ເຝີ​ຫວຽດ​ນາມ ​ໃນ​ສາຍ​ຕາ​ຂອງ ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ

11:30 | 16/09/2021

ຍ​ສ​ໝ - ວາ​ລະ​ສານ​ການ​ທ່ອງ​ທ່ຽວ ລັດ​ເຊຍ​ ຖື​ວ່າ ເຝີ​ຫວຽດ​ນາມ ມີ​ຜົນ​ສະທ້ອນມາ​ຈາກ​ຝ​ລັ່ງ ແລະ ແມ່ນ​ເຍື່ອງ​ອາ​ຫານ​ທີ່​ມີ​ລາ​ຄາ​ຖືກ ພັດ​ໄດ້​ຮັບ​ການບໍລິການ​ຢ່າງ​ສຸດ​ໃຈ.

ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19
ສາວ​ລັດ​ເຊຍ​ຖ່​າຍ​ຮູບ​ກ່ຽວ​ກັບ​ລຸງ​ໂຮ່ ສາວ​ລັດ​ເຊຍ​ຖ່​າຍ​ຮູບ​ກ່ຽວ​ກັບ​ລຸງ​ໂຮ່
ເຝີ​ຫວຽດ​ນາມ ​ໃນ​ສາຍ​ຕາ​ຂອງ ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ
ເຝີ​ງົວ​ຫວຽດ​ນາມ (ພາບ: Grigory Polyakovsky)

ວາ​ລະ​ສານ​ການ​ທ່ອງ​ທ່ຽວ Vokrug Sveta ຂອງ ລັດ​ເຊຍ ໂດຍ​ເປັນ​ວາ​ລະ​ສານທີ່​ໄດ້​ຂຽນ​ບົດສະ​ເພາະ​ກ່ຽວ​ກັບ​ການ​ລົ​ງ​ພຶດ​ຕິ​ກຳ​ຕົວ​ຈິງ​ການ​ຄົ້​ນ​ຫາ​ອາ​ຫານ​ການ​ກິນ, ວັດ​ທະ​ນະ​ທຳ​ໃນ​ທົ່ວ​ໂລກ ຫາ​ກໍ່​ລົງ​ບົດ​ຂຽນ​ກ່ຽວ​ກັບ​ເຝີ​ຫວຽດ​ນາມ ໃນ​ສາຍ​ຕາ​ຂອງ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ: ຍາມ​ຮຸ່ງ​ເຊົ້າ​, ບົນ​ຖະ​ໜົນ​ຫົນ​ທາງ​ຢູ່​ຮ່າ​ໂນ້ຍ, ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ​ຮູ້​ສຶກ​ແປກ​ປະຫຼາດ​ໃຈ​ເມື່ອ​ມີຄົນ​ຕໍ່ຄິວ​ເປັນແຖວ​ຢູ່​ຕໍ່​ໜ້າ​ບັນ​ດາ​ຮ້ານ​ອາ​ຫານ​ຢູ່​ແຄມ​ຖະ​ໜົນ. ຢູ່​ລັດ​ເຊຍ, ເຂົາ​ເຈົ້າ​ມັກ​​ຕໍ່ຄິວເປັນ​ແຖວ​ເພື່ອ​ຊື້​ກາ​ເຟ ແຕ່​ຢູ່ ຫວຽດ​ນາມ ປະ​ຊາ​ຊົນ​ໄດ້ນັ່ງ​ຢູ່​ກັບ​ທີ່​ເພື່ອ​ກິນ​ເຍື່ອງ​ອາ​ຫານ​ທີ່​ແຊບ​ໆ. ນັ້ນ​ແມ່ນ​ເຝີ​ງົວ ໂດຍ​ແມ່ນ​ເຍື່ອງ​ອາ​ຫານທີ່​ໄດ້​ປຸງ​ແຕ່ງ​ຈາກ ເສັ້ນ​ເຝີ, ຊີ້ນ​ງົວ​ຊອຍ ແລະ ຜັກ​ຫອມຫຼາຍ​ຊະ​ນິດ. ຊາວ​ຫວຽດ​ນາມ ມີຄວາມເຊື່ອວ່າ ເຍື່ອງ​ອາ​ຫານນີ້​ຈະ​ນຳ​ມາ​ເຊິ່ງ​ພະ​ລັງ​ງານຂອງ​ໜຶ່ງ​ວັນ.

ວາ​ລະ​ສານ​ການ​ທ່ອງ​ທ່ຽວ​ລັດ​ເຊຍ​ໄດ້​ຕັ້ງສົມມຸດຖານວ່າ ຊາວ​ຝ​ລັ່ງ​ໄດ້​ມາ​ຫວຽດ​ນາມ ແລ້​ວສອນ​ວິ​ທີ​ການ​ປຸງ​ແຕ່ງ​ນ້ຳແກງຊີ້ນ​ງົວໃຫ້​ຫວຽດ​ນາມ, ໂດຍ​ກ່ອນ​ນັ້ນ ຊາວ​ຫວຽດ​ນາມ ບໍ່​ກິນ​ຊີ້ນ​ງົວຫຼາຍ. ນັກ​ປະ​ຫວັດ​ສາດ​ບາງ​ທ່ານ​ຖື​ວ່າ ເຝີ​ອາດ​ຈະ​ເລີ່ມ​ມາ​ຈາກ​ຄຳ​ໜຶ່ງ​ຂອງ​ພາ​ສາ​ຝ​ລັ່ງ ນັ້ນແມ່ນ “feu”, ໝາຍ​ຄວາມ​ວ່າ “ໄຟ”.

