ຫວຽດນາມ-ກູບາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

01:30 | 25/10/2023

ຫວຽດນາມ-ກູບາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ
ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນ ຢູ່ ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນ ຢູ່ ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ

ໃນຕະຫຼອດ 60 ປີຜ່ານມານັບແຕ່ວັນສ້າງຕັ້ງການພົວພັນທາງການທູດ (ວັນທີ 2 ທັນວາ 1960), ເຖິງວ່າສະພາບການໂລກມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນສາມັກຄີແບບພິເສດ ຫວຽດນາມ - ກູບາ ໂດຍປະທານໂຮ່ຈີມິນ ແລະການນຳ Fidel Castro ເປັນຜູ້ສ້າງຕັ້ງ, ເຊິ່ງການນຳລຸ້ນຕ່າງໆ ແລະປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ນັບມື້ນັບໝັ້ນແກ່ນ, ເລິກເຊິ່ງ ແລະອົບອຸ່ນ. ໃນສະພາບການທີ່ດີຂອງການພົວພັນລະຫວ່າງສອງປະເທດ, ນອກຈາກບັນດາຂົງເຂດຮ່ວມມືອື່ນໆ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ກູບາ ກໍ່ພວມພັດທະນາຢ່າງບໍ່ຢຸດຢັ້ງ ທັງລວງກວ້າງ ແລະລວງເລິກ.

ຫວນຄືນປະຫວັດສາດການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ກູບາ, ນັບແຕ່ຕົ້ນປີ 1964, ຫວຽດນາມ ໄດ້ເປີດຫ້ອງການທູດປ້ອງກັນຊາດ ປະຈໍາ ກູບາ ແລະ ປີ 1966, ກູບາ ໄດ້ເປີດຫ້ອງການທູດການທະຫານ ປະຈໍາ ຫວຽດນາມ. ເມື່ອຫາກໍ່ສ້າງຕັ້ງການພົວພັນ, ບັນດາເນື້ອໃນຂອງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍຕົ້ນຕໍແມ່ນສຸມໃສ່ແລກປ່ຽນຜູ້ຊ່ຽວຊານ, ແບ່ງປັນບົດຮຽນດ້ານເຕັກນິກການສູ້ຮົບ... ຝ່າຍກູບາ ໄດ້ສົ່ງຄະນະຜູ້ແທນການທະຫານຈຳນວນໜຶ່ງມາຫວຽດນາມ ເພື່ອຄົ້ນຄ້ວາ ແລະຖອດຖອນບົດຮຽນກ່ຽວກັບສົງຄາມ ແລະເຂົ້າຮ່ວມການສູ້ຮົບກັບກອງທັບ ແລະປະຊາຊົນຫວຽດນາມ. ພາຍຫຼັງປີ 1975, ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບສົງຄາມປະຊາຊົນ. ແຕ່ປີ 1985 – 1992, ຫວຽດນາມ ໄດ້ສົ່ງຜູ້ຊ່ຽວຊານການທະຫານທ້ອງຖິ່ນ, ຊ່ຽວຊານກຳລັງຕິພິເສດ, ຊ່າງແສງ, ນັກຊ່ຽວຊານປ້ອງກັນອາກາດ... ມາຊ່ວຍເຫຼືອ ກູບາ ສ້າງລະບົບປ້ອງກັນບັນດາຂັ້ນ ແລະຝຶກຊ້ອມກຳລັງທະຫານທ້ອງຖິ່ນ ແລະກຳລັງປ້ອງກັນຕົວ.

ຫວຽດນາມ-ກູບາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Álvaro Lopez Miera ລົງນາມໃນແຜນການຮ່ວມມືໄລຍະ 2023-2025. ພາບ: qdnd.vn

