ສາຍ​ເຫດ​ໃໝ່​ຈາກ​ຈີນ, ສິນ​ຄ້າ​ຫວຽດ​ນາມ​ມີ​ຄວາມ​ສ່ຽງອັ່ງ​ຢູ່​ດ່ານ​ຊາຍ​ແດນ​ທີ່ດົນກວ່າ

09:24 | 12/12/2021

ຍ​ສ​ໝ - ທ່າ​ກ່ຳ​ປັ່​ນທາງ​ພາກ​ໃຕ້​ຂອງ​ຈີນ​ຈະ​ປິດ​ເປັນ​ເວລາ 6 ອາທິດ​ໃນ​ໄລຍະ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຈີນ​ປີ 2022 ​ເພື່ອ​ແຍກປ່ຽວບັນດາລູກ​ເຮືອ. ສະ​ນັ້ນ, ຄວາມ​ກົດ​ດັນ​ຕໍ່​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຈະ​ຖືກສຸມ​ຢູ່​ດ່ານ​ຊາຍ​ແດນ​ທາງ​ບົກ. ຄາດວ່າຈະແກ່ຍາວເວລາດົນກວ່າເກົ່າ.

ຈີນ​ພິ​ຈາ​ລະ​ນາ​ການ​ນຳ​ເຂົ້າໝາກ​ຫນອດຫວຽດ​ນາມ ຈີນ​ພິ​ຈາ​ລະ​ນາ​ການ​ນຳ​ເຂົ້າໝາກ​ຫນອດຫວຽດ​ນາມ
ທ່ານເລຂາຄະນະພັກແຂວງລາວກາຍ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຈາກສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຄຸນໝິງ ແລະ ການນຳຂອງກຸ່ມບໍລີສັດ Sunwah. ທ່ານເລຂາຄະນະພັກແຂວງລາວກາຍ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຈາກສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຄຸນໝິງ ແລະ ການນຳຂອງກຸ່ມບໍລີສັດ Sunwah.
ສາຍ​ເຫດ​ໃໝ່​ຈາກ​ຈີນ, ສິນ​ຄ້າ​ຫວຽດ​ນາມ​ມີ​ຄວາມ​ສ່ຽງອັ່ງ​ຢູ່​ດ່ານ​ຊາຍ​ແດນ​ທີ່ດົນກວ່າ
ພາບ​ປະ​ກອບ: vietnamnet.vn

ໂດຍແລກ​ປ່​ຽນ​ກັບ​ນັກ​ຂ່າວ VietNamNet ກ່ຽວກັບ​ຂໍ້​ມູນ​ຂ່າວທີ່​ແຈ້ງວ່າ: ຈີນ​ໄດ້​ໂຈະ​ການ​ນຳ​ເຂົ້າ​ຢ່າງ​ໜ້ອຍ 6 ອາທິດ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ທ່ານ ດັ້ງ​ຟຸກ​ງວຽນ, ​ເລຂາທິການ​ສະມາຄົມ​ຜັກ ​ແລະ ໝາກ​ໄມ້ ຫວຽດນາມ ຢືນຢັນ​ວ່າ: ຈີນ ຍັງ​ຄົງ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ​ຜ່ານ​ດ່ານ​ຊາຍ​ແດນ​ເປັນ​ປົກກະຕິ. ສ່ວນຜ່ານ​ບັນ​ດາທ່າກ່ຳ​ປັ່ນ​ທາງ​ພາກໃຕ້ຈະຖືກຂາດວັກ​ຂາດ​ຕອນເປັນເວລາ 6 ອາທິດໃນໄລ​ຍະ​ພັກ​ບຸນ​ປີ​ໃໝ່​ປ​ະ​ຈຳ​ຊາດ 2022.

