ແຂ່ງຂັນປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ

12:05 | 15/11/2023

ຂະບວນການແຂ່ງຂັນປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ໃຫ້ປະສົບຜົນສໍາເລັດ

ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປຶກສາຫາລື ແລະ ກໍ່ສ້າງສັນຍາດິຈິຕອນທົ່ວໂລກ ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປຶກສາຫາລື ແລະ ກໍ່ສ້າງສັນຍາດິຈິຕອນທົ່ວໂລກ
ປະຊາຊົນທຸກຍາກນັບລ້ານຄົນ ໄດ້ຮັບການໜູນຊ່ວຍຈາກຂະບວນການ “ເຕັດເພື່ອຜູ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ປະຊາຊົນທຸກຍາກນັບລ້ານຄົນ ໄດ້ຮັບການໜູນຊ່ວຍຈາກຂະບວນການ “ເຕັດເພື່ອຜູ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”

ວັນທີ 14 ພະຈິກ, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກອນຕູມ ໄດ້ຈັດຕັ້ງພິທີປຸກລະດົມການແຂ່ງຂັນ “ສາມັກຄີ, ຮ່ວມແຮງຮ່ວມໃຈ, ສ້າງຜົນງານລວມໝູ່, ປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1 ປີ 2023 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ”.

ດ້ວຍຫົວຂໍ້ວ່າ “30 ວັນຄືນແຫ່ງຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ສ້າງຜົນງານລວມໝູ່, ປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1 ປີ 2023 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ”, ການແຂ່ງຂັນຄັ້ງນີ້ ສຸມໃສ່ສຶກສາໃຫ້ 100% ພະນັກງານ, ນັກຮົບມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຈຸດປະສົງ, ຄວາມໝາຍ, ຄວາມສຳຄັນຂອງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຄັ້ງທຳອິດ.

ແຂ່ງຂັນປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ

ບັນດາອົງການ, ກົມກອງຈົດທະບຽນເຂົ້າຮ່ວມການແຂ່ງຂັນ. ພາບ: qdnd.vn

ໂດຍຜັນຂະຫຍາຍການປະຕິບັດວຽກງານກະກຽມທຸກດ້ານໃຫ້ເປັນຢ່າງດີ ເພື່ອຮັບໃຊ້ການແລກປ່ຽນດ້ວຍທິດນຳ “ຄົບຊຸດ, ລອບຄອບຖີ່ຖວ້ນ, ຮອບດ້ານ, ຄົບຖ້ວນ”; ໃກ້ຊິດຕິດແທດ, ລະດົມກໍາລັງໃຈພະນັກງານ, ນັກຮົບຜ່ານຜ່າຄວາມຫຍຸ້ງຍາກຢ່າງເປັນປະຈຳ ເພື່ອຮັບປະກັນການປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນປະສົບຜົນສໍາເລັດຢ່າງຈົບງາມ.

ປະສານສົມທົບກັນ, ຮ່ວມແຮງຮ່ວມໃຈກັນຢ່າງແໜ້ນແຟ້ນກັບບັນດາກຳລັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ການເຄື່ອນໄຫວພົບປະແລກປ່ຽນ; ເອົາໃຈໃສ່ເຖິງການຮັບປະກັນຊີວິດທາງດ້ານວັດຖຸ, ຈິດໃຈ ແລະ ສຸຂະພາບຂອງພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່; ຈັດຕັ້ງປະຕິບັດວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນຂອງບັນດາອົງການ, ກົມກອງຢ່າງແໜ້ນແຟ້ນ, ຮອບດ້ານ, ໂດຍສະເພາະແມ່ນລະບົບເອກະສານ, ວຽກງານຮັບປະກັນ, ອຸປະກອນເຕັກນິກ, ກໍາລັງເຂົ້າຮ່ວມຮັບໃຊ້ດ້ວຍຄວາມຕັ້ງໃຈສູງສຸດ, ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສໍາເລັດຢ່າງຈົບງາມ...

ສົມເພັດ

ເຫດການ
302 Found

Found

The document has moved here.