ຕາມ Vokrug Sveta ແລ້ວ, ເຍື່ອງ​ອາ​ຫ​ານ​ເຝີ ​ເລີ່ມປະກົດມີ​ຢູ່​ພາກ​ເໜືອ ໃນ​ທ້າຍສະ​ຕະ​ວັດ​ທີ 21, ໄດ້​ປຸງ​ແຕ່ງ​ຄັ້ງ​ທຳ​ອິດ​ຢູ່​ນາມ​ດິງ ແລະ ໄດ້​ຂາຍ​ໂດຍ​ບັນ​ດາ​ຜູ້​ຂາຍ​ຕາມ​ຖະ​ໜົນ. ໃນ​ສະ​ຕະ​ວັດ​ທີ 20, ໜຶ່ງ​ໃນ​ບັນ​ດາ​ຜູ້​ຂາຍ​ຕາມ​ຖະ​ໜົນນີ້ ຍ້າຍ​ໄປ​ຍັງ​ຮ່າ​ໂນ້ຍ ແລະ ເຍື່ອງ​ອາ​ຫານເຝີຈິ່ງ​ໄດ້​ຮັບ​ການ​ເຜີຍ​ແຜ່​ໃນ​ວົງ​ກ້​ວາງ​ໂດຍ​ໄວ.

ໃນ​ໄລ​ຍະ​ຍາວ, ນ້ຳ​ແກງ​ເຝີ​ໄດ້​ປຸງ​ແຕ່ງ​ຈາກ​ຊິ້ນ​ງົວ ແຕ່​ຮອດ​ປີ 1939, ມີ​ເຝີ​ຊະ​ນິດ​ໃໝ່​ໄດ້​ປະກົດ​ຂຶ້ນ​ນັ້ນ​ແມ່ນ​ເຝີ​ໄກ່. ໃນ​ຂະ​ນະ ນ້ຳ​ແກງ​ເຝີ​ງົວ​ອາດ​ຈະ​ເສຍ​ເວ​ລາ​ຕົ້ມ​​ເຖິງ 8 ຊົ່ວ​ໂມງ​ເພື່ອ​ຕົ້ມ​​ໝໍ​້ນ້ຳ​ແກງ​ທີ່​ມີ​ຄຸນ​ນະ​ພາບ ແຕ່ເຝີ​ໄກ່​ພັດ​ແຕ່ງ​ກິນ​ຢ່າງ​ງາຍ​ດາຍ​ກ່​ວາ ແລະ ເສຍ​ເວ​ລາ​ພຽງ​ແຕ່ 1 ຊົ່ວ​ໂມງ​ເພື່ອ​ຕົ້ມ​ນ້ຳ​ແກງ. ເພ​າ​ະ​ສະ​ນັ້ນ, ເຝີ​ໄກ່​ກວມ​ເອົາ​ຕະຫຼາດ​ໂດຍ​ໄວ ແລະ ກາຍ​ເປັນ​ຄູ່​ແຂ່ງ​ທີ່​ແຂງ​ແຮງ​ຂອງ​ເຝີ​ງົວ.

ຕາມ​ຄວາມ​ຮູ້​ສຶກ​ຂ​ອງ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍແລ້ວ, ຊາວ​ຫວຽດ​ນາມ ບໍ່​ມັກ​ແຕ່ງ​ກິນ​ຢູ່​ບ້ານ ແລະ ມັນ​ໄປ​ກິນ​ຢູ່​ບັນ​ດາ​ຮ້ານ​ເຂົ້າຢູ່​ແຄມ​ຖະ​ໜົນ, ຍ້ອນ​ລາ​ຄາ​ຖືກ ແລະ ໄດ້​ຮັບ​ການບໍລິການ​ຢ່າງ​ສຸດ​ໃຈ. ເຂົາ​ເຈົ້າກໍ່​ເຊື່ອ​ວ່າ ເຝີ​ງົວ​ແຊບ​ທີ່​ສຸດ​ແມ່ນ​ຢູ່​ຮ່າ​ໂນ້ຍ.

Vokrug Sveta ກໍ່​ໄດ້​ໃຫ້​ຄຳ​ແນະ​ນຳໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່ມາ​ຢ້ຽມ​ຢາມ ຫວຽດ​ນາມ ແມ່ນຈົ່ງ​ເລືອກ​ເອົາ​ຮ້ານ​ອາ​ຫານ​ທີ່ຂາຍ​ສະເພາະ​ແຕ່​ເຝີ​ງົວ, ບໍ່​ຂາຍ​ບັນ​ດາ​ເຍື່ອງ​ອາ​ຫານ​ຕ່າງໆນຳ: “ພຽງແຕ່ນັ່ງ​ລົງ​ໂຕະ​ໜຶ່ງ ທີ່​ໄດ້​ວາງ​ບົນ​ຖະ​ໜົນ, ຫຼັງ​ຈາກ​ນັ້ນ ໜຶ່ງນາທີ ເພື່ອນ​ກໍ່ຈະ​ໄດ້​ຮັບ​ປະ​ທານ​ຖ້ວຍ​ເຝີ​ທີ່​ດູດ​ດື່ມ​ໃຈທີ່ພວມກະ​ຈາຍ​ກິ່ນ​ຫອມ​ໄປ​ທົ່ວ​. ສິ່ງ​ພິ​ເສດ, ເຍື່ອງ​ອາ​ຫານ​ດັ່ງ​ກ່າວ​ມີ​ລາ​ຄາ​ພຽງ​ແຕ່ 30.000 ດົ່ງ”. ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ​ກໍ່​ຖື​ວ່າ ສຳ​ລັບ​ຊາວ​ຫວຽດ​ນາມ, ເຝີ​ແມ່ນ​ເຍື່ອງ​ອາ​ຫານ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ສັກ​ກະ​ລະ​ບູ​ຊາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.