ບັນ​ດາ​ວຽ​ກ​ຄວນ​ທຳ​ໃນ​ວັນ​ເພັງ​ເດືອນ 7

16:15 | 19/08/2021

ຍ​ສ​ໝ - ໃນ​ວັນ​ເພັງ​ເດືອນ 7 ຄວນ​ເຮັດ​ຫຍັງ? ນອກ​ຈາກວຽກ​ງານ​ກະ​ກຽມ​ເຄື່ອງ​ຂອງ​ບູ​ຊາ​ແລ້ວ ຕ້ອງ​ເຮັດ​ຫຍັງ​ໃນ​ວັນ​ນີ້?

ບູ​ຊາ​ວັນ​ເພັງ​ເດືອນ 7: ສິ່ງ​ສຳ​ຄັນ​ແມ່ນ​ພິ​ທີ​ກິນ​ເຈ ບູ​ຊາ​ວັນ​ເພັງ​ເດືອນ 7: ສິ່ງ​ສຳ​ຄັນ​ແມ່ນ​ພິ​ທີ​ກິນ​ເຈ
ການຂົນສົ່ງສິນຄ້າຈາກຫວຽດນາມຜ່ານຈີນໄປຍັງເອີຣົບ ແມ່ນໄວກວ່າການຂົນ​ສົ່ງທາງທະເລ 7 ວັນ ການຂົນສົ່ງສິນຄ້າຈາກຫວຽດນາມຜ່ານຈີນໄປຍັງເອີຣົບ ແມ່ນໄວກວ່າການຂົນ​ສົ່ງທາງທະເລ 7 ວັນ
ບັນ​ດາ​ວຽ​ກ​ຄວນ​ທຳ​ໃນ​ວັນ​ເພັງ​ເດືອນ 7
ພາບ​ປະ​ກອບ

ໄປ​ທີ່ທາດອັດຖິຂອງພີ່ນ້ອງໃນຄອບຄົວ

ຄວນ​ສັບ​ຊ້ອນ​ເວ​ລາ ເພື່ອ​ໄປໄຫວ້​ທາດ​ອັດ​ຖິຂອງ​ພີ່​ນ້ອງ​ໃນ​ຄ​ອບ​ຄົວ ຢູ່​ເຂດ​ສຸ​ສານ ຫຼື​ ຢູ່​ໃນ​ວັດ, ສະ​ຖານ​ທີ່​ເກັບ​ຮັກ​ສາ​ອັດ​ຖິ​.

ກະ​ກຽມ​ອາ​ຫານ​ເຈ​ເພື່ອບູ​ຊາ​. ເດືອນ 7 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ຄວນຫຼີກ​ລ້ຽງ​ການ​ຂ້າ​ສັດ. ເພາະ​ສະ​ນັ້ນ​, ໃນ​ພາ​ເຂົ້າ​ບູ​ຊາ​ວັນ​ເພັງ ແມ່​ນ​​ແຕ່ງ​ຂອງ​ກິນ​ເຈ. ເມື່ອ​ປຸງ​ແຕ່ງ​ຄວນໃຊ້​ນ້ຳ​ມັນ​ພຶດ.

ຫວ່ານ​ເຂົ້າ​ສານ, ເກືອ ​ບູ​ຊາໃຫ້ຜູ້ທີ່​ລ່ວງ​ລັບ​ໄປ​ແລ​້ວ

ຄວນ​ຫວ່ານເຂົ້າ​ສານ, ເກືອ​ ບູ​ຊາ​ໃຫ້​ແກ່​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ. ຕາມ​ປົກ​ກ​ປະ​ຕິ, ເຈົ້າ​ຂອງ​ເຮືອນ​ມັກ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ, ບູ​ຊາ​ບັນ​ພະ​ບຸ​ລຸດ, ເທວະ​ນາ​ໃນ​ຄອບ​ຄົວ. ແຕ່​ວັນ​ເພັງ​ເດືອນ​ 7 ຕ້ອງ​ບູ​ຊາໃຫ​້ດວງວິນ​ຍານຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ ​ທັງຢູ່ໜ້າ​ເຮືອນ ຫຼື ​ດວງວິນ​ຍານ​ທີ່​ບໍ່​ມີ​ຍາດ​ພີ່​ນ້ອງ.

ເອົາ​ໃຈ​ໃສ່​ຢຶ້​ຢາມ​ຖາມ​ຂ່າວ​ພໍ່​ແມ່

ຈົ່ງ​ສະ​ຫງວນ​ເວ​ລາ​ເອົາ​ໃຈ​ໃສ່, ຢຶ້​ຢາມ​ຖາມ​ຂ່າວ​ພໍ່​ແມ່​ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ. ຈົ່ງ​​ພະ​ຍາ​ຍາມ​ກັບ​ບ້ານ ແລະ ກິນ​ເຂົ້າ​ນຳ​ພວກ​ເຂົາ.

ກິນ​ເຈ, ໄຫວ້​ພະ​ສວດ​ມົນ, ພາ​ວະ​ນາ​ຂໍ​ຄວາມ​ສະ​ຫງົບ​ສຸກ​ໃຫ້​ແກ່​ບັນ​ພະ​ບຸ​ລຸດ, ປູ່​່ຍ່າ​ຕາ​ຍາຍ, ພໍ່​ແມ່

​ການກິນ​ເຈ​ຊ່ວຍ​ໃຫ້​ມະ​ນຸດ ຮູ້​ສຶກ​ສະ​ບາຍ​ໃຈ, ບໍ່​​ຂ້າສັດ​ຕັດ​ຊີ​ສິດ ແລະ ກັບ​ຄືນ​ສູ່​ຕົວ​ຕົນແທ້​ຈິງ​ຂອງ​ຕົນ​ເອງ. ຈົ່ງ​ກິນ​ເຈ ແລະ ພາ​ວະ​ນາ​ຂໍ​ໃຫ້​ຄອບ​ຄົວ ແລະ ຕົນ​ເອງ​ມີ​ຄວາມ​ສະ​ຫງົບ​ສຸກ​, ​ມ່ວນ​ຊື່ນ, ມີ​ສຸ​ຂະ​ພາບ​ແຂງ​ແຮງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.