ກວດກາຄືນວຽກງານກະກຽມງານພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

00:00 | 11/12/2023

ກວດກາວຽກງານກະກຽມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1
ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ກວດຜ່ານລາຍງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ວັນທີ 10 ທັນວາ, ທີ່ເມືອງ ງອັກໂຮ່ຍ, ແຂວງກອນຕູມ, ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນນໍາໂດຍພົນຈັດຕະວາ ຮວ່າງຮືວຈ໊ຽນ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນ ໄດ້ມາກວດກາຄືນວຽກງານກະກຽມຮັບໃຊ້ຢູ່ບັນດາສະຖານທີ່ດໍາເນີນເຫດການຕົ້ນຕໍໃນລາຍການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1.

ກວດກາຄືນວຽກງານກະກຽມງານພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ພົນຈັດຕະວາ ຮວ່າງຮືວຈ໊ຽນ ກວດກາວຽກງານກະກຽມລາຍການພົບປະແລກປ່ຽນຢູ່ເຂດຫຼັກໝາຍ 3 ແຍກຊາຍແດນຫວຽດນາມ-ລາວ-ກໍາປູເຈຍ. ພາບ: ງອັກເລີມ

ພາຍຫຼັງລົງກວດກາວຽກງານກະກຽມທຸກດ້ານຢູ່ບັນດາສະຖານທີ່, ກິດຈະກຳຮັບໃຊ້ໃຫ້ການພົບປະແລກປ່ຽນ, ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງລາຍການພົບປະແລກປ່ຽນ, ພົນຈັດຕະວາ ຮວ່າງຮືວຈ໊ຽນ ໄດ້ຊາບຊຶມ, ຮຽກຮ້ອງພາກສ່ວນຮັບໃຊ້ລາຍການພົບປະແລກປ່ຽນຕ້ອງເສີມຂະຫຍາຍຈິດໃຈຮັບຜິດຊອບ, ກວດກາຄືນຢ່າງຮີບດ່ວນ, ປະຕິບັດສໍາເລັດບາງກິດຈະກຳຍ່ອຍທີ່ຄວນເພີ່ມເຕີມເຊິ່ງຄະນະປະຕິບັດງານໄດ້ຍົກອອກ.

ກວດກາຄືນວຽກງານກະກຽມງານພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ພົນຈັດຕະວາ ຮວ່າງຮືວຈ໊ຽນ ກວດກາວຽກງານວາງສະແດງ, ປະດັບປະດາຢູ່ຫໍວັດທະນະທໍາມິດຕະພາບຊາຍແດນຫວຽດນາມ-ລາວ-ກໍາປູເຈຍ. ພາບ: ງອັກເລີມ

ໃນນັ້ນ, ສຸມໃສ່ເຂົ້າໃນການສົມທົບກັບບັນດາອົງການທີ່ກ່ຽວຂ້ອງກະຊວງປ້ອງກັນປະເທດ, ກໍາລັງກອງທັບສອງປະເທດລາວ, ກໍາປູເຈຍ ກະກຽມເນື້ອໃນ, ການເຄື່ອນໄຫວຕ່າງໆໃນລາຍການໃຫ້ເປັນຢ່າງດີ, ຄື: ການເຄົາລົບຫຼັກໝາຍ, ທາສີຫຼັກໝາຍອະທິປະໄຕ, ປູກຕົ້ນໄມ້ມິດຕະພາບຢູ່ເຂດຫຼັກໝາຍ 3 ແຍກຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ, ການລາດຕະເວນຮ່ວມ... ພົນຈັດຕະວາ ຮວ່າງຮືວຈ໊ຽນ ເນັ້ນໜັກວ່າ ການເຄື່ອນໄຫວຢູ່ເຂດຫຼັກໝາຍ 3 ແຍກຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ແມ່ນໜຶ່ງໃນບັນດາເຫດການສໍາຄັນທີ່ສຸດໃນລາຍການພົບປະແລກປ່ຽນ, ສະນັ້ນ ທຸກກໍາລັງຕ້ອງສຸມໃສ່ປະຕິບັດເນື້ອໃນສົມທົບກັນໃຫ້ຖືກຕາມລາຍການ, ແຜນການທີ່ໄດ້ອະນຸມັດຜ່ານ, ຮັບປະກັນຄວາມສົມກຽດ, ຖືກຕ້ອງຕາມຫຼັກການພົວພັນຕ່າງປະເທດໃຫ້ເປັນຢ່າງດີ.

ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ຄາດວ່າຈະດໍາເນີນໃນວັນທີ 14 ທັນວາ ຢູ່ເຂດຊາຍແດນຮ່ວມສາມປະເທດ (ເມືອງງອັກໂຮ່ຍ, ແຂວງກອນຕູມ, ຫວຽດນາມ; ແຂວງອັດຕະປື, ລາວ ແລະແຂວງ Ratanakiri, ກໍາປູເຈຍ) ແລະບໍລິເວນນະຄອນກອນຕູມ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.