ຂໍ້ກຳນົດໃໝ່ສຳລັບວິສາຫະກິດສົ່ງອອກສະບຽງອາຫານເຂົ້າປະເທດຈີນ

06:45 | 16/12/2021

ຍ​ສ​ໝ - ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ຂອງ​ຕ່າງ​ປະ​ເທດ​ທີ່​ສົ່ງ​ອອກ​ສະ​ບຽງ​ອາ​ຫານ​ເຂົ້າ​ປະ​ເທດຈີນ ຕ້ອງ​ຍື່ນ​ເອ​ກະ​ສານ​ຈົດ​ທະ​ບຽນ​ວິ​ສະ​ຫະ​ກິດ​ຜ່ານ​ລະ​ບົບ​ລົງ​ທະ​ບຽນ

ຈີນ​ຮັດ​ແໜ້ນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ​ຕ້ອງ​ໃສ່ໃຈ 11 ຈຸດ ຈີນ​ຮັດ​ແໜ້ນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ​ຕ້ອງ​ໃສ່ໃຈ 11 ຈຸດ
​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ
ຂໍ້ກຳນົດໃໝ່ສຳລັບວິສາຫະກິດສົ່ງອອກສະບຽງອາຫານເຂົ້າປະເທດຈີນ
ພາບປະກອບ: kinhtedothi.vn

ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ຂອງ​ຕ່າງ​ປະ​ເທດ​ທີ່​ສົ່ງ​ອອກ​ສະ​ບຽງ​ອາ​ຫານ​ເຂົ້າ​ປະ​ເທດຈີນ ຕ້ອງ​ຍື່ນ​ເອ​ກະ​ສານ​ຈົດ​ທະ​ບຽນ​ວິ​ສະ​ຫະ​ກິດ​ຜ່ານ​ລະ​ບົບ​ລົງ​ທະ​ບຽນ.

ກົມ​ໃຫຍ່​ພາ​ສີ ສ​ປ. ຈີນ ໃຫ້​ຂໍ້​ມູນ: ຍົກ​ເວັ້ນ​ກໍ​ລະ​ນີ​ທີ່​ມີ​ການ​ຕົກ​ລົງ​ສະ​ເພາະ​ລະ​ຫວ່າງ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຂອງ​ຫວຽດ​ນາມ ກັບ​ກົມ​ໃຫຍ່​ພາ​ສີ ສ​ປ. ຈີນ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​ສົ່ງ​ອອກ​ສະ​ບຽບ​ອາ​ຫານ​ເຂົ້າ​ປະ​ເທດ​ຈີນ ຕ້ອງ​ຍື່ນ​ເອ​ກະ​ສານ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ​ໂດຍ​ຜ່ານ​ລະ​ບົບ​ຄຸ້ມ​ຄອງ​ການ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ຂອງ​ຕ່າງ​ປະ​ເທດ​ທີ່​ສົ່ງ​ອອກ​ສະ​ບຽງ​ອາ​ຫານ (ເອີ້ນ​ຫຍໍ້​ວ່າ ລະ​ບົບ​ຈົດ​ທະ​ບຽນ).

ລະ​ບົບ​ປະ​ກອບ​ດ້ວຍ website: http://cifer.singlewindow.cn/ ຫຼື ປະ​ຕູ​ຂໍ້​ມູນ​ການ​ຄ້າ​ສາ​ກົນ​ປະ​ຕູ​ດຽວ​ຂອງ​ປະ​ເທດ​ຈີນ http://singlewindow.cn/.

ຕາມ​ຂໍ້​ກຳ​ນົດ​ໃໝ່​ນີ້, ນັບ​ແຕ່​ວັນ​ທີ 1/1/2022 ບັນ​ດາ​ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ສະ​ບຽງອາ​ຫານນຳ​ເຂົ້າປະ​ເທດ​ຈີນ​ທີ່​ໄດ້​ຈົດ​ທະ​ບຽນ ຕ້ອງ​ພິມ​ລະ​ຫັດ​ທີ່​ກົມ​ໃຫຍ່​ພາ​ສີ ສ​ປ. ຈີນ ອອກ​ໃຫ້ ຫຼື ລະ​ຫັດ​ທີ່​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຂອງ​ຫວຽດ​ນາມ​ອອກ​ໃຫ້.

