ຍສໝ - ງານວາງສະແດງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2023 ມີການເຂົ້າຮ່ວມຂອງກ່ວາ 500 ບໍລິສັດຜະລິດອຸດສາຫະກຳປ້ອງກັນຊາດແຖວໜ້າໃນພາກພື້ນ ແລະໃນໂລກ; ໄດ້ຕ້ອນຮັບ 400 ຄະນະຜູ້ແທນທາງການ ລວມມີການນຳກະຊວງປ້ອງກັນປະເທດ, ກອງທັບ ແລະບໍລິສັດການຄ້າ ທີ່ມາຈາກ 50 ກວ່າປະເທດໃນພາກພື້ນ ແລະໃນໂລກ. Triển lãm Quốc phòng và An ninh 2023 có sự tham gia của hơn 500 công ty sản xuất công nghiệp quốc phòng hàng đầu khu vực và thế giới; đón 400 đoàn chính thức bao gồm lãnh đạo Bộ Quốc phòng, quân đội và các công ty thương mại từ hơn 50 nước trong khu vực và trên thế giới.
ຍສໝ - ກອງບັນຊາການທະຫານຊາຍແດນແຂວງກອນຕູມ ກໍ່ໄດ້ສົມທົບກັນສ້າງຮ່າງເນື້ອໃນລາຍການພົບປະແລກປ່ຽນ; ສົມທົບກັບຄະນະສຳຫຼວດຂອງທະຫານເຂດ 5 ສຳຫຼວດບັນດາສະຖານທີ່ຈັດກໍາລັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ກຽມພ້ອມສູ້ຮົບເພື່ອຮັບໃຊ້ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ...
ຍສໝ - ທ່ານພົນຈັດຕະວາ ເລງອກຫາຍ ເນັ້ນໜັກເຖິງບົດບາດ, ຄວາມສຳຄັນຂອງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1 ໃນປີ 2023 ໃນການຊຸກຍູ້ການຮ່ວມມືລະຫວ່າງກອງທັບ ກໍ່ຄືກຳລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນຢູ່ເຂດຕິດກັບຊາຍແດນຮ່ວມລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ ແລະການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ການເຄື່ອນໄຫວພົບປະແລກປ່ຽນຄັ້ງນີ້.
ຍສໝ - ກະຊວງຕຳຫຼວດຫວຽດນາມ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫາຍ ໄພວັນ ສິດທິຈັນ ກໍ່ຄືອົງການຜູ້ຕາງໜ້າກະຊວງ ປກສ ລາວ ປະຈຳ ຫວຽດນາມ ໃນການຜັນຂະຫຍາຍການເຄື່ອນໄຫວຮ່ວມມືລະຫວ່າງສອງກະຊວງຢ່າງມີປະສິດທິຜົນ, ຜ່ານນັ້ນ ກໍ່ປະກອບສ່ວນປັບປຸງສາຍພົວພັນຮ່ວມມືລະຫວ່າງກຳລັງຕຳຫຼວດສອງປະເທດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະແທດຈິງ...
ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ ແລະສະພາບການເຄື່ອນໄຫວຂອງອາດຊະຍາກຳປະເພດຕ່າງໆ.
ຍສໝ - ໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດຍາມໃດກໍ່ຖືເປັນໜຶ່ງໃນບັນດາເສົາຄ້ຳ, ເປັນແບບຢ່າງເພື່ອຊຸກຍູ້ການຮ່ວມມືໃນຂົງເຂດອື່ນໆ.
ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຊື່ອໝັ້ນວ່າ ກະຊວງປ້ອງກັນປະເທດລາວ ໃນຖານະເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ໃນປີ 2024 ຈະສືບຕໍ່ປະກອບສ່ວນຮັກສາທ່າພັດທະນາຂອງການຮ່ວມມືດ້ານປ້ອງກັນຊາດ ອາຊຽນ.
ຍສໝ - ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນ ກອນຕູມ, ຄະນະຜູ້ແທນກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ໂດຍສະຫາຍພັນເອກ ເລກວກຫວຽດ, ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເປັນຫົວໜ້າຄະນະພົບປະເຈລະຈາກັບຄະນະຜູ້ແທນກອງບັນຊາການທະຫານແຂວງ ອັດຕະປື (ສປປ ລາວ) ໂດຍສະຫາຍ ພັນເອກ ບຸນຈັນ ສີຫາວົງ, ຫົວໜ້າກອງບັນຊາການກອງບັນຊາການທະຫານແຂວງ ແລະ ຄະນະຜູ້ແທນເຂດການທະຫານແຂວງ Rattanakiri (ລາຊະອານາຈັກກໍາປູເຈຍ) ໂດຍສະຫາຍ ພັນໂທ ອຸກ ໂສດທິ - ຮອງຜູ້ບັນຊາການ ເປັນຫົວໜ້າຄະນະ.
