ສະ​​ຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ​້ຫວັນ​ ສະ​ໜັບ​ສະ​ໜູນວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້ແຂວງ​ເລິມ​ດົ່ງ

08:00 | 09/09/2021

ຍ​ສ​ໝ - ວັນ​ທີ 6 ກັນ​ຍາ, ຄະ​ນະ​​ສະຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ້​ຫວັນ ແຂວງ ເລິມ​ດົ່ງ ໄດ້​ມາ​ສະ​ໜັບ​ສະ​ໜູນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຈຳ​ນວນ​ໜຶ່ງໃຫ້ແຂວງ​ເລິມ​ດົ່ງ ​ເພື່​ອ​ປ້ອງ​ກັນ, ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍມີ​ມູ​ນ​ຄ່າ 270 ລ້ານ​ດົ່ງ.

ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ
ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຈາກ​ແຂວງ ຢູນ​ໜານ ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຈາກ​ແຂວງ ຢູນ​ໜານ
ສະ​​ຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ​້ຫວັນ​ ສະ​ໜັບ​ສະ​ໜູນວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້ແຂວງ​ເລິມ​ດົ່ງ

ສະ​​ຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ​້ຫວັນ​ ສະ​ໜັບ​ສະ​ໜູນວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້ແຂວງ​ເລິມ​ດົ່ງ (ພາບ: baolamdong.vn)

ລາຍ​ລະ​ອຽດ​ແມ່ນ, ຄະ​ນະ​ໄດ້​ມອບຊຸດ​ກວດ​ຫາ​ເຊື້ອ​ໄວ​ຣັດ SARS-CoV-2 ໂດຍ​ໄວ 1.080 ຊຸດ ແລະ ເຄື່ອງຜະລິດ​ອົກຊີແຊນ 7 ເຄື່ອງ​ໃຫ້​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາ​ມ ຂັ້ນ​ແຂວງ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນ​ແຂວງໃຫ້​ດີ​ທີ່​ສຸດ​.

ຜູ້​ຕາງ​ໜ້າ​ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ້ຫວັນ ແຂວງ ເລິມ​ດົ່ງ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ລັດ​ຖະ​ບານ ຫວຽດ​ນາມ ແລະ ແຂວງ​ເລິມ​ດົ່ງ ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ. ນີ້​ແມ່ນ​ຂອງ​ຂວັນ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ, ນ້ຳ​ໃຈ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ພື້ນ​ຖານ​ການ​ຜະ​ລິດຂອງ ໄຕ້​ຫວັນ ​ທີ່​ພວມ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ເລິມ​ດົ່ງ. ໃນ​ໄລ​ຍະ​ຜ່ານ​ມາ ບັນ​ດາວິ​ສາ​ຫະ​ກິດ, ສະ​ມາ​ຊິກ ສະ​ມາ​ຄົມ​ໄດ້​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລ​ະ​ບາດ​ຂອງ​ແຂວງ​ເລິມ​ດົ່ງ​ຢ່າງ​ເຂັ້ມ​ງວດ, ທັງ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ການຜະ​ລິດ, ທັງ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຂັ້ມ​ງວດ, ປະ​ຕິ​ບັດ​ຕາມສານ 5 ປະ​ການ​ຂອງ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ.

ຕໍ່​ໜ້າ​ສະ​ພາບ​ການ​ສັບ​ສົນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19, ສະ​ຫະ​ພັນ​ປາດຖະໜາຈະໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ແຂວງ ແລະ ຂະ​ແໜງ​ການ​ແພດໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ບັນ​ດາ​ນັກ​ທຸ​ລະ​ກິດ, ຜູ້​ອອກ​ແຮງ​ງານ​ທີ່​ພວມ​ເຮັດ​ວຽກ ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ ໄຕ້ຫວັນ ຢູ່​ເລິມ​ດົ່ງ.

ກ່ອນ​ໜ້າ​ນັ້ນ, ສະ​ຫະ​ພັນ​ໄດ້​ຂົນ​ຂວາຍ, ອຸ​ປະ​ຖຳ, ສະ​ໜັບ​ສະ​ໜູນ ພືດຜັກ, ໝາກ​ໄມ້ໃຫ້ເຂດ​ແຍກ​ຕົວ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແຂວງ​ບິ່ງ​ເຢືອງ ວັນ​ລະ 80 ໂຕນ.

ທ່ານ ຫວໍ​ງອກ​ຮຽບ - ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແຂວງ​ເລິມ​ດົ່ງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ, ຄວາມ​ຕຶ້ນ​ຕັນ​ໃຈ ເມື່ອ​ສະ​ຫະ​ພັນນັກ​ທຸ​ລະ​ກິດ​ໄຕ້​ຫວັນ ໜູນ​ຊ່ວຍ​ທ້ອງ​ຖິ່ນໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຊ່ວຍ​ໃຫ້ເລິມ​ດົ່ງ ​ມີ​ແຫຼ່ງ​ກຳ​ລັງ​ຕື່ມ​ອີກ, ມີ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ກວດ​ຫາ​ເຊື້ອ, ປິ່ນ​ປົວ​ໃຫ້​ແກ່​ປະ​ຊາ​ຊົນ. ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແຂວງ ເລິມ​ດົ່ງ ຈະ​ລາຍ​ງານ, ສະ​ເໜີ​ໃຫ້​ແຂວງ, ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ທັນ​ການ ເພື່ອ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ ແລະ ຄວາມ​ປອດ​ໄພ​ດ້ານ​ສຸ​ຂ​ະ​ພາບໃຫ້​ແກ່​ວິ​ສາ​ຫະ​ກິດ, ຜູ້​ອອກ​ແຮງ​ງານ​ຕ່າງ​ປະ​ເທດ ໃນ​ນັ້ນ​ມີ ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ້​ຫວັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.