ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ອາເມລິກາ

11:08 | 22/11/2023

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ອາເມລິກ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023
ຫວຽດນາມ - ສ.ອາເມລິກາ ສູ້ຊົນນຳວົງເງິນການຄ້າໃຫ້ບັນລຸ 200 ຕື້ໂດລາສະຫະລັດ ຫວຽດນາມ - ສ.ອາເມລິກາ ສູ້ຊົນນຳວົງເງິນການຄ້າໃຫ້ບັນລຸ 200 ຕື້ໂດລາສະຫະລັດ

ຕອນບ່າຍວັນທີ 15 ພະຈິກ, ຢູ່ນະຄອນຫຼວງຈາກາຕາ (ອິນໂດເນເຊຍ) ໄດ້ດໍາເນີນການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີປ້ອງກັນປະເທດ ອາຊຽນ-ອາເມລິກາ. ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມການພົບປະດັ່ງກ່າວ.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ອາເມລິກາ

ທ່ານພົນເອກ ຟານວັນຢາງ ເຂົ້າຮ່ວມການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີປ້ອງກັນປະເທດອາຊຽນ-ອາເມລິກາ. ພາບ: qdnd.vn

ທີ່ການພົບປະ, ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບອາຊຽນ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ, ເພື່ອສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ, ໂດຍຜ່ານການຊ້ອມຮົບຮ່ວມ ຫຼືລາຍການບັນດາການນໍາດ້ານປ້ອງກັນຊາດ ທີ່ຫາກໍ່ພົ້ນເດັ່ນ ອາເມລິກາ - ອາຊຽນ.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ-ອາເມລິກາ

ບັນດາຜູ້ແທນເຂົ້າຮ່ວມການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີປ້ອງກັນປະເທດ ອາຊຽນ-ອາເມລິກາ. ພາບ: qdnd.vn

ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ຖືວ່າ ພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່. ດ້ວຍຫຼັກການເຄົາລົບບົດບາດໃຈກາງຂອງອາຊຽນ, ອາຊຽນ ພ້ອມແລ້ວທີ່ຈະຮ່ວມມືກັບອາເມລິກາ ກໍຄືຄູ່ຮ່ວມມືອື່ນໆເພື່ອແກ້ໄຂສິ່ງທ້າທາຍດັ່ງກ່າວນີ້.

ກ່າວຄຳເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງ ຄຳໝັ້ນສັນຍາຂອງອາເມລິກາ ຕໍ່ການສະໜັບສະໜູນບົດບາດໃຈກາງຂອງອາຊຽນ ແລະຊຸກຍູ້ການຮ່ວມມືຮອບດ້ານກັບພາກພື້ນ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະເຕັກໂນໂລຢີ, ໃນນັ້ນ ອາເມລິກາ ແມ່ນປະເທດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດຫຼາຍທີ່ສຸດໃນອາຊຽນ. ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮ່ວມມືລະຫວ່າງ ອາເມລິກາ ແລະ ບັນດາປະເທດອາຊຽນ, ພິເສດແມ່ນໃນຂອບເຂດ ADMM+.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.