ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ຍີ່ປຸ່ນ

11:23 | 22/11/2023

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງອາຊຽນ-ຍີ່ປຸ່ນ

ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023 ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023
ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາແຂວງພາກໃຕ້ຂອງລາວ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາແຂວງພາກໃຕ້ຂອງລາວ

ຕອນບ່າຍວັນທີ 15 ພະຈິກ, ໄດ້ດໍາເນີນການພົບປະບໍ່ເປັນທາງການ ລະຫວ່າງລັດຖະມົນຕີປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ ແບບເຊິ່ງໜ້າ ແລະທາງອອນລາຍ.

ບັນດາລັດຖະມົນຕີປ້ອງກັນປະເທດ ອາຊຽນ ແລະ ຍີ່ປຸ່ນ ຖືວ່າ ການພົບປະບໍ່ເປັນທາງການຄັ້ງນີ້ໄດ້ດຳເນີນຢ່າງທັນການ, ສະແດງໃຫ້ເຫັນຄວາມປາດຖະໜາຂອງສອງຝ່າຍໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດທີ່ເໝາະສົມກັບກອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ ອາຊຽນ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງໃນເດືອນກັນຍາ 2023.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ຍີ່ປຸ່ນ

ບັນຍາກາດທີ່ການພົບປະບໍ່ເປັນທາງການ ລະຫວ່າງລັດຖະມົນຕີປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ. ພາບ: qdnd.vn

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Minoru Kihara ໄດ້ຢືນຢັນເຖິງການສະໜັບສະໜູນບົດບາດໃຈກາງຂອງອາຊຽນ; ໂດຍເນັ້ນໜັກວ່າ ຄວາມໝັ້ນຄົງ ແລະຄວາມປອດໄພຢູ່ທະເລຮວາຕຸງ ແລະທະເລຕາເວັນອອກ ແມ່ນມີທີ່ຕັ້ງສຳຄັນພິເສດຕໍ່ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ. ທ່ານລັດຖະມົນຕີ Minoru Kihara ປາດຖະໜາຢາກຍົກລະດັບການພົວພັນດ້ານປ້ອງກັນຊາດລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ຂຶ້ນສູ່ລະດັບສູງໃໝ່ ໂດຍຜ່ານຂົງເຂດຄວາມໝັ້ນຄົງທາງທະເລ, ສ້າງກົດລະບຽບທາງໄຊເບີ ແລະບັນດາໂຄງການຍົກສູງກຳລັງຄວາມສາມາດ...

ກ່າວຄຳເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ປາດຖະໜາຢາກໃຫ້ກະຊວງປ້ອງກັນປະເທດຍີ່ປຸ່ນ ຄົ້ນຄວ້າ, ແບ່ງປັນບົດຮຽນ ແລະໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ບັນດາປະເທດສະມາຊິກອາຊຽນ ໃນຂົງເຂດການຝຶກແອບ ແລະບຳລຸງສ້າງ, ໜູນຊ່ວຍມະນຸດສະທຳ ແລະກູ້ຊ່ວຍໄພພິບັດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຖ່າຍທອດອຸປະກອນ ແລະເຕັກໂນໂລຢີ, ຄວາມປອດໄພດ້ານໄຊເບີ, ຄວາມໝັ້ນຄົງທາງທະເລ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.