FIFA ຍ້ອງ​ຍໍ​ທິມ​ຊາດ​ບານ​ເຕະ​ຫວຽດ​ນາມ ທີ່ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ World Cup 2022 ດ້ວຍຄວາມຕັດສິນໃຈຢ່າງ​ອົງ​ອາດ​ກ້າ​ຫານ

06:30 | 12/09/2021

ຍ​ສ​ໝ - ທິມຫວຽດ​ນາມ ໂດຍ​ເປັນ​ຄັ້ງ​ທຳ​ອິດທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ຮອບ​ຄັດ​ເລືອກ​ທີ 3 ຂອງ World Cup 2022, ຕ້ອງ​ປະ​ເຊີ​ນໜ້າ​ກັບ​ຄວາມ​ຈິງ​ ດ້ວຍ​ການ​ປະ​ລະ​ໄຊ 2 ຄັ້ງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ນັກ​ເຕະ​ບານ​ຂອງ​ຄູ​ຝຶກ Park Hang-seo ກໍ່ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນດ້ວຍຄວາມຕັດສິນໃຈ​ຢ່າງ​ອົງ​ອາດ​ກ້າ​ຫານ...

ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022 ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022
ຫວຽດນາມ ຊະນະ ອິນໂດເນເຊຍ 4-0 ປະຕູ ຢູ່ຮອບຄັດເລືອກ World Cup 2022 ຫວຽດນາມ ຊະນະ ອິນໂດເນເຊຍ 4-0 ປະຕູ ຢູ່ຮອບຄັດເລືອກ World Cup 2022
FIFA ຍ້ອງ​ຍໍ​ທິມ​ຊາດ​ບານ​ເຕະ​ຫວຽດ​ນາມ ທີ່ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ World Cup 2022 ດ້ວຍຄວາມຕັດສິນໃຈຢ່າງ​ອົງ​ອາດ​ກ້າ​ຫານ
ພາບ​ປະ​ກອບ: vietnamnet

ວັ​ນ​ທີ 8 ກັນ​ຍາ, ເວັບ​ໄຊ​ຂອງ​ະ​ຫະ​ພັນ​ບານ​ເຕະ​ໂລກ (FIFA) ໄດ້​ລົງ​ບົດ​ຂຽນທີ່​ສະຫຼຸບ​ຮອບ​ຄັດ​ເລືອກ​ທີ 3 ຂອງ World Cup 2022 ຢູ່​ພາກ​ພື້ນ ອາ​ຊີ. ທິມ​ບານ​ເຕະ​ຫວຽດ​ນາມ ໄດ້​ຮັບ​ຄຳ​ຍ້ອງ​ຍໍ​ ເມື່ອ FIFA ໄດ້​ຕີ​ລາ​ຄາ​ວ່າ ລູກ​ຍິງ​ປະ​ຕູ​ຂອງ​ນັກ​ເຕະ ຫງວຽນ​ກ໋​ວາງ​ຫາຍ​ ແມ່ນ​ໜຶ່ງ​ໃນ​ບັນ​ດາຮູບ​ພາບ​ທີ່​ເປັນ​ໜ້າ​ຈົດ​ຈຳ​ທີ່​ສຸດ​ໃນ​ຮອບ​ຄັດ​ເລືອກ​ທີ 3 ຢູ່ World Cup 2022.

ເວັບ​ໄຊ​ຂອງ FIFA ໄດ້ຂຽນ​ວ່າ: ທິມຫວຽດ​ນາມ ໂດຍ​ເປັນ​ຄັ້ງ​ທຳ​ອິດທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢູ່​ຮອບ​ຄັດ​ເລືອກ​ທີ 3 ຂອງ World Cup 2022 ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຈິງ​ ດ້ວຍ​ການ​ປະ​ລະ​ໄຊ 2 ຄັ້ງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ນັກ​ເຕະ​ບານ​ຂອງ​ຄູ​ຝຶກ Park Hang-seo ກໍ່ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ດ້ວຍຄວາມຕັດສິນໃຈຢ່າງ​ອົງ​ອາດ​ກ້າ​ຫານ.

ຫວຽດ​ນາມ ໄດ້​ຍິງ​ເຂົ້າ​ປະ​ຕູ​ກ່ອນ​ທິມ​ຊາດ ອາ​ຣັບ​ບິ ຊາ​ອຸ​ດິ ໂດຍ​ນັກ​ບານ​ເຕະ​ ຫງວຽນ​ກວາງ​ຫ໋າຍ ​ຍິງ​ເຂົ້າ. ນີ້​ແມ່ນ​ລູກທີ່​ເຂົ້າ​ປະ​ຕູ​ໄວ​ທີ່​ສຸດ​ໃນ​ບັນ​ດາ​ນັດ​ແຂ່ງ​ຂັນ​ທຳ​ອິດນີ້. ຫຼັງ​ຈາກ​ນັ້ນ, ທິມ​ຊາດ​ຫວຽດ​ນາມ ໄດ້ສ້າງ​ຄວາມ​ຫຍຸ້ງ​ຍາກ​ດ້ານຄະແນນໃຫ້​ແກ່​ທິມ​ອົດ​ສະ​ຕາ​ລີ​ໃນ​ສະ​ໜາມ​ກິ​ລາ ໝີ​ດິ່ງ, ຮ່າ​ໂນ້ຍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.