ຍສໝ - ກອງທຶນແຫ່ງຄວາມເມດຕາ ຊຸດເສື້ອຍາວພັນລະຍາ ເອີລົບ ໄດ້ຕັ້ງໜ້າຮຽກຮ້ອງການປະກອບສ່ວນຂອງບັນດາຊາວຫວຽດນາມພວມອາໄສ ແລະ ເຮັດວຽກຢູ່ ເອີລົບ ສະໜັບສະໜູນບັນດາແພດໝໍ ທີ່ພວມຕໍ່ສູ້ເພື່ອກູ້ເອົາຊີວິດຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງເວັນ ແລະ ຄືນ ຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ.
ຍສໝ - ສະຖານທູດຫວຽດນາມ ປະຈຳ ໂຮນລັງຫາກໍ່ຈັດຕັ້ງພິທີໄຂສົກຮຽນສອນພາສາຫວຽດ ປີ 2021 ໃຫ້ແກ່ລູກຫຼານຊາວຫຽດນາມ ອາໄສຢູ່ໂຮນລັງ ແລະ ບັນດາເຂີຍຊາວໂຮນລັງຢູ່ສະຖານທູດ
ຍສໝ - ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແລກປ່ຽນກັບສື່ມວນຊົນຄືດັ່ງກ່ວ ເມື່ອເວົ້າເຖິງເປົ້າໝາຍຂອງການຢ້ຽມຢາມ ສ.ກູບາ ຢ່າງເປັນທາງການ, ເຂົ້າຮ່ວມການປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ແລະ ປະຕິບັດບາງການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ໃນລະຫວ່າງວັນທີ 18 – 24 ກັນຍາ ຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊວັນຟຸກ.
ຍສໝ - ວາລະສານການທ່ອງທ່ຽວ ລັດເຊຍ ຖືວ່າ ເຝີຫວຽດນາມ ມີຜົນສະທ້ອນມາຈາກຝລັ່ງ ແລະ ແມ່ນເຍື່ອງອາຫານທີ່ມີລາຄາຖືກ ພັດໄດ້ຮັບການບໍລິການຢ່າງສຸດໃຈ.
ຍສໝ - ວັນທີ 9 ກັນຍາ, ກົມປຸງແຕ່ງ ແລະ ພັດທະນາການຕະຫຼາດຜະລິດຕະພັນກະເສດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ໃຫ້ຮູ້ວ່າ ເມືອງຮ່າເຄົາ (ແຂວງຢຸນໜານ, ຈີນ) ໄດ້ໃຫ້ຜ່ານດ່ານ, ນຳເຂົ້າໝາກມັງກອນ ແລະ ໝາກກ້ວຍ ຈາກຫວຽດນາມ…
ຍສໝ - ທິມຫວຽດນາມ ໂດຍເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນຮອບຄັດເລືອກທີ 3 ຂອງ World Cup 2022, ຕ້ອງປະເຊີນໜ້າກັບຄວາມຈິງ ດ້ວຍການປະລະໄຊ 2 ຄັ້ງ. ເຖິງຢ່າງໃດກໍ່ຕາມ, ບັນດານັກເຕະບານຂອງຄູຝຶກ Park Hang-seo ກໍ່ໄດ້ເຂົ້າຮ່ວມການແຂ່ງຂັນດ້ວຍຄວາມຕັດສິນໃຈຢ່າງອົງອາດກ້າຫານ...
ຍສໝ - ຕອນບ່າຍວັນທີ 5 ກັນຍາ ຢູ່ Staritskogo (Odessa, ຢູແກນ) ໄດ້ດຳເນີນພິທີເປີດຫ້ອງສອນພາສາຫວຽດນາມ ໃຫ້ແກ່ບັນດານ້ອງໆນັກຮຽນ ຢູ່ Staritskogo ແລະ ເຂດໃກ້ຄຽງ.
ຍສໝ - ວັນທີ 6 ກັນຍາ, ຄະນະສະຫະພັນນັກທຸລະກິດ ໄຕ້ຫວັນ ແຂວງ ເລິມດົ່ງ ໄດ້ມາສະໜັບສະໜູນວັດຖຸອຸປະກອນການແພດຈຳນວນໜຶ່ງໃຫ້ແຂວງເລິມດົ່ງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍມີມູນຄ່າ 270 ລ້ານດົ່ງ.
ຍສໝ - ວັນທີ 4 ກັນຍາ, ສະຫະພັນນັກທຸລະກິດຍິງ ຫວຽດນາມ ຢູ່ ໄຕ້ຫວັນ (ຈີນ) ໄດ້ມອບເງິນເປັນຈຳນວນ 25 ລ້ານດົ່ງ ໃຫ້ແກ່ໂຄງການ ATM ອົກຊີແຊນ ຜ່ານຄະນະຊາວໜຸ່ມກອມມູນິດ ນະຄອນໂຮ່ຈີມິນ ເມືອງເຕິນບິ່ງ.
ຍສໝ - ຍ້ອນໂລກລະບາດໂຄວິດ - 19, ພິທີຕອບບຸນແທນຄຸນພໍ່ແມ່ ປີ 2021 ຢູ່ວັດ ຈຸກເລິມ ຢູ່ຊານເມືອງ ປາຣີ ຮອດວັນທີ 5 ກັນຍາ ຈຶ່ງສາມາດຈັດຕັ້ງໄດ້, ດ້ວຍລາຍການທີ່ຫຼຸດເວລາຈັດຕັ້ງລົງ ແລະ ຈຳນວນຜູ້ເຂົ້າຮ່ວມກໍ່ຈຳກັດກ່ວາເກົ່າ.
ວຽກງານອະໄພຍະໂທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນຍຸຕິທຳໂປ່ງໃສ, ເຂັ້ມງວດ ແລະ ພິພາກສາຢ່າງຍຸຕິທຳ ສຳລັບອາດຊະຍາກອນທີ່ໄດ້ຮັບການອະໄພຍະໂທດ.
ຍສໝ - ຄະນະກຳມະການແຫ່ງຊາດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບຄະນະພົວພັນຕ່າງປະເທດ ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ຈັດຕັ້ງການເສັງຂັບລຳເພງພື້ນເມືອງ ທີ່ໄດ້ອອກອາກາດໃນຄືນຂອງ VOV5 ສຳລັບຊາວຫວຽດນາມ ແລະ ຊາວຕ່າງປະເທດໃນທົ່ວໂລກ...
ຍສໝ - ນັບແຕ່ວັນທີ 1 ມັງກອນ 2022 ຈີນ ຈະຈັດວາງບາງນະໂຍບາຍສະບັບໃໝ່ສຳລັບຜະລິດຕະພັນປະເພດກະເສດ, ປ່າໄມ້, ສິນໃນນ້ຳທີ່ສົ່ງອອກຈາກ ຫວຽດນາມ. ບັນດາອົງການທີ່ມີຄວາມຮັບຜິດຊອບ ແລະ ບັນດາວິສາຫະກິດ, ນັກທຸລະກິດ ຕ້ອງມີຂັ້ນຕອນກະກຽມບັນດາເງື່ອນໄຂສົ່ງອອກເພື່ອຕອບສະໜອງບັນດາມາດຕະຖານຂອງຝ່າຍຈີນ ຢ່າງລະອຽດລະອໍ...
ຍສໝ -ສະມາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ຫາກໍ່ປຸກລະດົມໂຄງການມອບຄວາມຮັກແພງ ເພື່ອແນໃສ່ສ້າງກອງທຶນສະໜັບສະໜູນແຖວໜ້າຕ້ານໂລກລະບາດໂຄວິດ - 19 ແລະ ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານເກີດເມືອງນອນ…
ຍສໝ - ມີຫຼາຍອົງການ, ໜ່ວຍງານ, ອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ຮ່ວມແຮງຮ່ວມໃຈສະໜັບສະໜູນທັນຍະຫານ, ອຸປະກອນການແພດໃຫ້ນະຄອນຫຼວງ ຮ່າໂນ້ຍ ເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ວັນທີ 23 ສິງຫາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco (ອາເມລິກາ) ໄດ້ຮັບ ແລະ ປະຕິບັດສຳເລັດລະບຽບການສົ່ງເຄື່ອງຊ່ວຍຫາຍໃຈ 255 ຊຸດ, ຊຸດກວດຫາເຊື້ອໄວຣັດ ໂຄວິດ - 19 ແບບໄວ 9000 ຊຸດ, ຜ້າອັດປາກດັງ 60.000 ອັນ ແລະ ບັນດາວັດຖຸອຸປະກອນການແພດຕ່າງໆໂດຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ອາເມລິກາ ອຸປະຖຳເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ອ້າຍຮ່ວາງຕວັນແອັງ ຜູ້ປະດິດ ATM ເຂົ້າສານ ແລະ ATM ອົກຊີ, ທ່ານໝໍໜຸ່ມທີ່ຍາມໃດກໍ່ຢູ່ແນວໜ້າໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19 ເຈິ່ນແອງຕູ ແມ່ນ 2 ໃນຈຳນວນ 10 ຄົນ ທີ່ສະພາຊາວໜຸ່ມອາຊີ (AYC) ໄດ້ເຊີດຊູເປັນ ການນຳໜຸ່ມດີເດັ່ນອາຊີ ປີ 2021.
ຍສໝ - ໃນວັນເພັງເດືອນ 7 ຄວນເຮັດຫຍັງ? ນອກຈາກວຽກງານກະກຽມເຄື່ອງຂອງບູຊາແລ້ວ ຕ້ອງເຮັດຫຍັງໃນວັນນີ້?
ຍສໝ - ຕອນຄ່ຳວັນທີ 15 ສິງຫາ ຢູ່ Battersea (ລອນດອນ, ລາຊະອານາຈັກອັງກິດ) ໄດ້ດຳເນີນພິທີປຸກລະດົມຍຸດທະສາດ “ຮ່ວມແຮງຮ່ວມໃຈພ້ອມກັບ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19”, ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ໃນທົ່ວປະເທດອັງກິດ ປະກອບສ່ວນພ້ອມກັບບ້ານເກີດເມືອງນອນ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ແບ່ງປັນກັບບັນດາຄວາມຫຍຸ້ງຍາກຂອງປະເທດຊາດ ແລະ ພໍ່ແມ່ປະຊາຊົນ.
ຍສໝ - ຕອນເຊົ້າວັນທີ 15 ສິງຫາ ເລື່ອງສັກທົດລອງວັກຊິນກັນໂຄວິດ - 19 ໄລຍະທີ 1 ໂດຍມະຫາວິທະຍາໄລແພດສາດ ຮ່າໂນ້ຍ ໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງຜູ້ອາສາສະໝັກ 100 ຄົນຢູ່ ຮ່າໂນ້ຍ.