ທ່ານ ຫງວຽນ​ ຊີ້​ແຈ້ງວ່າ ຍ້ອນ​ໂລກ​ລະ​ບາດ​ຄວາມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ສ່ວນຈີນ​ພວມ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ເປົ້າໝາຍ “Zero COVID”, ສະ​ນັ້ນ ບໍ່​ພຽງ​ແຕ່​ໄດ້​ຄວບ​ຄຸມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ຢ່າງ​ເຂັ້ມ​ງວດ​ເທົ່າ​ນັ້ນ, ຫາກ​ຜູ້​ເຂົ້າເມືອງ​ກໍ່​ຕ້ອງໄດ້ມີການກວດ​ກາ​ອີກ​ດ້ວຍ.

ດັ່ງ​ນັ້ນ, ນັກເດີນເຮືອ​ຕ່າງປະ​ເທດ​ ແລະ ​ນັກເດີນເຮືອຈີນ ​ເມື່ອ​ກັບ​ຄືນເຂົ້າທຽບ​ທ່າ​ກຳ​ປັ່ນ ກໍ​ລ້ວນ​ແຕ່​ຕ້ອງ​ປະ​ຕິ​ບັດ​ການ​ແຍກ​ປ່ຽວເປັນ​ເວລາ 3 ອາທິດ​ເຕັມ. ເມື່ອ​ກັບ​ຄືນມາຈາກ​ບ້ານພາຍຫຼັງບຸນ​ເຕັດ, ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່ແຍກ​ປ່ຽວອີກ​ເປັນ​ເວ​ລາ 3 ອາ​ທິດ. ຕາມ​ນັ້ນ​ແລ້ວ, ບັນດາ​ບໍ​ລິ​ສັດ​ຂຸດ​ຄົ້ນກຳ​ປັ່ນ ​ຈຶ່ງ​ຕັດສິນ​ໃຈ​ພັກວັນບຸນເຕັດ​ ເປັນ​ເວລາ 6 ອາທິດ. ດັ່ງ​ນັ້ນ, ການ​ນຳ​ເຂົ້າ ຫຼື ຂົນ​ສົ່ງ​ສິນຄ້າ​ຜ່ານ​ທ່າ​ກຳ​ປັ່ນ​ທາງພາກ​ໃຕ້​ຂອງ​ປະ​ເທດ​ນີ້ຖືກ​ຊັກ​ຊ້າ.

ທ່ານເນັ້ນໜັກວ່າ: ສິນຄ້າຫວຽດນາມທີ່ສົ່ງອອກໄປຈີນດ້ວຍທາງທະເລ ໃນໂອກາດວັນບຸນເຕັດອາດຈະຖືກປະຕິເສດ ຫຼື ບໍ່ສາມາດນໍາເຂົ້າໃນໄລຍະ 6 ອາທິດ. ສ່ວນການ​ສົ່ງ​ອອກຜ່ານ​ດ່ານ​ຊາຍ​ແດນ​ທາງ​ບົກ ແມ່ນ​ຍັງ​ເປັນ​ປົກກະຕິ.

ຕາມ​ທ່ານ ​ຫງວຽນ ​​ແລ້ວ, ຜັກ ​ແລະ ​ໝາກ​ໄມ້​ຂອງ​ຫວຽດນາມ​ສົ່ງ​ອອກ​ໄປ​ຈີນ​ຕົ້ນຕໍ​ແມ່ນຜ່ານ​ທາງ​ບົກ, ສ່ວນຜ່ານທາງ​ທະ​ເລກວມ​ເອົາພຽງ​ແຕ່​ປະມານ 20-30% . ​ແຕ່​ຖ້າ​ສິນຄ້າ​ຈຳນວນ​ນີ້​ບໍ່​ສາມາດ​ສົ່ງ​ອອກ​ຜ່ານ​ທາງ​ທະ​ເລ​ໄດ້, ກໍຈະສົ່ງ​ຜ່ານ​ທາງ​ບົກ ໂດຍ​ອາດ​ຈະເຮັດ​ໃຫ້​ສິນຄ້າ​ຢູ່​ດ່ານ​ຊາຍ​ແດນ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ນອກຈາກ​ນັ້ນ, ຜະ​ລິດ​ຕະ​ພັນ​ກະ​ເສດ​ອື່ນໆ​ທີ່​ສົ່ງ​ອອກ​ທາງ​ທະ​ເລ​ຜ່ານ​ທ່າ​ກຳ​ປັ່ນ​ພາກ​ໃຕ້​ຂອງ​ຈີນ ​ກໍ​ຖືກ​​ຜົນ​ກະ​ທົບ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບໍ່​ພຽງ​ແຕ່​ສິນຄ້າ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ສິນຄ້າ​ຂອງ​ປະ​ເທດ​ອື່ນ​ກໍ່​ໄດ້​ຮັບ​ຜົນ​ສະທ້ອນ​ຄື​ກັນ.

