ລົດຄອນເທນເນີຂົນສົ່ງສິນຄ້າອອກໄປຍັງຈີນ ກວ່າ 1.000 ຄັນ ຖືກຕິດຄ້າງຢູ່ມ໊ອງກ໋າຍ

06:30 | 16/12/2021

ລົດຄອນເທນເນີ ກວ່າ 1.000 ຄັນ, ໃນນັ້ນມີລົດຄອນເທນເນີຜະລິດຕະພັນກະເສດຫຼາຍຮ້ອຍຄັນຖືກຕິດຄ້າງຢູ່ບໍລິເວນດ່ານສາກົນມ໊ອງກ໋າຍ...

ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ
ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ

ວັນ​ທີ 14 ທັນ​ວາ​, ທ່ານ ເລືອງກວາງ​ເສີ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ດ່ານ​ສາ​ກົນມ໊ອງກ໋າຍ ໃຫ້​ຮູ້​ວ່າ: ໃນ​ປັດ​ຈຸ​ບັນ​ ມີລົດ​ຄອນ​ເທນ​ເນີ ກວ່າ 1.000 ຄັນຖືກຕິດຄ້າງອັ່ງອໍ. ຝ່າຍ​ຈີນ ​ພວມຈັດພະນັກງານກວດກາໂລກລະບາດຂອງດ່ານໄປໜູນຊ່ວຍວຽກງານຄວບຄຸມຊາວຈີນ ເຂົ້າເມືອງທີ່ກັບຄືນປະເທດໃນວັນບຸນປີໃໝ. ສະນັ້ນ ຈໍານວນ ພະນັກງານທີ່ຍັງເຫຼືອບໍ່ສາມາດຕອບສະໜອງກັບປະລິມານສິນຄ້າສົ່ງອອກໄດ້. ຈຳນວນລົດຄອນເທນເນີ ທີ່ຖືກອັ່ງອໍນີ້້ ລວມມີຫຼາຍປະເພດເຊັ່ນ: ພາຫະນະໄປຈີນເພື່ອຮັບສິນຄ້າ, ລົດບັນທຸກຜະລິດຕະພັນກະເສດ, ສິນໃນນໍ້າ ແລະ ໝາກໄມ້ຫວຽດນາມ ສົ່ງອອກ...

ລົດຄອນເທນເນີຂົນສົ່ງສິນຄ້າອອກໄປຍັງຈີນ ກວ່າ 1.000 ຄັນ ຖືກຕິດຄ້າງຢູ່ມ໊ອງກ໋າຍ
ລົດຄອນເທນເນີຂົນສົ່ງສິນຄ້າອອກໄປຍັງຈີນ ກວ່າ 1.000 ຄັນ ຖືກຕິດຄ້າງຢູ່ມ໊ອງກ໋າຍ. ພາບ: ທູຮັ່ງ

ປະຈຸບັນ, ລົດບັນທຸກສິນຄ້າຈາກແຂວງພາກໃຕ້ ແລະແຂວງບັກຢາງ, ລ້າງເຊີນ, ລາວກາຍ... ສືບຕໍ່ໄປມ໊ອງກ໋າຍ ເຮັດໃຫ້ສະພາບການຕິດຂັດຍິ່ງໜັກໜ່ວງຂຶ້ນ.

ນະຄອນ ມ໊ອງກ໋າຍ ສະເໜີໃຫ້ບັນດາວິສາຫະກິດເຊົ່າສາງ ແລະ ເດີ່ນ ເພື່ອໜູນຊ່ວຍເຈົ້າຂອງສິນຄ້າ, ເຈົ້າຂອງພາຫະນະ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ. ວິ​ສາ​ຫະ​ກິດ​ຢູ່ມ໊ອງກ໋າຍ ໄດ້​ຕົກ​ລົງ​ຫຼຸດຄ່າ​ເຊົ່າບ່ອນຈອດລົດ​ຄອນ​ເທນ​ເນີ ແລະຍານ​ພາ​ຫະ​ນະ​ລົງ​ເປັນ 100.000 ດົ່ງ/ຄັນ​/ມື້.

ຄະນະ​ກຳມະການ​ປະຊາຊົນ​ແຂວງກວ໋າງ​ນິງ ພວມ​ສືບ​ຕໍ່​ປຶກສາ​ຫາລື ​ແລະສະ​ເໜີ​ໃຫ້​ປະ​ເທດເພື່ອນມິດ ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ເພີ່ມ​ທະວີ​ຈໍານວນລົດ​ຄອນ​ເທນເນີ​ໄດ້ຜ່ານ​ດ່ານບາງດ່ານຊາຍແດນໃນບໍລິເວນ ຄື: ​ມ໊ອງກ໋າຍ; ບັກ​ຟອງ​ຊິງ (ເມືອງ​ຫາຍ​ຮ່າ); ຮວ່າງໂມ (ເມືອງບິ່ງລຽວ).

ບູນມີ

ເຫດການ
302 Found

Found

The document has moved here.