ຫວຽດນາມ - ຈີນ ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ​ແກ້​ໄຂ​ບັນດາບັນຫາ​ຢູ່ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ສົມເຫດສົມຜົນ

19:27 | 03/12/2021

ຍສໝ - ຫວຽດນາມ ​ແລະ ຈີນ ​ຫາກໍ່​ສິ້ນ​ສຸດ​ການ​ເຈລະຈາ​ ຮອບທີ 15 ກຸ່ມວຽກງານກ່ຽວກັບ​ເຂດ​ນ່ານ​ທະເລນອກອ່າວພາກເໜືອ ​ແລະ ​ຮອບທີ 12 ກຸ່ມວຽກງານປຶກສາຫາລືກ່ຽວກັບການ​ຮ່ວມ​ມື​ພ້ອມກັນພັດທະນາ​​ຢູ່​ທະ​ເລ, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການພົວພັນສອງ​ປະ​ເທດ, ການ​​ແກ້​ໄຂ​ບັນ​ຫາ​ຢູ່​ທະ​ເລ​ມີຢ່່າງມີສົມເຫດສົມຜົນ...

ຫວຽດນາມ ສືບ​ຕໍ່​ຮ່ວມ​ມື​ກັບ MIA ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ຫວຽດນາມ ສືບ​ຕໍ່​ຮ່ວມ​ມື​ກັບ MIA ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ
ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ
ພາບປະກອບ: sggp.org.vn
ພາບປະກອບ: sggp.org.vn

ຂ່າວຈາກກະຊວງການຕ່າງປະເທດ ວັນທີ 2 ທັນວາ ໃຫ້ຮູ້ວ່າ ຫວຽດນາມ ແລະ ຈີນ ຫາກໍ່​ສິ້ນ​ສຸດ​ການ​ເຈລະຈາ​ ຮອບທີ 15 ກຸ່ມວຽກງານກ່ຽວກັບ​ເຂດ​​ນ່ານທະເລນອກອ່າວພາກເໜືອ ​ແລະ ​ຮອບ 12 ກຸ່ມວຽກງານປຶກສາຫາລືກ່ຽວກັບການ​ຮ່ວມ​ມື​ພ້ອມກັນພັດທະນາ​​ຢູ່​ທະ​ເລ ຕາມຮູບການອອນລາຍ ​ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ, ກະຊວງ​ການ​ຕ່າງປະ​ເທດ ຈິ້ງດຶກຫາຍ ​ແລະ ຜູ້​ຕາງ​ໜ້າ​ບັນດາບັນຫາວຽກ​ງານ​ຊາຍ​ແດນ ​ແລະ ​ທະ​ເລ, ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ Yang Ren Huo ​ເປັນ​ປະທານ​ຮ່ວມ.

2 ຝ່າຍ​ໄດ້​ຍົກອອກ​ທັດສະນະ​ທີ່ແທດຈິງຂອງ​ແຕ່ລະ​ຝ່າຍ ​ແລະ ​ໄດ້​ແລກປ່ຽນ​ຄວາມ​ຄິດ​​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ກຳນົດ​ເຂດ​ທະ​ເລ​​ອ່າວ​ພາກເໜືອ, ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ພ້ອມກັນພັດທະນາ​ຢູ່​ທະ​ເລ​ບົນ​ຈິດໃຈຕາມລຳດັບ, ​ໃຫ້​ມີ​ຄວາມ​ຄືບ​ໜ້າ, ສະດວກ​ສະບາຍ​ກ່ອນ​ຄວາມ​ຫຍຸ້ງຍາກ , ເຄົາລົບ​ເຊິ່ງກັນ​ ແລະ ​ກັນ, ບົນ​ພື້ນຖານ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າດ້ວຍທະ​ເລ​ປີ 1982 (UNCLOS).

2 ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ແລະ ມິດຕະພາບ​ຖານບ້ານ​ໃກ້​ເຮືອນ​ຄຽງ ຫວຽດນາມ - ຈີນ, ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ຢ່າງ​​ສົມເຫດສົມຜົນ​ຕາມ​ຄວາມ​ຮັບ​ຮູ້ລວມ​ຂອງ​ການ​ນຳ​ສອງ​ພັກ, ສອງລັດ ​ແລະ “ຂໍ້ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານຊີ້ນໍາ ການ​ແກ້​ໄຂ​ບັນຫາຢູ່​ທະ​ເລ ​ລະຫວ່າງ​ຫວຽດນາມ ​ແລະ ຈີນ ​ໃນ​ປີ 2011, ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຄົາລົບ​ກົດໝາຍ​ສາກົນ.

ໄຊພອນ

ເຫດການ
302 Found

Found

The document has moved here.