ພົນໂທ ຟຸ່ງສີເຕິ໊ນ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2023

12:13 | 07/11/2023

ພົນໂທ ຟຸ່ງສີເຕິ໊ນ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2023

ສ້າງເຂດປ້ອງກັນກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢ່າງໜັກແໜ້ນ ແລະ ປ້ອງກັນການຮ່ວມມື, ພັດທະນາເສດຖະກິດ ສ້າງເຂດປ້ອງກັນກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢ່າງໜັກແໜ້ນ ແລະ ປ້ອງກັນການຮ່ວມມື, ພັດທະນາເສດຖະກິດ
ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ໂດຍຕອບຮັບຄໍາເຊີນຂອງກະຊວງປ້ອງກັນປະເທດໄທ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມງານວາງສະແດງກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2023 ຢູ່ໄທ ແຕ່ວັນທີ 6 ຫາວັນທີ 9 ພະຈິກ.ງານວາງສະແດງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2023 ມີການເຂົ້າຮ່ວມຂອງກ່ວາ 500 ບໍລິສັດຜະລິດອຸດສາຫະກຳປ້ອງກັນຊາດແຖວໜ້າໃນພາກພື້ນ ແລະໃນໂລກ; ໄດ້ຕ້ອນຮັບ 400 ຄະນະຜູ້ແທນທາງການ ລວມມີການນຳກະຊວງປ້ອງກັນປະເທດ, ກອງທັບ ແລະບໍລິສັດການຄ້າ ທີ່ມາຈາກ 50 ກວ່າປະເທດໃນພາກພື້ນ ແລະໃນໂລກ. ງານວາງສະແດງໄດ້ວາງສະແດງອຸປະກອນ ແລະອາວຸດຍຸດໂທປະກອນຂອງ 3 ກໍາລັງ: ທະຫານເຮືອ, ທະຫານບົກ, ທະຫານອາກາດ, ເຊິ່ງໄດ້ຈັດເປັນບັນດາຮ້ານວາງສະແດງຜະລິດຕະພັນ, ຄື: ປືນ, ລູກສອນໄຟ, ລົດຕັງ, UAV, ດາວທຽມ ແລະການໂທລະຄົມມະນາຄົມ, ເຕັກໂນໂລຢີປ້ອງກັນທາງເອເລັກໂຕນິກ, ຄວາມປອດໄພດ້ານໄຊເບີ, ກູ້ໄພ...

ພົນໂທ ຟຸ່ງສີເຕິ໊ນ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2023

ຄະນະຜູ້ແທນຫວຽດນາມ ແລະໄທ ທີ່ງານວາງສະແດງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2023. ພາບ: ທູເຮືອງ

ໃນຂອບເຂດງານວາງສະແດງ, ທ່ານພົນໂທ ຟຸ່ງສີເຕິ໊ນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນເອກ Songwit Noonpakde, ຜູ້ບັນຊາການກຳລັງປ້ອງກັນຊາດໄທ. ທີ່ການຕ້ອນຮັບ, ທ່ານພົນເອກ Songwit Noonpakde ໃຫ້ຮູ້ວ່າ: ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ສອງຝ່າຍຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງສອງກອງທັບໃນໄລຍະຜ່ານມາ ແລະ ເປັນເອກະພາບສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກໍ່ຄືຮັກສາບັນດາກົນໄກປຶກສາຫາລື, ສົນທະນາທີ່ມີຢູ່ແລ້ວໃນໄລຍະຈະມາເຖິງ. ທ່ານພົນໂທ ຟຸ່ງສີເຕິ໊ນ ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດ, ກອງທັບໄທ, ຄະນະຈັດຕັ້ງງານວາງສະແດງ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງສົມກຽດ ແລະເຊື້ອເຊີນການນໍາກະຊວງປ້ອງກັນປະເທດ ແລະກອງທັບໄທ ກໍ່ຄືບັນດາວິສາຫະກິດການປ້ອງກັນຊາດຂອງໄທ ມາເຂົ້າຮ່ວມ ແລະວາງສະແດງບັນດາຜະລິດຕະພັນ ທີ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2 ໂດຍກະຊວງປ້ອງກັນປະເທດຫວຽດນາມ ຈະຈັດຕັ້ງໃນເດືອນທັນວາ 2024.

ທີ່ການພົບປະເຮັດວຽກຢູ່ນອກເຫດການກັບທ່ານ Daniel Blazkovec ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຊັກໂກ, ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະກອງທັບສອງປະເທດ; ເຫັນດີເປັນເອກະພາບຕີລາຄາວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື, ພິເສດແມ່ນໃນຂົງເຂດອຸດສາຫະກຳປ້ອງກັນຊາດ ແລະການຄ້າການທະຫານ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດເຊັກໂກ ໄດ້ສະແດງຄວາມປະທັບໃຈຕໍ່ງານວາງສະແດງການປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 1 ປີ 2022 ແລະ ໄດ້ຕອບຮັບຄຳເຊີນມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.