ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

21:53 | 27/10/2023

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຫ່ວງໃຍຊີວິດການເປັນຢູ່ຂອງປະຊາຊົນຢູ່ທະເລ, ໝູ່ເກາະ ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຫ່ວງໃຍຊີວິດການເປັນຢູ່ຂອງປະຊາຊົນຢູ່ທະເລ, ໝູ່ເກາະ
ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ

ຕອນບ່າຍວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ, ສະຫາຍພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງສະຫາຍ ໄພວັນ ສິດທິຈັນ ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ (ປກສ) ລາວ ປະຈໍາ ຫວຽດນາມ ແລະສະຫາຍ ສັກດາ ໄຊຍະສົງຄາມ ຮອງຫົວໜ້າອົງການຜູ້ຕາງໜ້າ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ບັນຍາກາດທີ່ການຕ້ອນຮັບ. ພາບ: ກະຊວງຕໍາຫຼວດຫວຽດນາມ

ໂດຍຊົມເຊີຍສະຫາຍ ໄພວັນ ສິດທິຈັນ ແລະສະຫາຍ ສັກດາ ໄຊຍະສົງຄາມ ທີ່ປະຕິບັດສຳເລັດໜ້າທີ່ການທູດຢູ່ຫວຽດນາມ, ສະຫາຍພົນເອກ ໂຕເລິມ ເນັ້ນໜັກວ່າ ໜ້າທີ່ຂອງອົງການຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ແລະກະຊວງ ປກສ ລາວ ມີບົດບາດສຳຄັນທີ່ສຸດ, ເປັນຂົວເຊື່ອມຕໍ່ລະຫວ່າງສອງກະຊວງໃນການສົ່ງຂໍ້ມູນຂ່າວສານ, ສົມທົບລະຫວ່າງກໍາລັງວິຊາການ ແລະເປັນເສນາທິການໃຫ້ການນຳຂອງສອງກະຊວງໃນການຊຸກຍູ້, ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືເພື່ອຮັບປະກັນການຕິດແທດກັບຄວາມຮຽກຮ້ອງຕ້ອງການຕົວຈິງຢ່າງທັນການ.

ກະຊວງຕຳຫຼວດຫວຽດນາມ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫາຍ ໄພວັນ ສິດທິຈັນ ກໍ່ຄືອົງການຜູ້ຕາງໜ້າກະຊວງ ປກສ ລາວ ປະຈຳ ຫວຽດນາມ ໃນການຜັນຂະຫຍາຍການເຄື່ອນໄຫວຮ່ວມມືລະຫວ່າງສອງກະຊວງຢ່າງມີປະສິດທິຜົນ, ຜ່ານນັ້ນ ກໍ່ປະກອບສ່ວນປັບປຸງສາຍພົວພັນຮ່ວມມືລະຫວ່າງກຳລັງຕຳຫຼວດສອງປະເທດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະແທດຈິງ...

ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄວາມຮັກແພງອັນດີງາມຂອງກະຊວງຕຳຫຼວດຫວຽດນາມ ແລະສະຫາຍພົນເອກ ໂຕເລິມ ທີ່ສະຫງວນໃຫ້ອົງການຜູ້ຕາງໜ້າກະຊວງ ປກສ ລາວ, ສະຫາຍ ໄພວັນ ສິດທິຈັນ ຢັ້ງຢືນວ່າ ພາຍຫຼັງສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ, ເຖິງວ່າຈະຢູ່ໃນຖານະຕໍາແໜ່ງໃດກໍ່ຕາມ ກໍ່ຈະສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ເວົ້າລວມ, ລະຫວ່າງກໍາລັງຕຳຫຼວດຫວຽດນາມ ແລະກຳລັງ ປກສ ລາວ ເວົ້າສະເພາະ.

ບູນມີ

ເຫດການ
302 Found

Found

The document has moved here.