ຫວຽດນາມ-ມາເລເຊຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

00:00 | 05/12/2023

ຫວຽດນາມ-ມາເລເຊຍ ເພີ່ມທະວີການຮ່ວມມທດ້ານປ້ອງກັນຊາດ

ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ
ບັນດາວິສາຫະກິດ ມາເລເຊຍ ແລະ ຫວຽດນາມ ມີຊ່ອງທາງເພື່ອເຊື່ອມຕໍ່ໂອກາດການຮ່ວມມື, ລົງທຶນຕື່ມອີກ ບັນດາວິສາຫະກິດ ມາເລເຊຍ ແລະ ຫວຽດນາມ ມີຊ່ອງທາງເພື່ອເຊື່ອມຕໍ່ໂອກາດການຮ່ວມມື, ລົງທຶນຕື່ມອີກ

ຕອນເຊົ້າວັນທີ 4 ທັນວາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ແລະພົບປະເຈລະຈາກັບທ່ານ Dato’ Seri Utama Haji Mohamad Bin Haji Hasan ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ທີ່ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດມາເລເຊຍ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 3 ຫາວັນທີ 5 ທັນວາ.

ຫວຽດນາມ-ມາເລເຊຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ. ພາບ: qdnd.vn

ພ້ອມກັນເຂົ້າຮ່ວມມີທ່ານພົນໂທ ຟຸ່ງສິເຕິ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.

ຫວຽດນາມ-ມາເລເຊຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີ ຟານວັນຢາງ ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ມາເລເຊຍ ມີຄວາມໝາຍສໍາຄັນ, ບໍ່ພຽງແຕ່ປະກອບສ່ວນຢ່າງແທດຈິງເຂົ້າໃນການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງສ້າງກໍາລັງໜູນໃໝ່, ເພື່ອນໍາການພົວພັນດ້ານປ້ອງກັນຊາດສອງປະເທດໃຫ້ສືບຕໍ່ພັດທະນາຫຼາຍກວ່າອີກດ້ວຍ.

ຫວຽດນາມ-ມາເລເຊຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ແລະມາເລເຊຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບວັດທະນະທໍາ, ປະຫວັດສາດ; ລ້ວນແຕ່ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງອາຊຽນ, ພ້ອມກັນແບ່ງປັນ ແລະສະໜັບສະໜູນໃນຫຼາຍບັນຫາສາກົນທີ່ສໍາຄັນ. ສອງປະເທດພວມຕັ້ງໜ້າຜັນຂະຫຍາຍໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະ 2021-2025 ໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ທີ່ການພົບປະ, ສອງຝ່າຍຕີລາຄາວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ມາເລເຊຍ ນັບມື້ນັບສວມບົດບາດສໍາຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ການນໍາສອງປະເທດໄດ້ເອົາໃຈໃສ່, ຊຸກຍູ້, ສອດຄ່ອງກັບບັນດາເອກະສານຮ່ວມມືດ້ານປ້ອງກັນຊາດ ເຊິ່ງສອງຝ່າຍໄດ້ລົງນາມ. ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາບັນລຸໝາກຜົນຕັ້ງໜ້າ, ພົ້ນເດັ່ນໃນບາງຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ, ບຳລຸງສ້າງ, ໃຫ້ຄໍາປຶກສາ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສຄວາມໝັ້ນຄົງພາກພື້ນ ແລະສາກົນ, ຈັດສົ່ງຄະນະເຂົ້າຮ່ວມບັນດາເຫດການ ໂດຍແຕ່ລະປະເທດເປັນເຈົ້າພາບ.

ສອງລັດຖະມົນຕີ ເຫັນດີຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງຝ່າຍແມ່ນຍັງຫຼາຍຢູ່; ສະເໜີສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນບົດບັນທຶກຊ່ວຍຈໍາລະຫວ່າງລັດຖະບານສອງປະເທດ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ທີ່ໄດ້ລົງນາມພາຍຫຼັງການພົບປະເຈລະຈາ.

ຫວຽດນາມ-ມາເລເຊຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Dato’ Seri Utama Haji Mohamad Bin Haji Hasan ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງລັດຖະບານ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ພາບ: qdnd.vn

ບົດ​ບັນທຶກ​ຊ່ວຍ​ຈຳກໍານົດທິດການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ​ເພີ່ມ​ທະວີ​ການ​ພົບປະ, ​ແລກປ່ຽນ​ຄະນະ​ຜູ້​ແທນ, ສ້າງ​ຕັ້ງ​ກົນ​ໄກ​ປຶກສາ​ຫາລື-ສົນທະນາໂດຍໄວ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ ​ແລະ ມີຄວາມ​ຕ້ອງການ​ຄື: ການບໍາລຸງສ້າງ, ອຸດສາຫະກຳດ້ານ​ປ້ອງ​ກັນ​ຊາດ, ພະລາທິການ, ການ​ແພດ​ທະຫານ, ກູ້​ຊີບ, ກູ້​ໄພ...; ປຶກສາ​ຫາລື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຄວາມ​ໝັ້ນຄົງ​ພາກ​ພື້ນ ​ແລະ ສາກົນຢ່າງຕັ້ງໜ້າ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ຢັ້ງຢືນວ່າ ນັບແຕ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2015 ແລະເຊັນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃນປີ 2008, ການພົວພັນດ້ານປ້ອງກັນຊາດຂອງສອງປະເທດ ໄດ້ມີຫຼາຍບາດກ້າວພໍສົມຄວນ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດສອງປະເທດ ໄດ້ມີຂີດໝາຍໃໝ່ດ້ວຍການລົງນາມບົດບັນທຶກຊ່ວຍຈໍາລະຫວ່າງສອງລັດຖະບານ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້; ຢັ້ງຢືນວ່າ ນີ້ແມ່ນໂອກາດເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດ ພ້ອມກັນຕີລາຄາຄວາມມານະພະຍາຍາມຮ່ວມມືໃນໄລຍະຜ່ານມາ; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະບັນລຸໄດ້ມາດຕະການລະອຽດເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ພາຍຫຼັງສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Dato’ Seri Utama Haji Mohamad Bin Haji Hasan ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ໄດ້ເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງລັດຖະບານ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.