ຍສໝ - ຂໍ້ມູນຂ່າວສານກ່ຽວກັບກຸ່ມບໍລິສັດ Viettel ເຂົ້າຮ່ວມງານວາງສະແດງດ້ານປ້ອງກັນຊາດສາກົນ (MSPO) ຄັ້ງທີ 31 ຢູ່ Kielce (ໂປແລນ) ເປັນຄັ້ງທຳອິດ ແລະ ການລົງນາມໃນສັນຍາຄູ່ຮ່ວມມືຍຸດທະສາດກັບກຸ່ມບໍລິສັດປ້ອງກັນຊາດ ໂປໂລຍ WB Group ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນ.
ຍສໝ - ໃນວັນທີ 2 ຕຸລາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ວົງປີເຊນ ຜູ້ບັນຊາການທະຫານ ສູງສຸດກອງທັບ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 1-4 ຕຸລານີ້.
ວັນທີ 26 ກັນຍາ, ກະຊວງປ້ອງກັນປະເທດລາວ ໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ 1 ໃຫ້ແກ່ ສະຫາຍ ພົນຈັດຕະວາ ຮວ່າງເທ້ທ້ຽນ ທີ່ໄດ້ມີຜົນງານປະກອບສ່ວນເຂົ້າໃນການປະຕິວັດລາວ, ປະກອບສ່ວນເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງ ກອງທັບສອງປະເທດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ໃນການຕໍ່ສູ້ຕ້ານສັດຕູຕົວດຽວກັນ.
ຍສໝ - ຕອນບ່າຍວັນທີ 26 ກັນຍາ, ທ່ານປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ວັນທີ 15 ກັນຍາ, ຄະນະເສດຖະກິດ-ປ້ອງກັນຊາດ 92 (ກອງ 92), ທະຫານເຂດ 4 ໄດ້ຈັດຕັ້ງການໜູນຊ່ວຍງົວ - ຄວາຍ ແນວພັນ ໃຫ້ແກ່ປະຊາຊົນເຂດຊາຍແດນຢູ່ເຫ້ວ. ນີ້ບໍ່ພຽງແຕ່ເປັນຊັບສົມບັດອັນໃຫຍ່ຫຼວງ ແລະ ລ້ຳຄ່າຂອງປະຊາຊົນເທົ່ານັ້ນ, ຫາກຍັງເປັນພາຫະນະມນການຫາລ້ຽງຊີບ ແລະ ແຫຼ່ງທຶນໃຫ້ແກ່ຄອບຄົວພັດທະນາເສດຖະກິດອີກດ້ວຍ.
ຍສໝ- ວັນທີ 07 ມິຖຸນາ, ກອງປະຊຸມຜູ້ບັນຊາການທະຫານສູງສຸດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ 20 (ACDFM-20) ໄດ້ໄຂຂື້ນຢູ່ ບາຫຼີ ປະເທດອິນໂດເນເຊຍ.
ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຊົມເຊິຍທ່ານພັນເອກ Jaroslaw Bondalski ທີ່ຮັບໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດໂປໂລຍ ປະຈໍາ ຫວຽດນາມ...
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີເປີດຊຸດຝຶກອົບຮົມນາຍທະຫານຕິດຕາມໄປນໍາ, ຕິດຕໍ່ສື່ສານ ແລະນາຍແປພາສາ ເພື່ອຮັບໃຊ້ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2022.
ຍສໝ - ສະຫາຍພົນຈັດຕະວາ ຕະກວາງຈວຽນ, ຫົວໜ້າບັນນາທິການວາລະສານທ່ົວປວງຊົນປ້ອງກັນຊາດ ໃຫ້ຮູ້ວ່າ ໃນໄລຍະເກືອບ 1 ເດືອນ, ເຖິງວ່າເງື່ອນໄຂຍັງປະສົບກັບຄວາມຫຍຸ້ງຍາກ ຫຼາຍຢ່າງກໍ່ຕາມ, ແຕ່ຊຸດຝຶກອົບຮົມ ໄດ້ປະຕິບັດຖືກຕາມແຜນການ, ເນື້ອໃນໂຄງການທີ່ໄດ້ວາງອອກ ແລະບັນລຸໝາກຜົນທີ່ດີ.
ຍສໝ - ນັ້ນແມ່ນການພິນິດໄສສຳຄັນຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໃນການຕອບສໍາພາດນັກຂ່າວຂອງວາລະສານ ຍຸກສະໄໝ ກ່ຽວກັບການພົວພັນມິດຕະພາບລະຫວ່າງສອງປະເທດໃນອະນາຄົດ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານພົນຈັດຕະວາ ຫວູແທ່ງວັນ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ David Lewis, ຮັກສາການຫົວໜ້າກົມນະໂຍບາຍສາກົນ, ກະຊວງປ້ອງກັນປະເທດອົດສະຕາລີ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 16.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຊັນຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ວ່າດ້ວຍການຮ່ວມມື ດ້ານປ້ອງກັນຊາດ.