ຈີນ​ພິ​ຈາ​ລະ​ນາ​ການ​ນຳ​ເຂົ້າໝາກ​ຫນອດຫວຽດ​ນາມ

06:30 | 11/12/2021

ຍ​ສໝ - ຕາມ​ກົມ​ປູກ​ຝັງຫວຽດ​ນາມ ແລ້ວ, ຄາດ​ວ່າ ​ທ້າຍ​ປີນີ້ ຫຼື ປີ 2022, ຈີນ​ຈະ​ນຳ​ໃຊ້​ມາດ​ຕະ​ການກວດ​ກາ​ແບບ​ທາງ​ໄກ​ສຳ​ລັບ​ຜັກ​ໝາກ​ໄມ້ 3 ຊະ​ນິດ​ນັ້ນ​ແມ່ນ: ມັນ​ຕົ້ນ, ໝາກ​ກ້ຽງ, ຖົ່ວ​ລຽນ, ພ້ອມ​ທັງ​ອາດ​ຈະ​ພິ​ຈາ​ລະ​ນານຳເຂົ້າ​ໝາກ​ໜອດ ຫວຽດ​ນາມ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ
ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19. ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19.
ຈີນ​ພິ​ຈາ​ລະ​ນາ​ການ​ນຳ​ເຂົ້າໝາກ​ຫນອດຫວຽດ​ນາມ
ພາບ​ປະ​ກອບ: thoibaotaichinhvietnam.vn

ທ່ານ ເລ​ແທັງ​ຕຸງ - ຮອງ​ຫົວ​ໜ້າ​ກົມ​ປູກ​ຝັງ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໃຫ້​ຮູ້​ວ່າ ໃນ​ເດືອນ​ທັນ​ວາ ປີ 2021, ປະ​ລິ​ມານ​ໝາກ​ໄມ້​ເກັບ​ກ່ຽວ​ໄດ້​ໃນ​ທົ່ວ​ປະ​ເທດປະ​ມານ 700.000 ໂຕນ, ຖ້າ​ໄລ່​ຮອດ​ບຸນ​ເຕັດ ຈະ​ບັນ​ລຸ​ໄດ້ຫຼາຍ​ກ່​ວາ 1,7 ລ້ານ​ໂຕນ. ນີ້​ແມ່ນ​ຕົວ​ເລກ​ທີ່​ຕ້ອງ​ຄິດ​ໄລ່​ເພື່ອບໍລິໂພກ.

ທ່ານ ​ເລ​ແທັງ​ຕຸງ ໄດ້​ສະ​ເໜີ​ບັນ​ດາ​ທ້ອງ​ຖິ່ນ​ກຳ​ແໜ້ນ​ປະ​ລິ​ມານ​ຜະ​ລິດ​ຕະ​ພັນ, ຄຸນ​ນະ​ພາບ​ຕົ້ນ​ໄມ້​ກິນ​ໝາກ​ໃນ​ບໍ​ລິ​ເວນ​ຂອງ​ຕົນ, ເພື່ອ​ມີ​ການ​ຄາດ​ຄະ​ເນ​ໄລຍະຍາວ​ກ່ຽວ​ກັບ​ທຸກ​ບັນ​ຫາ, ສະ​ໜອງ​ຂໍ້​ມູນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ເກັບ​ຊື້​ຢ່າງ​ທັນ​ການ, ການບໍລິໂພກທີ່​ມີ​ວິ​ທີ​ການ​ເຊື່ອມ​ຕໍ່​ໂດຍ​ໄວ. ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ຕີ​ລາ​ຄາ​ລະ​ຫັດ​ເຂດ​ປູກ​ຝັງ, ສ້າງ​ແຜນ​ການບໍລິໂພກ​ຢ່າງ​ລະ​ອຽດ.

ຕາມ​ກົມ​ປູກ​ຝັງຫວຽດ​ນາມ ແລ້ວ, ຄາດ​ວ່າ ​ທ້າຍ​ປີນີ້ ຫຼື ປີ 2022, ຈີນ​ຈະ​ນຳ​ໃຊ້​ມາດ​ຕະ​ການກວດ​ກາ​ແບບ​ທາງ​ໄກ​ສຳ​ລັບ​ຜັກ​ໝາກ​ໄມ້ 3 ຊະ​ນິດ​ນັ້ນ​ແມ່ນ: ມັນ​ຕົ້ນ, ໝາກ​ກ້ຽງ, ທົ່ວ​ລຽນ, ພ້ອມ​ທັງ​ອາດ​ຈະ​ພິ​ຈາ​ລະ​ນານຳເຂົ້າ​ໝາກ​ໜອດ ຫວຽດ​ນາມ.

ກົມ​ປົກ​ປ້ອງ​ພຶດ​ໃຫ້​ຮູ້​ວ່າ ມາ​ຮອດ​ຈຸ​ດ​ເວ​ລານີ້ ມີ​ໝາກ​ໄມ້ 10 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ ຈີນ ແບບ​ທາ​ງ​ການ. ກົມ​ປົກ​ປ້ອງ​ພຶດ ​ຈະ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ສົ່ງ​ອອກ​​ມັນດ້າງ, ໝາກ​ກ້ຽງ​ໃຫຍ່, ຖົ່ວ​ລຽນ. ຖ້າ​ບໍ່​ມີ​ໂຄວິດ - 19, ຝ່າຍ​ຈີນ ຈະ​ສົມ​ທົບ​ກັນ​ກວດ​ກາ​ເຂດ​ປູກ​ຕົ້ນ​ມັນ ແລະ ຖົ່ວລຽນ.

ທ່ານ ຫງວຽນ​ຝຸກ​ງວຽນ - ເລ​ຂາ​​ສະ​ມາ​ຄົມ​ຜັກ​ໝາກ​ໄມ້ ຫວຽດ​ນາມ ແບ່ງ​ປັນ​ວ່າ ຈີນ ຄາດ​ວ່າ​ຈະ​ຢຸດ​ຕິ​ການ​ນຳ​ເຂົ້າ​ໃນ​ໄລ​ຍະ​ເວ​ລາ​ຢ່າງ​ໜ້ອຍ​ສຸດ 6 ອາ​ທິດ​ໃນ​ໂອ​ກາດວັນ​ບຸນ​ເຕັດ, ສິ່ງນີ້​ອາດ​ຈະ​ເຮັດ​ໃຫ້​ສະ​ພາບ​ການຂາດ​ວັກ​ຂາດ​ຕອນ​ການ​ສະ​ໜອງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.