ແລກປ່ຽນປະສົບການການຫຼຸດຜ່ອນຄວາມທຸກຍາກລະຫວ່າງຫວຽດນາມ ແລະ ຈີນ

09:20 | 12/12/2021

ຍ​ສ​ໝ - ວັນ​ທີ 8 ທັນວາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ ແລະ ​ບາງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ສະຖານທູດ​ຈີນ​ປະຈຳ​ຫວຽດນາມ ​ແລະ ​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ຢຸນນານ​ ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ປະສົບ​ການ​ໃນ​ວຽກ​ງານ​ລົບ​ລ້າງ​​ຄວາມ​ອຶດຫິວຫຼຸດ​ຜ່ອນທຸກຍາກ ຫວຽດນາມ-ຈີນ ໃນຮູບແບບທາງ​ໄກ.

ຈີນ​ພິ​ຈາ​ລະ​ນາ​ການ​ນຳ​ເຂົ້າໝາກ​ຫນອດຫວຽດ​ນາມ ຈີນ​ພິ​ຈາ​ລະ​ນາ​ການ​ນຳ​ເຂົ້າໝາກ​ຫນອດຫວຽດ​ນາມ
ທ່ານເລຂາຄະນະພັກແຂວງລາວກາຍ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຈາກສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຄຸນໝິງ ແລະ ການນຳຂອງກຸ່ມບໍລີສັດ Sunwah. ທ່ານເລຂາຄະນະພັກແຂວງລາວກາຍ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຈາກສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຄຸນໝິງ ແລະ ການນຳຂອງກຸ່ມບໍລີສັດ Sunwah.
ແລກປ່ຽນປະສົບການການຫຼຸດຜ່ອນຄວາມທຸກຍາກລະຫວ່າງຫວຽດນາມ ແລະ ຈີນ
ກອງ​ປະ​ຊຸມໄດ້​ຈັດ​ຕັ້ງ​ແບບ​ທາງ​ໄກ (ພາບ: vtv.vn)

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ມິງ​ຫວູ ​ໄດ້ສະ​ແດງ​ຄວາມຊົມ​ເຊີຍຕໍ່​ຈີນ​ກ່ຽວ​ກັບ​ບັນດາ​ຜົນງານ​ຂອງ​ຈີນ​ເວົ້າ​ລວມ ​ແລະ ​ແຂວງ​ຢຸນນານ​ເວົ້າ​ສະ​ເພາະ​ໃນ​ການ​ລົ​ບ​ລ້​າງ​ຄວາມ​ອຶດ​ຫິວຫຼຸດຜ່ອນ​ຄວາມທຸກ​ຍາກ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ເປົ້າ​ໝາຍ 100 ປີ ຄັ້ງ​ທຳ​ອິດແຫ່ງ​ການກໍ່ສ້າງສຳເລັດ​ສັງຄົມ​ຢ່າງ​ຮອບ​ດ້ານ.

ທ່ານ​ຮອງ​ລັດຖະມົນຕີ ​ຫງວຽນ​ມິງ​ຫວູ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ; ຢືນຢັນວ່າ ກະຊວງການຕ່າງປະເທດຫວຽດນາມ ຍາມໃດກໍ່ຮ່ວມ​ເດີນ​ທາງ ແລະ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ບັນດາທ້ອງຖິ່ນຂອງສອງຝ່າຍແບ່ງປັນປະສົບການ, ຜັນ​ຂະ​ຫຍາຍບັນດາໂຄງການຮ່ວມມືແກ້ໄຂຄວາມທຸກຍາກ. ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ມິງຫ​ວູ ສະ​ເໜີ​ວ່າ 2 ທ້ອງ​ຖິ່ນ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ໃນ​ການ​ວາງ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ; ຜັນ​ຂະ​ຫຍາຍໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ; ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19; ເອົາ​ໃຈ​ໃສ່​ຕໍ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ​ ກວມລວມໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນມິງຫ​ວູ ໄດ້ສະແດງຄວາມ​ຂອບ​ໃຈ​ແຂວງຢຸນ​ນານ ທີ່​ໄດ້​ສະ​ໜອງ​ວັດ​ຖຸອຸ​ປະ​ກອນ​ການ​ແພດ​ເປັນ​ຫລາຍ​ຄັ້ງ​ເພື່ອ​ປ້ອງ​ກັນ ແລະ ຄວບ​ຄຸມ COVID-19 ໃຫ້​ບັນ​ດາ​ແຂວງ, ນະ​ຄອນ​ຂອງຫວຽດ​ນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຫວຽດນາມ ຊຸງ​ປົວ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ມາ​ຮອດ​ປະຈຸ​ບັນ, ພັກ​ກອມ​ມູນິດ​ຈີນ​ໄດ້​ນຳພາ​ປະຊາຊົນ​ຈີນ​ປະຕິບັດ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ​ຂອງມວນ​ມະນຸດ; ບັນລຸໄດ້ຜົນສຳເລັດອັນສຳຄັນ ເຊິ່ງມີ 832 ເມືອງ ແລະ ຊາວກະສິກອນເກືອບ 100 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ປະຕິບັດສຳເລັດກ່ອນ 10 ປີຂອງ​ການ​ປະ​ຕິ​ບັດເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ໂດຍສະຫະປະຊາຊາດວາງອອກ; ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ງານ​ການ​ທູດຮັບ​ໃຊ້​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຮັບ​ໜູນ​ຊ່ວຍ​ໃຫ້​ສອງ​ເມືອງ​ທຸກ​ຍາກ​ຄື Jin Ping ​ແລະ Ma Li Po.

