ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

12:05 | 04/10/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 29 ກັນຍາ, ຢູ່​ນະຄອນ ກອນ​ຕູມ, ຄະນະ​ຜູ້​ແທນ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ​ໂດຍ​ສະຫາຍພັນເອກ ເລ​ກວກ​ຫວຽດ, ຫົວໜ້າກອງບັນຊາການທະຫານ​ປ້ອງກັນຊາຍແດນ​ແຂວງ ເປັນຫົວໜ້າຄະນະພົບປະເຈລະຈາກັບຄະນະຜູ້ແທນກອງບັນຊາການທະຫານແຂວງ ອັດ​ຕະປື (ສປປ ລາວ) ໂດຍສະຫາຍ ພັນເອກ ບຸນຈັນ ສີຫາວົງ, ຫົວໜ້າກອງບັນຊາການກອງບັນຊາການທະຫານແຂວງ ແລະ ຄະນະຜູ້ແທນເຂດການທະຫານແຂວງ Rattanakiri (ລາຊະອານາຈັກກໍາປູເຈຍ) ໂດຍສະຫາຍ ພັນໂທ ອຸກ ໂສດທິ - ຮອງຜູ້ບັນຊາການ ເປັນຫົວໜ້າຄະນະ.

ລາວ - ກຳປູເຈຍ: ເພີ່ມທະວີການຮ່ວມມືດ້ານການທະຫານ ແລະ ປ້ອງກັນຊາດ ລາວ - ກຳປູເຈຍ: ເພີ່ມທະວີການຮ່ວມມືດ້ານການທະຫານ ແລະ ປ້ອງກັນຊາດ
ບັນດາສະຖາບັນບັນບັນດິດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມື ບັນດາສະຖາບັນບັນບັນດິດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມື

ບົນ​ຈິດ​ໃຈ​ການພົວພັນສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, 3 ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ກ້າວໄປສູ່ການເປັນເອກະພາຍ​ບັນດາ​ເນື້ອ​ໃນ​ທີ່​ຮັບ​ໃຊ້​ໂຄງການ​ພົບປະແລກປ່ຽນ​ມິດຕະພາບດ້ານການ​ປ້ອງ​ກັນຊາດເຂດຊາຍ​ແດນ ຫວຽດນາມ - ລາວ - ກຳປູ​ເຈຍ ​ຄັ້ງ​ທຳ​ອິດ ​ຂັ້ນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຢູ່ແຂວງ​ກອນ​ຕູມ​ດັ່ງ​ນີ້:

ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ
ການ​ນຳ 3 ແຂວງ​ກວດ​ກາທີ່ຕັ້ງ​ພູມສາດຕົວຈິງທີ່ຈະຕັ້ງ​ຫຼັກໝາຍສາມແຍກ​ຊາຍ​ແດນ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ. ພາບ: ວັນລີ

ໂດຍເອກະພາບຜັນຂະຫຍາຍບູລະນະສາມແຍກຊາຍແດນ, ສ້າງເສົາທຸງ 3 ເສົາ, ເສົາໄຟຟ້າແສງຕາເວັນ 3 ເສົາ, ປູກຕົ້ນໄມ້ມິດຕະພາບ 3 ຕົ້ນ, ສ້າງເສັ້ນທາງລາດຕະເວນຮ່ວມຢູ່ເຂດຫຼັກໝາຍຊາຍແດນ; ຮີບ​ດ່ວນຊຸກຍູ້​ຜູ້​ຮັບ​ເໝົາ​ກໍ່ສ້າງບັນດາກິດຈະກຳ​ເຮືອນ​ວັດທະນະທຳ​ຢູ່​ບ້ານ​ຕາ​ກາ, ຕາ​ແສງ​ເປີ​ອິ, ​ເມືອງ​ງອກ​ໂຮ່ຍ, ​ແຂວງ ກອນ​ຕູມ; ປ້ອມປະສານສົມທົບວຽກງານຊາຍແດນ, ກອງຮ້ອຍປ້ອງກັນຊາຍແດນ 541, ກອງບັນຊາການທະຫານແຂວງ ອັດຕະປື; ເຮືອນມິດຕະພາບກອງພັນປ້ອງກັນຊາຍແດນ 2, ເຂດການທະຫານແຂວງ Rattanakiri ໃຫ້ຮັບປະກັນຄວາມຄືບໜ້າ ແລະ ເວລາທີ່ໄດ້ວາງອອກ.

ເປັນເອກະພາບໃຫ້ກົມແພດທະຫານ, ກະຊວງປ້ອງກັນປະເທດ (ຫວຽດນາມ) ກວດພະຍາດ, ແຈກຢາຍຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຂອງ 3 ຟາກຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ. ເປັນເອກະພາບວຽກ​ງານ​ຮັບ​ໃຊ້​ພິທີເຄົາລົບທຸງ, ທາສີຫຼັກໝາຍອະທິປະໄຕ ເເລະ ສ້າງ​ຕັ້ງ 3 ໜ່ວຍ​ລາດຕະ​ເວນ​ຮ່ວມ.

ນີ້​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ, ມີ​ຄວາມ​ໝາຍ​ດ້ານ​ມະນຸດສະທຳ​ຢ່າງ​ເລິກ​ເຊິ່ງ, ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ທະຫານ, ອຳນາດການປົກຄອງ​ທ້ອງ​ຖິ່ນ ​ແລະ ປະຊາຊົນ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ; ​ຊ່ວຍ​ໃຫ້​ບັນດາ​ຝ່າຍ​ມີ​ກາລະ​ໂອກາດ​ແລກປ່ຽນ, ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​​ເຂດ​ຊາຍ​ແດນ, ​ແລກປ່ຽນ​ວັດທະນະທຳ​ແຫ່ງ​ຊາດ, ຮ່ວມ​ມື​ດ້ານ​ເສດຖະກິດ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ສັນຕິພາບ, ມິດຕະພາບ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.