ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1

00:00 | 07/12/2023

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1

ກົນໄກປະສານງານເພື່ອປຶກສາຫາລືວິທີ ຊ່ວຍໃຫ້ສະພາແຫ່ງຊາດຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ກົນໄກປະສານງານເພື່ອປຶກສາຫາລືວິທີ ຊ່ວຍໃຫ້ສະພາແຫ່ງຊາດຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ
ການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດ ການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດ

ໃນຂອບເຂດການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1, ວັນທີ 5 ທັນວາ, ໂດຍໄດ້ຮັບການມອບສິດຈາກກະຊວງປ້ອງກັນປະເທດ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ນຳໂດຍທ່ານພົນຈັດຕະວາ ຮວ່າງຮື໊ວຈ໊ຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ ໄດ້ເຂົ້າຮ່ວມພິທີມອບ-ຮັບຄ້າຍທະຫານຊາຍແດນໃຫ້ກອງຮ້ອຍທະຫານຊາຍແດນ 541, ກອງບັນຊາການທະຫານແຂວງ ອັດຕະປື (ລາວ); ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ໂຮງຮຽນປະຖົມບ້ານພູເກືອ, ເມືອງພູວົງ, ແຂວງ ອັດຕະປື (ລາວ).

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1

ພິທີຕັດແຖບຜ້າເປີດນໍາໃຊ້ຄ້າຍທະຫານຊາຍແດນ ໃຫ້ກອງຮ້ອຍທະຫານຊາຍແດນ 541, ກອງບັນຊາການທະຫານແຂວງ ອັດຕະປື, ລາວ. ພາບ: ຮວ່າງເວິນ

ໂຄງການກໍ່ສ້າງຄ້າຍທະຫານຊາຍແດນໃຫ້ກອງຮ້ອຍທະຫານຊາຍແດນ 541, ກອງບັນຊາການທະຫານແຂວງ ອັດຕະປື ແມ່ນໜຶ່ງໃນບັນດາໂຄງການທີ່ກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ ດ້ວຍຄວາມປາດຖະໜາຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບກອງທັບປະຊາຊົນລາວ ເວົ້າລວມ, ກໍາລັງຄຸ້ມຄອງ ແລະປ້ອງກັນຊາຍແດນຂອງລາວ ເວົ້າສະເພາະ, ຜ່ານນັ້ນສືບຕໍ່ຢືນຢັນການພົວພັນໃນວຽກງານສົມທົບກັນລະຫວ່າງກຳລັງຄຸ້ມຄອງ ແລະປ້ອງກັນຊາຍແດນຫວຽດນາມ - ລາວ.

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1
ທ່ານພົນຈັດຕະວາ ຮວ່າງຮື໊ວຈ໊ຽນ ຢ້ຽມຢາມ, ລະດົມກໍາລັງໃຈປະຊາຊົນທີ່ມາກວດພະຍາດຢູ່ບ້ານພູເກືອ, ເມືອງພູວົງ, ແຂວງອັດຕະປື. ພາບ: ຮວ່າງເວິນ

ທ່ານພົນຈັດຕະວາ ຮວ່າງຮື໊ວຈ໊ຽນ ຫວັງວ່າໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດລາວ ແລະບັນດາການນໍາທ້ອງຖິ່ນທີ່ຢູ່ສອງຟາກຊາຍແດນຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນລະຫວ່າງສອງປະເທດເວົ້າລວມ, ກໍາລັງທະຫານຊາຍແດນ ກອນຕູມ ແລະອັດຕະປື (ລາວ) ເວົ້າສະເພາະ ເພີ່ມທະວີການພົບປະ, ແລກປ່ຽນປະສົບການລະຫວ່າງສອງຝ່າຍ.

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1

ທ່ານພົນຈັດຕະວາ ຮວ່າງຮື໊ວຈ໊ຽນ ແລະບັນດາການນໍາທ້ອງຖິ່ນມອບຂອງຂວັນໃຫ້ນັກຮຽນ ໂຮງຮຽນປະຖົມບ້ານພູເກືອ, ເມືອງພູວົງ, ແຂວງ ອັດຕະປື (ລາວ). ພາບ: ຮວ່າງເວິນ

ເນື່ອງໃນໂອກາດນີ້, ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1, ກົມການເສນາຮັກ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົມທົບກັບກຳລັງເສນາຮັກຂອງລາວ ຈັດຕັ້ງການລົງ ຢ້ຽມຢາມ, ກວດສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນລາວ ຢູ່ບ້ານພູເກືອ, ເມືອງພູວົງ, ແຂວງອັດຕະປື.

ທ່ານພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມສອງຝ່າຍຈະນັບມື້ນັບໝັ້ນຄົງເຂັ້ມແຂງ, ສືບຕໍ່ມີການເຄື່ອນໄຫວພົວພັນຕ່າງປະເທດທີ່ແທດຈິງຫຼາຍຢ່າງ ເພື່ອມຸ່ງໄປເຖິງພະນັກງານ; ນັກຮົບ ແລະປະຊາຊົນຢູ່ເຂດຊາຍແດນ.

ບູນມີ

ເຫດການ
302 Found

Found

The document has moved here.