ທ່ານ​ເອກ​ອັກຄະ​ລັດຖະທູດ ຊ​ຸງ​ປົວ ຢືນຢັນ​ວ່າ ຈີນ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ພາ​ລະ​ກິດ​ແຫ່ງ​ການລົບ​ລ້າງຄວາມ​ອຶດຫິວ ​ ຫຼຸດ​ຜ່ອນຄວາມທຸກ​ຍາກ​ໂດຍ​ຜ່ານ​ບັນດາ​ຮູບ​ການ​ຊ່ວຍເຫຼືອ​ລ້າ, ສຸມ​ໃສ່​ ​ແລະ ບັນດາ​ໂຄງການ​ສາທາລະນະ​ສຸກ, ການ​ສຶກສາ, ບຳລຸງ​ສ້າງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ; ​ສະຖານທູດ​ຈີນ​ປະຈຳ​ຮ່າ​ໂນ້ຍ ​ແລະ ສ່ວນບຸກຄົນ​ເວົ້າ​ສະ​ເພາະ ໄດ້ ແລະ ຈະ​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ໂຄງການ​ໜູນ​ຊ່ວຍ​ຊາວ​ຫວຽດນາມ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ; ປະ​ກອບ​ສ່ວນ​ປະ​ຕິ​ບັດ​ ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ສອງ​ພັກ ແລະ ​ສອງ​ລັດ ທີ່ບັນລຸໄດ້ໃຫ້ເປັນ​ຢ່າງ​ດີ.

ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ການ​ນຳ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ກ່ຽວ​ກັບ​ປະສົບ​ການໃນ​ການລົບ​ລ້າງ​ຄວາມ​ອຶດ​ຫິວ, ​ຫຼຸດຜ່ອນ​ຄວາມທຸກ​ຍາກ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ແຕ່ລະ​ປະ​ເທດ​ບັນລຸ​ໄດ້​ຫຼາຍ​ໝາກຜົນ​ສຳຄັນ; ຢືນຢັນ​​ລັກ​ສະ​ນະ​ຍອດ​ຢ້ຽມ​ຂອງລະບອບ​ສັງຄົມ​ນິຍົມ​ທີ່​ດີ​ເດັ່ນ, ໂດຍ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ; ​ເນັ້ນ​ໜັກ​ເຖິງ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດຕ້ອງ​ຖ​ື​ການ​ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ໃຈກາງ​ການຮັບ​ໃຊ້; ເປັນ​ພື້ນ​ຖານ ແລະ ຍາວ​ນານ ຂອງ​ທຸກ​ໂຄງການ​ກະ​ທຳ, ເປັນ​ຕົ້ນ​ແມ່ນ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມ​ີ​ກາ​ນ​ຜັນ​ແປ​ຢ່າງ​ສັບ​ສົນ, ແກ່​ຍາວ​ຄື​ໃນ​ປັດ​ຈຸ​ບັນ.

ການ​ນຳ​ທ້ອງ​ຖິ່ນໄດ້ເຫັນດີ​ເປັນ​ເອ​ກະ​ພາບ​ວ່າ ນອກຈາກ​ການ​ໜູນ​ຊ່ວຍ​ຈາກ​​ສູນ​ກາງ, ບັນດາ​ທ້ອງ​ຖິ່ນ​ຄວນ​ຕັ້ງໜ້າ​ຂຸດ​ຄົ້ນ​ບັນດາ​ກຳລັງ​ແຮງ​ຂອງ​ຕົນ, ສຸມ​ໃສ່​ລະດົມ​ທຸກ​ແຫຼ່ງກຳລັງ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ຄຸນ​ນະພາ​ບດ້ານ​ສາທາລະນະ​ສຸກ, ການ​ສຶກສາ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ປະຊາຊົນ​ຢູ່ເຂດ​ຫ່າງ​ໄກ​ສອກ​ຫຼີກ ແລະ​ ຊົນ​ເຜົ່າ​ສ່ວນ​ຫນ້ອຍ​.

ບຸນ​ຄົງ

302 Found

Found

The document has moved here.