ຫວຽດ​ນາມ ທົດ​ລອງ​ການ​ສັກ​ວັກ​ຊິນ ARCT-154 ຕໍ່​ຄົນ

14:28 | 19/08/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 15 ສິ​ງ​ຫ​າ ເລື່ອງ​ສັກ​ທົດ​ລອງວັກ​ຊິນກັນ​ໂຄວິດ - 19 ໄລ​ຍະ​ທີ 1 ໂດຍ​​ມະ​ຫາ​ວິ​ທະ​ຍາ​ໄລແພດ​ສາດ​ ຮ່າ​ໂນ້ຍ ໄດ້ດຳ​ເນີນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ອາ​ສາ​ສະ​ໝັກ 100 ຄົນ​ຢູ່ ຮ່າ​ໂນ້ຍ.

CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ  ອີ​ຢູ ເພີ່ມຂຶ້ນ 35% ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ ອີ​ຢູ ເພີ່ມຂຶ້ນ 35%
ຫວຽດ​ນາມ ທົດ​ລອງ​ການ​ສັກ​ວັກ​ຊິນ ARCT-154 ຕໍ່​ຄົນ
ສັກ​ທົດ​ລອງ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ຜູ້​ອາ​ສາ​ສະ​ໝັກ (ພາບ: ກະ​ຊວງ​ສາ​ທາ​ລະ​ນະ​ສຸກ)

ນີ້​ແມ່ນ​ວັກ​ຊິນ​ກັນ​ໂຄວິດ - 19 ຊະ​ນິດ​ທີ 3 ຢູ່ ຫວຽດ​ນາມ ເຊິ່ງ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ທົດ​ລອງ​ສັກ​ຕໍ່​ຄົນ. ກ່ອນ​ໜ້າ​ນັ້ນ​ແມ່ນ​ວັກ​ຊິນ Nano Covax ແລະ ວັກ​ຊິນ Nano Covivac.

ເຂົ້າ​ຮ່ວມ​ເຫດ​ການ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ເຈິ່ນ​ວັນ​ທ໊ວນ ກ່າວວ່າ: “ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ທີ່​ສຸດ ແລະ ລໍ​ຄອຍ​ການ​ຄົ້ນ​ຄ້​ວາ ​ໃຫ​້​ປະ​ສົບ​ຜົນ​ສຳ​ເລັດ​ໂດຍ​ໄວ ເພື່ອ​ຊຸກ​ຍູ້​ການ​ຜະ​ລິດ​ວັກ​ຊິນ​ພາຍ​ໃນ​ປະ​ເທດ. ເຕັກ​ໂນ​ໂລ​ຢີຂອງວັກ​ຊິນີ້ ແມ່ນເຕັກ​ໂນ​ໂລ​ຢີ mRNA ຂອງ Arcturus. ນີ້​ແມ່ນ​ເຕັກ​ໂນ​ໂລ​ຢີ​ທີ່​ຄ້າຍ​ຄື​ກັນ​ກັບ​ວັກ​ຊິນ Pfizer, ວັກ​ຊິນ Moderna ເຊິ່ງ​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ແລ້ວ. ​ພະ​ຍາ​ຍາມ​ຈະ​ໃຫ້​ສຳ​ເລັດ​ ໄລ​ຍະ​ທີ 3 ໃນ​ທ້າຍ​ປີນີ້, ຮີບ​ດ່ວນ​ກໍ່​ສ້າງ​ສຳ​ເລັດ​ໂຮງ​ງານ​ຜະ​ລິດ​ວັກ​ຊິນ ຢູ່​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ຮ່​ວາ​ລາກ. ວັກ​ຊິນນີ້​ພວມ​ໄດ້​ຮັບ​ການ​ທົດ​ລອງ​ສັກ​ຕໍ່​ຄົນ​ໄລ​ຍະ​ທີ 1 ແລະ ທີ 2 ຢູ່​ອາ​ເມ​ລິ​ກາ ແລະ ສິງ​ກະ​ໂປ, ໝາກ​ຜົນ​ເບື້ອງ​ຕົ້ນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ດີ”.

ຢູ່ ຫວຽດ​ນາມ, ການ​ຄົ້ນ​ຄ້​ວາ​ພັດ​ທະ​ນາ​ວັກ​ຊິນ ARCT-154 ໄດ້​ປະ​ຕິ​ບັດ​ທັງ 3 ໄລ​ຍະ ຕໍ່​ຜູ້​ອາ​ສາ​ສະ​ໝັກທີ່​ມີ​ອາ​ຍຸ​ແຕ່ 18 ປີ​ຂຶ້ນ​ໄປ. ໄລ​ຍະ​ທີ 1: ເລີ່ມ​ຕົ້ນ​ໃນ​ວັນ​ທີ 15 ແລະ 16 ສິງ​ຫາ​ ດ້ວຍ​ການ​ດຳ​ເນີນ​ສັກ​ເຂັມ​ທີ 1 ໃຫ້​ແກ່​ຜູ້​ອາ​ສາ​ສະ​ໝັກ 100 ຄົນ ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີ ຢູ່ ສູນ​ທົດ​ລອງ​ສັກ​ວັກ​ຊິນ​ຕໍ່​ຄົນ, ມະ​ຫາ​ວິ​ທະ​ຍາ​ໄລ​ແພດສາດ ຮ່າ​ໂນ້ຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.