ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024

00:48 | 16/10/2023

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024

HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024 HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024
ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ

ວັນທີ 12 ຕຸລາ, ທີ່ສໍານັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດລາວ.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024

ບັນຍາກາດທີ່ການຕ້ອນຮັບ. ພາບ: ພາບ: qdnd.vn

Quang cảnh cuộc tiếp.

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນຕີ ສາຍໃຈ ກົມມະສິດ ໄດ້ພ້ອມກັນແລກປ່ຽນກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃນໄລຍະຜ່ານມາ; ຕີລາຄາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍບັນລຸໝາກຜົນທີ່ເປັນໜ້າຮັບຮູ້ໃນທຸກດ້ານ, ສືບຕໍ່ຢັ້ງຢືນບົດບາດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນ ຫວຽດນາມ-ລາວ; ເຫັນດີເປັນເອກະພາບຊຸກຍູ້ຂົງເຂດຮ່ວມມືນີ້ໃຫ້ຫຼາຍກວ່າເກົ່າ, ໃນນັ້ນເອົາໃຈໃສ່ເຖິງການສົມທົບກັນຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີໜຶ່ງ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງຄາດວ່າ ຈະດໍາເນີນໃນໄລຍະຈະມາເຖິງຢ່າງສຳເລັດ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງໝາກຜົນການເຮັດວຽກຂອງທ່ານພົນຕີ ສາຍໃຈ ກົມມະສິດ ກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ; ສະແດງຄວາມເຊື່ອໝັ້ນວ່າ ຜ່ານການເຮັດວຽກຕ່າງໆ, ຝ່າຍກະຊວງປ້ອງກັນປະເທດລາວ ຈະມີບົດຮຽນຕົວຈິງຕື່ມອີກ ເພື່ອຄົ້ນຄວ້າ, ໝູນໃຊ້ໃຫ້ສອດຄ່ອງກັບການຈັດຕັ້ງເຫດການດ້ານການທະຫານ, ການປ້ອງກັນປະເທດ ອາຊຽນ 2024 ໃຫ້ສຳເລັດຜົນ; ຕີລາຄາສູງຕໍ່ການເປັນເຈົ້າການຂອງກະຊວງປ້ອງກັນປະເທດລາວ ໃນວຽກງານກະກຽມຈັດຕັ້ງເຫດການດ້ານການທະຫານ, ການປ້ອງກັນປະເທດ ອາຊຽນ 2024; ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍກະຊວງປ້ອງກັນປະເທດລາວ ຈັດຕັ້ງເຫດການສໍາຄັນນີ້ໃຫ້ປະສົບຜົນສຳເລັດ.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024

ທ່ານພົນໂທ ຮວ່າງຊວນຈ໊ຽນ, ທ່ານພົນຕີ ສາຍໃຈ ກົມມະສິດ ແລະບັນດາຜູ້ແທນທີ່ການພົບປະ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຊື່ອໝັ້ນວ່າ ກະຊວງປ້ອງກັນປະເທດລາວ ໃນຖານະເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ໃນປີ 2024 ຈະສືບຕໍ່ປະກອບສ່ວນຮັກສາທ່າພັດທະນາຂອງການຮ່ວມມືດ້ານປ້ອງກັນຊາດ ອາຊຽນ, ຜ່ານນັ້ນປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືທີ່ແທດຈິງ, ຮັກສາຄວາມສາມັກຄີ, ເປັນເອກະພາບ, ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງໃນການພົວພັນພາຍໃນກຸ່ມ ແລະກັບບັນດາຄູ່ຮ່ວມມືພາຍນອກ.

ບູນມີ

ເຫດການ
302 Found

Found

The document has moved here.