ຍສໝ - ຫວ່ສງແລ້ວນີ້, ສະຫາຍ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ໄດ້ມີການເຈລະຈາທາງໄກ ກັບສະຫາຍ ຊູຈຽງ ປະທານສານປະຊາຊົນສູງສຸດ ຈີນ.
ຍສໝ - ມາຮອດເວລາ 11 ໂມງຂອງວັນທີ 24 ທັນວາ 2021, ມີ 320 ລະຫັດຜະລິດຕະພັນຂອງວິສາຫະກິດຫວຽດນາມ ໄດ້ຮັບໃບອະນຸຍາດສົ່ງອອກໄປຍັງຕະຫຼາດຈີນ.
ຍສໝ - ໂດຍກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19, ຝ່າຍຈີນ ໄດ້ປະກາດຢຸດຕິການນຳສົ່ງສິນຄ້າຜ່ານແດນ ຜ່ານບັນດາດ່ານຊາຍແດນ ຂອງ ນະຄອນ ມອງກ໊າຍ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຫາ, ປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ເມືື່ອບໍ່ດົນມານີ້, ມະຫາວິທະຍາໄລຮ່າໂນ້ຍ ສົມທົບກັບສູນຮ່ວມມືແລກປ່ຽນພາສາລະຫວ່າງຈີນ ແລະ ຕ່າງປະເທດ (ກະຊວງສຶກສາຈີນ) ແລະ ມະຫາວິທະຍາໄລສ້າງຄູກວາງຊີ (ຈີນ) ໄດ້ຈັດຕັ້ງກອງປະຊຸມວິທະຍາສາດສາກົນ “ການສຶກສາພາສາຈີນສາກົນໃນຍຸກສະໄໝໃໝ່".
ຍສໝ - ຫວ່າງແລ້ວນີ້, ກົມປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດໃຫ້ຮູ້ວ່າ: ໜ່ວຍງານໄດ້ສົ່ງເອກະສານໄປຍັງພະແນກກະສິກໍາ ແລະພັດທະນາຊົນນະບົດແຂວງ, ນະຄອນສັງກັດສູນກາງ; ສະຫະສະມາຄົມຜັກ ແລະໝາກໄມ້ ຫວຽດນາມ; ສະຫະສະມາຄົມປຸງແຕ່ງ ແລະສົ່ງອອກສິນໃນນໍ້າຫວຽດນາມ ກ່ຽວກັບການສົມທົບກັນດັດສົມການສົ່ງອອກຜະລິດຕະພັນກະເສດ ແລະສິນໃນນໍ້າ ໄປຍັງຈີນ.
ຍສໝ - ວິສາຫະກິດການຜະລິດຂອງຕ່າງປະເທດທີ່ສົ່ງອອກສະບຽງອາຫານເຂົ້າປະເທດຈີນ ຕ້ອງຍື່ນເອກະສານຈົດທະບຽນວິສະຫະກິດຜ່ານລະບົບລົງທະບຽນ
ຍສໝ - ລົດຄອນເທນເນີ ກວ່າ 1.000 ຄັນ, ໃນນັ້ນມີລົດຄອນເທນເນີຜະລິດຕະພັນກະເສດຫຼາຍຮ້ອຍຄັນຖືກຕິດຄ້າງຢູ່ບໍລິເວນດ່ານສາກົນມ໊ອງກ໋າຍ (ແຂວງກວ໋າງນິງ-ຫວຽດນາມ) ຍ້ອນຝ່າຍຈີນ ພວມສຸມໃສ່ສະກັດກັ້ນ ແລະຕ້ານພະຍາດສຳລັບຜູ້ເຂົ້າເມືອງເພື່ອກັບຄືນປະເທດໃນວັນບຸນປີໃໝ່.
ຍສໝ - ຈີນຍັງແມ່ນຕະຫຼາດໃຫຍ່ ແລະ ສຳຄັນຂອງຫວຽດນາມ. ຈີນມີທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດກັບຫວຽດນາມ, ມີຕະຫລາດພາຍໃນປະເທດທີ່ກ້ວາງໃຫຍ່ ແລະ ກຳລັງດ້ານເສດຖະກິດອັນໃຫຍ່ຫຼວງ, ສະນັ້ນ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃຫ້ແກ່ວິສາຫະກິດຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 10 ທັນວາ, ການຝຶກຊ້ອມດ້ານເສນາຮັກ ລະຫວ່າງກອງທັບຫວຽດນາມ ແລະ ຈີນ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນມ໊ອງກ໊າຍ, ແຂວງກວາງນິງ.
ຍສໝ - ທ່າກ່ຳປັ່ນທາງພາກໃຕ້ຂອງຈີນຈະປິດເປັນເວລາ 6 ອາທິດໃນໄລຍະບຸນປີໃໝ່ປະຈຳຊາດຈີນປີ 2022 ເພື່ອແຍກປ່ຽວບັນດາລູກເຮືອ. ສະນັ້ນ, ຄວາມກົດດັນຕໍ່ການສົ່ງອອກຜະລິດຕະພັນກະສິກຳຈະຖືກສຸມຢູ່ດ່ານຊາຍແດນທາງບົກ. ຄາດວ່າຈະແກ່ຍາວເວລາດົນກວ່າເກົ່າ.