ປີ 2011, ບົນພື້ນຖານຄວາມຕ້ອງການ ແລະຄວາມປາດຖະໜາຢາກຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ, ສອງຝ່າຍໄດ້ລົງນາມໃນສັນຍາພັດທະນາການຮ່ວມມືດ້ານປ້ອງກັນຊາດ. ນີ້ແມ່ນຂີດໝາຍ ແລະພື້ນຖານນິຕິກຳທີ່ສຳຄັນເພື່ອໃຫ້ກອງທັບສອງປະເທດຊຸກຍູ້ການຮ່ວມມືຮອບດ້ານໃນຂົງເຂດປ້ອງກັນຊາດ. ດ້ວຍຈຸດປະສົ່ງນຳການພົວພັນດ້ານປ້ອງກັນຊາດໃຫ້ເລິກເຊິ່ງ, ມີປະສິດທິຜົນ ແລະແທດຈິງກວ່າອີກ, ສອງຝ່າຍໄດ້ລົງນາມໃນແຜນການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2014-2016, ໄລຍະ 2017-2019, ໄລຍະ 2020-2022. ບົນພື້ນຖານບັນດາເອກະສານ, ສັນຍາທີ່ໄດ້ຮັບການລົງນາມ, ພິເສດແມ່ນແຜນການຮ່ວມມືໄລຍະ 2020-2022, ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍຫຼາຍຂົງເຂດຮ່ວມມືຢ່າງມີປະສິດທິຜົນ ແລະບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນໃນຂົງເຂດຕ່າງໆ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ວຽກງານພັກ, ວຽກງານການເມືອງ; ອຸດສາຫະກໍາປ້ອງກັນຊາດ; ການກໍ່ສ້າງຊັບພະຍາກອນມະນຸດ; ໂຄສະນາເຜີຍແຜ່ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ, ໂດຍສະເພາະແມ່ນການຮຽບຮຽງປື້ມ “60 ປີແຫ່ງວັນປະຫວັດສາດການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ກູບາ”; ແພດການທະຫານ; ກະສິກຳ...

ເມື່ອພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ, ຫວຽດນາມ ແລະກູບາ ໄດ້ເປັນເຈົ້າການ, ຕັ້ງໜ້າຊຸກຍູ້ການຮ່ວມມື ແລະໜູນຊ່ວຍກັນໃນການປ້ອງກັນ ແລະຄວບຄຸມພະຍາດໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດ. ນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບນ້ຳໃຈມິດສະຫາຍ, ອ້າຍນ້ອງ ແລະຄວາມສາມັກຄີແບບສະເໝີຕົ້ນສະເໝີປາຍ ເຊິ່ງສອງປະເທດໄດ້ສະຫງວນໃຫ້ກັນໃນໄລຍະທີ່ຫຍຸ້ງຍາກ ແລະອັນຕະລາຍທີ່ສຸດ.

ຫວຽດນາມ-ກູບາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Álvaro Lopez Miera ພ້ອມດ້ວຍບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ເດືອນ ມິຖຸນາ 2023, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Álvaro Lopez Miera ກໍາມະການກົມການເມືອງພັກກອມມູນິດກູບາ, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ລົງນາມໃນແຜນການຮ່ວມມືໄລຍະ 2023-2025 ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານພົນໂທ Álvaro Lopez Miera. ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບສຸມໃສ່ຜັນຂະຫຍາຍການພົວພັນຮ່ວມມືໃນຫຼາຍຂົງເຂດ, ຄື: ສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ແລກປ່ຽນປະສົບການດ້ານວິຊາຊີບ; ພົບປະແລກປ່ຽນນາຍທະຫານໜຸ່ມຂອງສອງປະເທດ; ອຸດສາຫະກໍາປ້ອງກັນຊາດ; ຮ່ວມມືໃນການກໍ່ສ້າງຊັບພະຍາກອນມະນຸດ; ແພດການທະຫານ; ວຽກງານພັກ ແລະວຽກງານການເມືອງ...

ໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດຍາມໃດກໍ່ຖືເປັນໜຶ່ງໃນບັນດາເສົາຄ້ຳ, ເປັນແບບຢ່າງເພື່ອຊຸກຍູ້ການຮ່ວມມືໃນຂົງເຂດອື່ນໆ. ບົນພື້ນຖານການພົວພັນດ້ານການເມືອງອັນດີງາມ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ, ພວກເຮົາເຊື່ອໝັ້ນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ກູບາ ຈະສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະຍືນຍົງ, ປະກອບສ່ວນຊຸກຍູ້ການພົວພັນສາມັກຄີ, ມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ບູນມີ

ເຫດການ
302 Found

Found

The document has moved here.