ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ປ່ຽນ​ແປງ​ໃໝ່​ດ້ານ​ສາ​ທາ​ລະ​ນະ​ສຸກ​ສາ​ກົນ ປີ 2021

07:48 | 08/12/2021

ຍ​ສໝ - ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນ​ມິງ​ຫວູ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ບົດ​ບາດ, ການ​ປະ​ກອບ​ສ່ວນ​ຂອງ​ຈີນ ໃນ​ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ນັ້ນ​ມີ ຫວຽດ​ນາມ.

ຣູ​ມາ​ນີ ແລະ ຫວຽດ​ນາມ: ການ​ຮ່ວມ​ມື​ຮອບ​ດ້ານ, ​ອະ​ນາ​ຄົດ​ທີ່​ໝັ້ນຄົງເຂັ້ມ​ແຂງ ຣູ​ມາ​ນີ ແລະ ຫວຽດ​ນາມ: ການ​ຮ່ວມ​ມື​ຮອບ​ດ້ານ, ​ອະ​ນາ​ຄົດ​ທີ່​ໝັ້ນຄົງເຂັ້ມ​ແຂງ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ)
ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ປ່ຽນ​ແປງ​ໃໝ່​ດ້ານ​ສາ​ທາ​ລະ​ນະ​ສຸກ​ສາ​ກົນ ປີ 2021
ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ມິງ​ຫວູ (ພາ​ບ: Hanoimoi.com.vn)

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈ​ວາງ, ກວາງ​ຊີ (ປະ​ເທດ​ຈີນ), ຕອນ​ເຊົ້າ​ວັນ​ທີ 6 ທັນ​ວາ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ຫງວຽນ​ມິງ​ຫວູ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສການ​ຮ່ວ​ມມື​ປ່ຽນ​ແປງ​ໃໝ່ສາ​ທາ​ລະ​ນະ​ສຸກ​ສາ​ກົນ ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ຫ້ອງ​ການ​ແທັງ​ກ​໋າງ (ກວາງ​ຊີ) ຕ​າມ​ຮູບ​ແບບ​ບັນທຶກວີ​ດີ​ໂອ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ມິງ​ຫວູ ​ຖື​ວ່າ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຄື​ໃນ​ປັດ​ຈຸ​ບັນ, ເລື່ອງ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ຄັ້ງ​ນີ້ ແມ່ນ​ໂອ​ກາດ​ສຳ​ຄັນ ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ປືກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ໃນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ເປົ້າ​ໝາຍ​ທັງ​ຟື້ນ​ຟູ​ເສດ​ຖະ​ກິດຫຼັງ​ໂຄວິດ - 19, ທັງຄວບຄຸມ​ໂລກ​ລະ​ບາດຢ່າງ​ສຳ​ເລັດຜົນ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນ​ມິງ​ຫວູ​ເນັ້ນ​ໜັກ​ວ່າ ບັນ​ດາ​ປະ​ເທດ​ຄວນ​ປັບ​ປຸງວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ເສດ​ຖະ​ກິດ, ສັງ​ຄົມ, ການ​ດຳ​ລົງ​ຊີ​ວິດ, ການ​ເດີນ​ທາງ​ໄປ​ມາ… ກໍ່​ຄື​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ່ຽນ​ແປງ​ໃໝ່​ສາ​ທາ​ລະ​ນະ​ສຸກ ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ສະ​ພາບ​ການ​ໃໝ່.

ຕາມ​ນັ້ນ​ແລ້ວ, ບັນ​ດາ​ປະ​ເທດ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ຜະ​ລິດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ, ຢາ​ປິ່ນ​ປົວ, ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ເພີ່ມ​ທະ​ວີ​ການ​ຫັນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ເປັນ​ດີ​ຈີ​ຕອນ, ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສະ​ໄໝ​ໃນ​ການ​ຜັນ​ຂະ​ຫຍາຍ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ຂອງ​ຂະ​ແໜງ​ສ​າ​ທາ​ລະ​ນະ​ສຸກ, ສົມ​ທົບ​ກັນ​ແບ່​ງ​ປັນ​ຂໍ້​ມູນ, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ -19 ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃນ​ກາ​ນ​ເດີນ​ທາງ​ໄປ​ມາຂອງ​ປະ​ຊາ​ຊົນ.

ພ້ອ​ມ​ທັງ, ບັນ​ດາ​ປະ​ເທດ​ຄວນ​ຫັນ​ລະ​ບຽບ​ການ​ຜ່ານ​ດ່ານ​ເປັນ​ງ່າຍ​ດາຍ ສຳ​ລັບ​ບັນ​ດາ​ສິນ​ຄ້າ​ທີ່​ມີ​ລັກ​ສະ​ນະຕາມ​ລະ​ດູ ຄື​ກະ​ສິ​ກຳ, ສິນ​ໃນ​ນ້ຳ, ທັງ​ຮັບ​ປະ​ກັນ​ລະ​ບົບ​ສະ​ໜອງ​ໃນ​ພາກ​ພື້ນ​ບໍ່​ຖືກ​ຂາດ​ວັກ​ຂາດ​ຕອນ, ທັງ​ຮັບ​ປະ​ກັນ​ຄວາມ​ຮຽກ​ຮ້ອງ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.