ຍສໝ - ວັນທີ 8 ທັນວານີ້, ກະຊວງການຕ່າງປະເທດ ແລະ ບາງທ້ອງຖິ່ນຂອງຫວຽດນາມໄດ້ສົມທົບກັບກະຊວງການຕ່າງປະເທດຈີນ, ສະຖານທູດຈີນປະຈຳຫວຽດນາມ ແລະ ອຳນາດການປົກຄອງແຂວງຢຸນນານ ຈັດກອງປະຊຸມສຳມະນາແລກປ່ຽນປະສົບການໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນທຸກຍາກ ຫວຽດນາມ-ຈີນ ໃນຮູບແບບທາງໄກ.
ຍສໝ - ຕາມກົມປູກຝັງຫວຽດນາມ ແລ້ວ, ຄາດວ່າ ທ້າຍປີນີ້ ຫຼື ປີ 2022, ຈີນຈະນຳໃຊ້ມາດຕະການກວດກາແບບທາງໄກສຳລັບຜັກໝາກໄມ້ 3 ຊະນິດນັ້ນແມ່ນ: ມັນຕົ້ນ, ໝາກກ້ຽງ, ຖົ່ວລຽນ, ພ້ອມທັງອາດຈະພິຈາລະນານຳເຂົ້າໝາກໜອດ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທ່ານ ດັ້ງຊວນຟອງ, ເລຂາຄະນະພັກແຂວງລາວກາຍ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາ ຄຸນໝິງ (ຈີນ) ແລະ ການນໍາຂອງກຸ່ມບໍລິສັດ Sunwah.
ຍສໝ - ສະມາຄົມຜັກ ແລະ ໝາກໄມ້ຫວຽດນາມ ເນັ້ນໜັກວ່າ: ຂໍ້ມູນທີ່ໜັງສືພິມບາງສະບັບ ລົງພິມວ່າ ຈີນຢຸດການນຳເຂົ້າຜັກ ແລະ ໝາກໄມ້ຂອງຫວຽດນາມ ເປັນເວລາ 6 ອາທິດ ແມ່ນບໍ່ຖືກຕ້ອງ.
ຍສໝ - ຕອນບ່າຍວັນທີ 7 ທັນວາ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງລອງອານ ໄດ້ຈັດຕັ້ງພິທີມອບຮັບເງິນບໍລິຈາກຊ່ວຍເຫຼືອຜູ້ທຸກຍາກ ແລະ ກອງທຶນເດັກ ຈາກສະມາຄົມນັກທຸລະກິດຈີນ ສາຂານະຄອນໂຮ່ຈີມິນ ແລະ ບັນດາວິສາຫະກິດຈີນ ຢູ່ລອງອານ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານກຳມະການແຫ່ງລັດ, ລັດຖະມົນຕີກະຊວງຕ່າງປະເທດຈີນ ຫວາງອີ ; ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເດີນທາງມາຢ້ຽມຢາມສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການແຕ່ວັນທີ 3-4 ທັນວາ 2021.
ຍສໝ - ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງບົດບາດ, ການປະກອບສ່ວນຂອງຈີນ ໃນການໜູນຊ່ວຍບັນດາປະເທດຮັບມືກັບໂລກລະບາດໂຄວິດ - 19, ໃນນັ້ນມີ ຫວຽດນາມ.
ຍສໝ - ທ່ານ Wang Wenbin ໂຄສົກກະຊວງການຕ່າງປະເທດຈີນ ຢືນຢັນວ່າ: ຫວຽດນາມ, ມາເລເຊຍ, ກຳປູເຈຍ ແລະ ອິນໂດເນເຊຍ ແມ່ນສະມາຊິກສຳຄັນຂອງອາຊຽນ, ແມ່ນປະເທດບ້ານໃກ້ເຮືອນຄຽງມິດຕະພາບທີ່ສຳຄັນຂອງຈີນ, ຍາມໃດກໍ່ຖືເປັນສຳຄັນການພົວພັນຕ່າງປະເທດກັບບັນດາປະເທດອາຊຽນ ໃນນະໂຍບາຍການຕ່າງປະເທດຂອງຕົນ.
ຍາໝ - ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢືນຢັນວ່າ ການພົວພັນ ຫວຽດນາມ - ຈີນ ແມ່ນໝັ້ນຄົງ ແລະ ດີງາມ, ຕອບສະໜອງຄວາມມຸ່ງມາດປາດຖະໜາລວມ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ 2 ປະເທດ.
ຍສໝ - ຫວຽດນາມ ແລະ ຈີນ ຫາກໍ່ສິ້ນສຸດການເຈລະຈາ ຮອບທີ 15 ກຸ່ມວຽກງານກ່ຽວກັບເຂດນ່ານທະເລນອກອ່າວພາກເໜືອ ແລະ ຮອບທີ 12 ກຸ່ມວຽກງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາຢູ່ທະເລ, ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນສອງປະເທດ, ການແກ້ໄຂບັນຫາຢູ່ທະເລມີຢ່່າງມີສົມເຫດສົມຜົນ...