ​ຮູ້​ການ​ປະກອບສ່ວນ​ຢ່າງຕັ້ງໜ້າຂອງ​ບັນດາ​ບຸກຄົນ​ໃນ​ວຽກງານການ​ທູດ​ປະຊາຊົນລະຫວ່າງ​ ຫວຽດນາມ - ລາວ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃນ​ໄລຍະ​ທີ່ຜ່ານ​ມາ​.

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1

ຍສໝ - ວັນທີ 5 ທັນວາ, ໂດຍໄດ້ຮັບການມອບສິດຈາກກະຊວງປ້ອງກັນປະເທດ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ນຳໂດຍທ່ານພົນຈັດຕະວາ ຮວ່າງຮື໊ວຈ໊ຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ ໄດ້ເຂົ້າຮ່ວມພິທີມອບ-ຮັບຄ້າຍທະຫານຊາຍແດນໃຫ້ກອງຮ້ອຍທະຫານຊາຍແດນ 541, ກອງບັນຊາການທະຫານແຂວງ ອັດຕະປື (ລາວ)...

ກອງປະຊຸມປຶກສາຫາລືລະດັບລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10 ກອງປະຊຸມປຶກສາຫາລືລະດັບລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10

ຍສໝ - ປະຕິບັດ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້ມາຢ້ຽມຢາມ ຫວຽດນາມ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ທູດ ຫວຽດນາມ - ລາວ ​ຄັ້ງ​ທີ 10 ​ແຕ່​ວັນ​ທີ 21 - ວັນທີ 23 ພະຈິກ 2023.

ມິງດຶກ

ເຫດການ
302 Found

Found

The document has moved here.