ສຳລັບ 4 ປະ​ເພດ​ຜະ​ລິດ​ຕະ​ພັນ ປະ​ກອບ​ມີ: ຊີ້ນ ແລະ ຜະ​ລິດ​ຕະ​ພັນ​ຕ່າງໆ​ຈາກ​ຊີ້ນ, ອາ​ຫານ​ທະ​ເລ, ຜະ​ລິດ​ຕະ​ພັນ​ນົມ, ເຂົ້າ​ໂອດ ແລະ ຜະ​ລິດ​ຕະ​ພັນ​ຈາກ​ເຂົ້າ​ໂອດ, ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ໄດ້​ລົງ​ທະ​ບຽນ​ນັ້ນ ການ​ຈົດ​ທະ​ບຽນ​ສະ​ສືບ​ຕໍ່​ມີ​ຜົນ​ສັກ​ສິດ​ຕາມ​ກຳ​ນົດ​ເວ​ລາ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

ກ່ອນ​ວັນ​ທີ 1/1/2022, ການ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ​ທີ່ນອນ​ໃນ 4 ປະ​ເພດ​ສະ​ບຽງ​ອາ​ຫານ​ນີ້, ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ທາງ​ຫວຽດ​ນາມ​ຈົດ​ທະ​ບຽນ​ຕາມ​ວິ​ທີ​ການ​ປະ​ຕິ​ບັດ​ໃນ​ປັດ​ຈຸ​ບັນ (ຕາມ​ການ​ຕົກ​ລົງ​ທີ່​ມີ​ແລ້ວ) ຫຼື ໂດຍ​ຜ່ານ​ລະ​ບົບ​ຈົດ​ທະ​ບຽນ​ເພື່ອ​ຍື່ນ​ເອ​ກະ​ສານ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ.

ນັບ​ແຕ່​ວັນ​ທີ 1/1/2022, ກົມ​ໃຫຍ່​ພາ​ສີ ສ​ປ. ຈີນ ຈະ​ຮັບ​ຮອງ​ພຽງ​ແຕ່​ເອ​ກະ​ສານ​ທີ່​ຍື່ນ​ຜ່ານ​ລະ​ບົບ​ຈົດ​ທະ​ບຽນ​ເທົ່າ​ນັ້ນ. ສຳ​ລັບ​ບັນ​ຊີ​ລາຍ​ຊື່​ວິ​ສາ​ຫະ​ກິດ​ທີ່ນອນ​ໃນ​ປະ​ເພດ​ການ​ຈົດ​ທະ​ບຽນ​ກ່ອນ​ວັນ​ທີ 31/10/2021 ໂດຍ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຂອງ​ຫວຽດ​ນາມ​ທີ່​ໄດ້​ສົ່ງ​ເຖິງ​ກົມ​ໃຫຍ່​ພາ​ສີ ສ​ປ. ຈີນ, ປັດ​ຈຸ​ບັນ ກົມ​ໃຫຍ່​ພາ​ສີ ສ​ປ. ຈີນ ກຳ​ລັງ​ນຳ​ມາ​ກວດ​ກາ​ພິ​ຈາ​ລະ​ນາ, ຖ້າ​ແທດ​ເໝາະ​ກັບ​ເງື່ອນ​ໄຂ​ແລ້ວ ຈະ​ປະ​ກາດ​ຜົນ​ຕໍ່​ເນື່ອງ​ໃນ​ລະ​ບົບ​ກ່ອນ​ວັນ​ທີ 31/12/2021. ວິ​ສາ​ຫະ​ກິດ​ທີ່​ໄດ້​ຈົດ​ທະ​ບຽນ​ກັບ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຂອງ​ຫວຽດ​ນາມ ສາ​ມາດ​ເປັນ​ເຈົ້າ​ການ​ຕິດ​ຕາມ​ໄດ້.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.