ຕໍ່​ໜ້າ​ສະພາບ​ການ​ດັ່ງກ່າວ, ທ່ານ ຫງວຽນ ​ໄດ້​ແນະນຳ​ບັນດາ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ຕ້ອງ​ມີ​ແຜນການ​ບໍລິ​ໂພ​ກ​ຜະລິດ​ຕະພັນ​ກະ​ເສດ​ເວົ້າລວມ ​ແລະ ໝາກ​ໄມ້​ເວົ້າ​ສະ​ເພາະ. ໃນເບື້ອງຕົ້ນ, ທ່ານສະເໜີໃຫ້ຍູ້ແຮງການບໍລິໂພກພາຍໃນປະເທດ, ໃນ​ນັ້ນ​ເພີ່ມ​ທະ​ວີ​ການ​ຂາຍ​ສິນ​ຄ້າ​ຢູ່​ບັນ​ດາ​ຕະຫຼາດ​ການ​ຄ້າ​ເອ​ເລ​ັກ​ໂຕ​ນິກ.

ທີ່​ເວທີ​ປາ​ໄສທາງ​ໄກ “​ເຊື່ອມ​ຕໍ່​ການ​ສະໜອງ ​ແລະ ຄວາມ​ຕ້ອງການ​ຕົ້ນ​ໄມ້​ກິນ​ໝາກ”, ທ່ານ ​ເລ​ແທງ​ຕຸ່ງ, ຮອງ​ຫົວໜ້າ​ກົມ​ປູກ​ຝັງ (ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ) ​ໃຫ້​ຮູ້​ວ່າ: ໃນ​ເດືອນ​ທັນວາ 2021, ຫວຽດ​ນາມ ເກັບ​ກ່ຽວ​​ໝາກ​ໄມ້ບັນ​ລຸ​ໄດ້ປະມານ 700..000 ໂຕນ. ໄລ່​​​ຮອດ​ບຸນ​ເຕັດປີ 2022, ປະ​ລິ​ມານຈະເພີ່ມ​ຂຶ້ນ​ເຖິງ 1,7 ລ້ານ​ໂຕນ.

ຕາມ​ທ່ານ ​ຕຸ່ງ​ ແລ້ວ, ​ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2022, ການ​ບໍລິ​ໂພ​ກ​ຜະລິດ​ຕະພັນ​ໝາກ​ໄມ້​ຢູ່​ບັນດາ​ແຂວງ​ພາກ​ໃຕ້​ອາດ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບາງ​ຢ່າງ, ຍ້ອນ Covid-19 ສືບ​ຕໍ່​ຜັນແປ​ຢ່າງ​ສັບສົນ. ໃນຂະນະ​ນັ້ນ, ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ຄຸນ​ນະພາ​ບ ​ແລະ ການ​ກວດກາຕົ້ນກຳເນີດສິນຄ້າ​ຂອງ​ບັນດາຕະຫຼາດ​ສົ່ງ​ອອກ​ນັບ​ມື້​ນັບ​ສູງຂຶ້ນ, ​ໂດຍ​ສະ​ເພາະ​ຈີນ​ອາດ​ຈະ​ເພີ່ມ​ທະວີ​ມາດ​ຕະການ​ຄວບ​ຄຸມ​ພະຍາດ, ສິ່ງນີ້ອາດ​ຈະ​ເຮັດ​ໃຫ້​ການ​ສົ່ງ​ອອກ​ຖືກ​ຊັກ​ຊ້າ, ​​ເກີດ​ຄວາມ​ອັ່ງອໍສິນຄ້າ​ຢູ່​ດ່ານ​ຊາຍ​ແດນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.