ຫວຽດນາມ-ຟີລິບປິນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

10:43 | 28/11/2023

ຫວຽດນາມ-ຟີລິບປິນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ ຈະສະໜັບສະໜູນລາວ ຢ່າງສຸດຈິດສຸດໃຈ ໃນການປະຕິບັດໜ້າທີ່ສຳຄັນຂອງສາກົນຢ່າງສຳເລັດຜົນໃນໄລຍະຈະມາເຖິງ ຫວຽດນາມ ຈະສະໜັບສະໜູນລາວ ຢ່າງສຸດຈິດສຸດໃຈ ໃນການປະຕິບັດໜ້າທີ່ສຳຄັນຂອງສາກົນຢ່າງສຳເລັດຜົນໃນໄລຍະຈະມາເຖິງ
ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ

ຕອນບ່າຍວັນທີ 22 ພະຈິກ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Irineo Cruz Espino ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ເນື່ອງໃນໂອກາດມາຫວຽດນາມ ເປັນປະທານຮ່ວມກອງປະຊຸມເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 5.

ຫວຽດນາມ-ຟີລິບປິນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Irineo Cruz Espino ຮອງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຟີລິບປິນ, ຕັດສິນໃຈພ້ອມກັບ ຟີລິບປິນ ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງກວ້າງຂວາງ, ຍືນຍົງ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນຂອງພາກພື້ນ ແລະໃນໂລກ.

ໂດຍຕີລາຄາສູງໝາກຜົນຂອງການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 5 ເຊິ່ງສອງຝ່າຍຫາກໍ່ຈັດຕັ້ງ, ທ່ານພົນເອກ ຟານວັນຢາງ ສະເໜີສອງຝ່າຍສືບຕໍ່ຊຸກຍູ້, ຕັ້ງໜ້າຜັນຂະຫຍາຍເນື້ອໃນການຮ່ວມມືທີ່ຫົວໜ້າຄະນະເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 5 ໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ, ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຟີລິບປິນ ເລິກເຊິ່ງກວ່າອີກ.

ຫວຽດນາມ-ຟີລິບປິນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານ Irineo Cruz Espino ຮອງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານ Irineo Cruz Espino ໃຫ້ຄຳໝັ້ນສັນຍາຈະປະຕິບັດບັນດາເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ແລະຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດຢ່າງຄົບຖ້ວນ; ສະແດງຄວາມປາດຖະໜາຢາກຕ້ອນຮັບທ່ານລັດຖະມົນຕີ ຟານວັນຢາງ ໄປຢ້ຽມຢາມຟີລິບປິນ ໃນໄລຍະຈະມາເຖິງ.

ກ່ອນໜ້ານັ້ນ, ໃນວັນດຽວກັນກໍ່ໄດ້ດໍາເນີນການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 5. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Irineo Cruz Espino ຮອງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ໄດ້ເປັນປະທານຮ່ວມກອງປະຊຸມເຈລະຈາ.

ທີ່ການເຈລະຈາ, ສອງຝ່າຍຈະສືບຕໍ່ມານະພະຍາຍາມເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ຈຸດສຸມແມ່ນ: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືທີ່ມີຢູ່ແລ້ວ, ພິເສດແມ່ນກົນໄກປຶກສາຫາລື, ເຈລະຈານະໂຍບາຍດ້ານປ້ອງກັນຊາດ; ສືບຕໍ່ປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສ, ກົນໄກຫຼາຍຝ່າຍ, ເປັນຕົ້ນແມ່ນກົນໄກໂດຍອາຊຽນ ນຳພາ.

ບູນມີ

ເຫດການ
302 Found

Found

The document has moved here.