ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

17:35 | 27/11/2023

ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ແຂ່ງຂັນປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ແຂ່ງຂັນປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ
ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ວັນທີ 20 ພະຈິກ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໄດ້ລົງກວດກາວຽກງານກະກຽມ, ກວດຜ່ານກິດຈະກຳເຄື່ອນໄຫວຕ່າງໆ ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1. ຄາດວ່າ ຈະຈັດຂຶ້ນໃນວັນທີ 12 ທັນວາ 2023 ຢູ່ແຂວງກອນຕູມ.

ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ. ຄະນະຜູ້ແທນກະຊວງປ້ອງກັນປະເທດລາວ ນໍາໂດຍທ່ານພົນຕີ ວົງຄຳ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດກຳປູເຈຍ ນໍາໂດຍທ່ານພົນເອກ Eth Sarath, ຮອງຜູ້ບັນຊາການ ທັງເປັນຫົວໜ້າເສນາທິການກອງທະຫານປະສົມ.

ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ຫົວໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ລົງກວດກາການເຄື່ອນໄຫວ ຢູ່ເຂດຫຼັກໝາຍສາມແຍກຊາຍແດນ. ພາບ: qdnd.vn

ຄະນະຜູ້ແທນກະຊວງປ້ອງກັນປະເທດ 3 ປະເທດ ໄດ້ລົງກວດກາວຽກງານກະກຽມ ແລະກວດຜ່ານບັນດາການເຄື່ອນໄຫວໃນຂອບເຂດລາຍການພົບປະແລກປ່ຽນຢູ່ບາງສະຖານທີ່ຄື: ເຂດຫຼັກໝາຍສາມແຍກຊາຍແດນ; ການຝຶກຊ້ອມຮ່ວມດ້ານການແພດທະຫານຢູ່ເຂດສາມແຍກປ້ອມເກັບຄ່າທຳນຽມ ຢູ່ດ່ານສາກົນເບີ່ອີ; ພິທີເປີດສະຫຼອງຫໍວັດທະນະທຳບ້ານຕ່າກາ (ກິດຈະກຳມິດຕະພາບຢູ່ຫວຽດນາມ); ຢ້ຽມຢາມໂຮງຮຽນປະຖົມສຶກສາ ເບ໊ວັນດ່ານ (ສະຖານທີ່ຢ້ຽມຢາມ ແລະມອບຂອງຂວັນທ້ອງຖິ່ນ); ສະໜາມບິນ ເຟື້ອງຮວ່າງ.

ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ກວດກາ, ກວດຜ່ານການເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມສຶກສາ ເບ໊ວັນດ່ານ. ພາບ: qdnd.vn

ພາຍຫຼັງສຳເລັດການລົງກວດກາສະຖານທີ່ຈະດໍາເນີນເຫດການຕ່າງໆ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ເປັນປະທານຮ່ວມກອງປະຊຸມ ໄດ້ເຫັນດີຕໍ່ຜົນການກວດກາ, ກວດຜ່ານ ແລະບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຈັດຕັ້ງລາຍການພົບປະແລກປ່ຽນ ກັບຜູ້ຕາງໜ້າກະຊວງປ້ອງກັນປະເທດລາວ ແລະ ກຳປູເຈຍ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງທີ່ສຳຄັນ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງກອງທັບ ກໍ່ຄື ກຳລັງປ້ອງກັນຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງປ້ອງກັນປະເທດກຳປູເຈຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ປະເທດເຈົ້າພາບຫວຽດນາມ ທີ່ໄດ້ກະກຽມລາຍການພົບປະແລກປ່ຽນຢ່າງຮອບຄອບຖີ່ຖ້ວນ ແລະ ຕັ້ງໜ້າໜູນຊ່ວຍຝ່າຍກຳປູເຈຍ ແລະ ລາວ ເຂົ້າຮ່ວມເຫດການທີ່ມີຄວາມໝາຍນີ້, ພ້ອມທັງເຊື່ອໝັ້ນວ່າ ລາຍການພົບປະແລກປ່ຽນດັ່ງກ່າວ ຈະຈັດຕັ້ງຢ່າງສໍາເລັດຜົນ. ສ່ວນທ່ານຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດລາວ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະຄວາມໝາຍຂອງລາຍການພົບປະແລກປ່ຽນລະຫວ່າງສາມປະເທດ. ຜ່ານວຽກງານກວດກາ, ກວດຜ່ານດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດຂອງ 3 ປະເທດ, ພິເສດແມ່ນບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ຕັ້ງໜ້າກະກຽມໃຫ້ແກ່ລາຍການພົບປະແລກປ່ຽນຄັ້ງນີ້.

ບູນມີ

ເຫດການ
302 Found

Found

The document has moved here.