ທ້ອງ​ຖິ່ນ​ຕ້ອງ​ສົມທົບ​ກັນ​ດັດສົມການ​ສົ່ງ​ອອກຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ

06:18 | 18/12/2021

ຍສໝ - ວັນ​ທີ 15 ທັນວາ​ນີ້, ກົມ​ປຸງ​ແຕ່ງ ​ແລະ ພັດທະນາ​ຕະຫຼາດ​ຜະລິດ​ຕະພັນ​ກະ​ເສດ​ໃຫ້​ຮູ້​ວ່າ: ໜ່ວຍ​ງານ​ໄດ້​ສົ່ງ​ເອກະສານ​ໄປ​ຍັງ​ພະ​ແນ​ກກະສິກໍາ ​ແລະພັດທະນາ​ຊົນນະບົດ​ແຂວງ, ນະຄອນສັງກັດ​ສູນ​ກາງ; ສະຫະສະມາຄົມຜັກ ແລະໝາກໄມ້ ຫວຽດນາມ; ສະຫະສະມາຄົມປຸງແຕ່ງ ແລະສົ່ງອອກສິນໃ

“ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ “ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ
ວັນ​ທີ 15 ທັນວາ​ ຈະ​ດຳ​ເນີນ​ເວທີ​ປາ​ໄສການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຫວຽດນາມ​ ວັນ​ທີ 15 ທັນວາ​ ຈະ​ດຳ​ເນີນ​ເວທີ​ປາ​ໄສການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຫວຽດນາມ​

ຕາມ​ນັ້ນ​ແລ້ວ, ຈີນ ​ຍັງ​ປະຕິບັດ​ນະ​ໂຍບາຍ Zero ໂຄວິດ-19 ຕໍ່ຜະລິດຕະພັນກະເສດ ແລະສິນໃນນໍ້າທີ່ນໍາເຂົ້າເຂົ້າຈີນ ເຮັດໃຫ້ລະດັບຄວາມໄວດ້ານເວລາຜ່ານດ່ານຫຼຸດຫຼົງ 50% ເມື່ອທຽບໃສ່ໄລຍະກ່ອນ. ສິ່ງນີ້ເຮັດໃຫ້ລົດຂົນສົ່ງຜະລິດຕະພັນກະເສດ ຢູ່ດ່ານຊາຍແດນຖືກຕິດຄ້າງ ອັ່ງອໍ.

​ຕາມ​ສະຖິຕິ​ຂອງ​ກົມ​ປຸງ​ແຕ່ງ ​ແລະພັດທະນາ​ຕະຫຼາດ​ຜະລິດຕະພັນກະເສດ, ​ແຕ່​ກາງ​ເດືອນ​ພະຈິກ 2021, ຈຳນວນ​ລົດຄອນ​ເທນເນີ​ຢູ່​​ລ້າງ​ເຊີນ​ທີ່ຖືກຕິດຄ້າງ ອັ່ງອໍ ​ເພີ່ມ​ຂຶ້ນ​ຈາກ 1.700 ຄັນ​ເປັນ 4.000 ຄັນ.

ທ້ອງ​ຖິ່ນ​ຕ້ອງ​ສົມທົບ​ກັນ​ດັດສົມການ​ສົ່ງ​ອອກຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ
ທ້ອງ​ຖິ່ນ​ຕ້ອງ​ສົມທົບ​ກັນ​ດັດສົມການ​ສົ່ງ​ອອກຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ.

ຄາດ​​ວ່າ, ​ພະຍາດ​ໂຄ​ວິດ-19 ​ສືບ​ຕໍ່​ຜັນ​ແປ​ຢ່າງ​ສັບສົນ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ກະກຽມ​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດ​ຂອງ​ປີ 2022 ​ເມື່ອ​ຄວາມ​ຕ້ອງການຜະລິດຕະພັນກະເສດ ແລະສິນໃນນໍ້າ​ຂອງ​ຈີນ​ ເພີ່ມ​ຂຶ້ນ, ກົມ​ປຸງ​ແຕ່ງ ​ແລະ ຕະຫຼາດພັດທະນາ​​ຜະລິດ​ຕະພັນ​ກະ​ເສດ ​ໄດ້​ສະເໜີ​ໃຫ້​ບັນດາ​ອົງການ, ຫົວໜ່ວຍ​ລາຍ​ງານ​ຕໍ່​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແລະສົມທົບ​ກັບ​ບັນດາ​ອົງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ເຊັ່ນ: ກົມ​ອຸດສາຫະກຳ ​ແລະການ​ຄ້າ, ກົມຄົມມະນາຄົມ-​ຂົນ​ສົ່ງ... ​ເພື່ອ​ແຈ້ງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ແຂວງ​ມີ​ວິທີ​ແກ້ໄຂ ​ແລະເກັບຮັກສາ​ຜະລິດ​ຕະພັນ​ກະເສດ ​ແລະສິນ​ໃນ​ນ້ຳ​ຢູ່​ທ້ອງ​ຖິ່ນ.

ພ້ອມ​ກັນ​ນັ້ນ, ບັນດາ​ທ້ອງ​ຖິ່ນ​ບົນ​ພື້ນຖານ​ສະພາບ​ຕົວ​ຈິງ, ສົມທົບ​ກັບ​ບັນດາ​ແຂວງ​ຊາຍ​ແດນ, ພິ​ເສດ​ແມ່ນ​ແຂວງລ້າງ​ເຊີນ ​ແຈ້ງ​ໃຫ້​ບັນດາ​ວິ​ສາ​ຫະກິດ ທີ່ເຮັດວຽກກັບຄູ່​ຮ່ວມ​ມື​ນຳ​ເຂົ້າ​ຈັດ​ເວລາໃນການນຳ​ພາຫະນະ​ເຂົ້າ​ເຖິງ​ດ່ານ​ຊາຍ​ແດນ ​ເພື່ອ​ຮັບປະກັນສອດຄ່ອງກັບກໍາລັງຄວາມສາມາດຜ່ານແດນ ແລະຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ວິສາຫະກິດ...

ບູນມີ

ເຫດການ
302 Found

Found

The document has moved here.